ຊາວບ້ານມີສິດຕາມ ທາງການກໍານົດໃຫ້

ຊາວບ້ານ ທີ່ໄດ້ຣັບ ຜົນກະທົບ ຈາກໂຄງການ ພັທນາ ຈະໄດ້ຮັບ ສິດຕາມ ເງື່ອນໄຂ ທີ່ກໍານົດໄວ້ ເທົ່ານັ້ນ.
ສົມເນ
2012.01.17
F-Lao-morning-market ໂຕຢ່າງ ການກໍ່ສ້າງ ພັທນາ ໃນເຂດ ຕລາດເຊົ້າ ນະຄອນຫຼວງວຽງຈັນ
blogspot

ກົດຟັງສຽງ

ໃນໂຄງການ ຂະຫຍາຍ ເມືອງ ແລະ ການພັທນາ ຕ່າງໆ ໃນໂຕເມືອງໃຫ່ຽ ຕ້ອງມີການ ໂຍກຍ້າຍ ປະຊາຊົນ ອອກຈາກ ພື້ນທີ່ ເຂດພັທນາ. ຫາກປະຊາຊົນ ມີໃບຕາດິນ ຢູ່ແລ້ວ ຕ້ອງໄດ້ໂອນ ກັມມະສິດ ໃຫ້ຣັດ ສ່ວນຄ່າ ຊົດເຊີຽ ກໍຈະໄດ້ຮັບ ຕາມກົດໝາຍ ວ່າດ້ວຍທີ່ດິນ ລະບຸໄວ້ ເທົ່ານັ້ນ. ຕາມການ ອະທິບາຍ ຂອງເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ:

"ກໍໂອນ ໃບຕາດິນ ມາເປັນ ຂອງຣັຖ ເພາະວ່າຣັຖ ຈະຄຸ້ມຄອງ ເຮົາກໍໄປ ຊອກໂຕໃໝ່ ມາໃຫ້ເຂົາເຈົ້າ ສ່ວນຫລາຍ ມັນບໍ່ໄດ້ ເນື້ອທີ່ ຕາມທີ່ເຮົາ ຕ້ອງການ ມີເທົ່າໃດ ເຮົາກໍຊ່ວຍເຫລືອ ກັນໄປແນວນັ້ນ ມັນຕ້ອງ ເຫັນຄວາມຈໍາເປັນ ບໍ່ແມ່ນວ່າ ມີດິນ 10 ໄຮ່ ໄປພຸ້ນ ກໍຕ້ອງໄດ້ 10 ໄຮ່ ເພາະວ່າ ກົດໝາຍທີ່ດິນ ມັນລະບຸໄວ້ ຮຽບຮ້ອຍແລ້ວວ່າ ຜູ້ນື່ງ ໃຫ້ໄດ້ເທົ່າໃດ ສົມມຸດວ່າ ດິນ ປູກສ້າງນີ້ ເຮົາໃຫ້ 800 ຕາລາງແມັດ".

ຍານາງວ່າ ຜ່ານມາ ເກີດບັນຫາ ໂຕ້ແຍ້ງກັນ ລະຫ່ວາງ ປະຊາຊົນ ທີ່ຖືກໂຍກຍ້າຍ ກັບ ຣັຖບານ ເຣື້ອງທີ່ດິນນີ້ ຍ້ອນວ່າ ປະຊາຊົນ ບໍ່ໄດ້ທີ່ດິນ ຫລື ຄ່າຊົດເຊີຽ ຕາມຣາຄາ ທີ່ດິນ ໃນຕລາດ. ທ່ານວ່າ ຕາມຫຼັກການ ນັ້ນ ເມື່ອຣັຖ ຈັດສັນທີ່ດິນ ໃຫ້ແລ້ວ ຣັຖກໍອອກ ໃບຕາດິນ ໃຫ້ເປັນ ກັມມະສິດ ຂອງເຈົ້າຂອງ. ຍານາງໄດ້ ອະທິບາຍ ຕື່ມວ່າ ການຊົດເຊີຽ ນີ້ມີສອງ ລັກສນະ ຣັຖສະເໜີ ໃຫ້ ປະຊາຊົນ ເລືອກເອົາວ່າ ຕ້ອງການ ລັກສນະໃດ:

"ພວກໂຄງການ ນີ້ແທ້ ພາກຣັຖ ຈະມີດິນໃຫ້ ມັນມີ 2 ກໍຣະນີ ທີ່ເຮົາທົດແທນ ໃຫ້ເຂົາເຈົ້າ ອັນທີນື່ງ ແມ່ນທາງຣັຖ ເຮົາໄປຊອກ ຈັດສັນທີ່ດິນ ໃຫ້ແລ້ວ ຈື່ງໂຍກຍ້າຍ ເຂົາເຈົ້າໄປຢູ່. ອັນທີສອງນີ້ ສົມມຸດວ່າ ເຂົາເຈົ້າ ມີທີ່ດິນແລ້ວ ຢູ່ບ່ອນ ໃດບ່ອນນື່ງ ທີ່ວ່າເຂົາເຈົ້າ ບໍ່ຕ້ອງການດິນ ເຮົາກໍທົດແທນ ເປັນເງິນ ໃຫ້ເຂົາເຈົ້າ".

ປະຊາຊົນ ທີ່ຖືກໂຍກຍ້າຍ ວິພາກວິຈານ ກັນວ່າ ພວກຕົນ ຍັງບໍ່ພໍໃຈ ເພາະເຫັນວ່າ ຣັຖ ຊື້ທີ່ດິນ ຈາກພວກຕົນ ໃນຣາຄາຖືກ ກວ່າຣາຄາ ໃນຕລາດ ແລະ ໄປຂາຍໃນ ຣາຄາແພງ ເປັນຫຍັງ ຣັຖບານ ຈື່ງຮຽກຮ້ອງ ໃຫ້ ປະຊາຊົນ ຜູ້ທຸກຍາກ ເປັນຜູ້ ເສັຽສະລະ ເພື່ອປ່ອຍທາງໃຫ້ ໂຄງການ ພັທນາ ຂອງຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 19, 2012 09:23 PM

ພຸທທະພາສິດ ສອນໃຫ້ຮູ້ແຈ້ງແລ້ວວ່າ ຖ້າໃຈຖືກໍ່ເປັນທຸກຂ໌ ບໍ່ສຸກຂ໌ໃສ ຖ້າບໍ່ຖືກໍ່ເປັນສຸກຂ໌ ບໍ່ທຸກຂ໌ໃຈ ແລ້ວສະຫາຍ ຈະເລືອກເອົາຄວາມສຸກຂ໌ ຫລື ຄວາມທຸກຂ໌ນໍ້? ສະບາບ..ສະບາບ.

Anonymous
Jan 17, 2012 10:17 AM

ແຕ່ບໍທັນໄດ້ປົດປ່່ອຍ ເກັບເຂົ້ານຳປະຊາຊົນວ່າ ເຂົ້າຊ່ວຍຊາດ ເວລາໄດ້ອຳນາດ ເອົາຄະຕິງາມຯ ໃຫ້ປະຊາຊົນວ່າ ພັກນຳພາແບບສະຫລາດສ່ອງໃສ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ ພ້ອມກັນຂັບໄລ່ ຈັກກະພັດ ແລະ ປະຕິການຂາຍຊາດ ດຽວນີ້ ຈັກແມ່ນພວກໄດສະຫລາດສ່ອງໄສປຸ້ນ ປະຊາຊົນ ແລະຂາຍແຜ່ນດິນ ຂອງຊາດ ຄາວກ່ອນບອກວ່າຈັກກະພັດ ອາເມລິກາ ໂຕຫົວໂປ່ແມ່ນຢູ່ຮ່ວມໂລກກັນບໍໄດ້ ແຕ່ດຽວນີ້ເງິນ ໂດລາ ຄືພາກັນຫອມແທ້ຯ..

Anonymous
Jan 17, 2012 08:26 AM

I am agree with the goverment.Only the goverment can own the land.

Anonymous
Jan 18, 2012 09:09 PM

ຜູ້ອອກຄຳເຫັນ SMN ຂ້າງເທິງຮູ້ຈັກແຕ່ເວົ້າໃຫ້ຜູ້ອື່ນ ແລ້ວທ່ານເດເຮັດປະໂຫຽດຫຍັງແດ່ໃຫ້ກັບແຜ່ນດິນທີ່ຝັງສາຍແຫ່ແຜ່ລາຍບືຂອງທ່ານ.ຖ້າທ່ານເກັ່ງກ້າທ່ານຄືບໍ່ມາຊ່ວຍພັດທະນາປະເທດລາວໃຫ້ຈະເລີນເທົ່າກັບຊາດອື່ນທີ່ຈະເລີນແລ້ວ.ຢ່າຮູ້ແຕ່ເວົ້າໃຫ້ຄົນອື່ນໂດຍທີ່ຕົນເອງບໍ່ສ້າງປະໂຫຽກຫຍັງໃຫ້ກັບແຜ່ນດິນລາວ
.