ຍີ່ປຸ່ນຊ່ວຍລາວດ້ານ ເສຖກິດຂນາດນ້ອຍ
2011.06.17

ກົດຟັງສຽງ
ຫ້ອງການ ສົ່ງເສີມ ທຸຣະກິດ ຂນາດນ້ອຍ ແລະ ສະຖາບັນ ຄົ້ນຄວ້າ ນະໂຍບາຍ ທີ່ຂື້ນກັບ ກະຊວງ ການເງິນ ຂອງ ຍີ່ປຸ່ນ ໄດ້ເຊັນ ສັນຍາ ໃຫ້ການ ຊ່ວຍເຫລືອ ທາງດ້ານ ເທັກນິກ ແກ່ ທະນາຄານ ພັທນາ ຂອງລາວ ເພື່ອພັທນາ ອຸດສາຫະກັມ ແລະ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ ຢູ່ລາວ.
ພິທີ ເຊັນສັນຍາ ຖືກຈັດຂື້ນ ຢູ່ ໂຮງແຮມ Lao Plaza ໃນນະຄອນຫລວງ ວຽງຈັນ ໃນ ສັປດາ ນີ້. ຜູ້ເຊັນ ຝ່າຍລາວ ແມ່ນ ທ່ານ ຂຸນຍົນ ຄຳມະນີ ຫົວໜ້າກົມ ຄັງເງິນ ແລະ ທ່ານ ຫໍຣະດີ ສີຣັດຕະນະ ຫົວໜ້າຫ້ອງ ການສົ່ງເສີມ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ. ທ່ານ ນໍຣະດີ ກ່າວວ່າ ທ່ານ ດີໃຈຫລາຍ ທີ່ໄດ້ຮັບ ການຊ່ວຍເຫລືອ ທາງດ້ານ ເທັກນິກ ດັ່ງກ່າວ ຈາກ ຍີ່ປຸ່ນ.
ເມື່ອປີ 2008 ຣັຖບານ ສປປລາວ ແຕ່ງຕັ້ງ ໃຫ້ ທະນາຄານ ພັທນາ ລາວ ເປັນຜູ້ ໃຫ້ການ ບໍຣິການ ແລະ ໃຫ້ເງິນ ກູ້ຢືມ ແກ່ຊາວລາວ ທີ່ຢາກເຮັດ ທຸຣະກິດ ຂນາດນ້ອຍ ຫລື ຂນາດກາງ; ແຕ່ ທະນາຄານ ພັທນາ ລາວ ຍັງຂາດຄວາມ ຊຳນິຊຳນານ ໃນດ້ານໃຫ້ ການ ບໍຣິການ ແລະ ຍັງຂາດເຂີນ ເງິນທຶນ. ສະນັ້ນ ການຊ່ວຍເຫລືອ ຂອງ ຍີ່ປຸ່ນ ເທື່ອນີ້ ຈະຊ່ວຍ ສົ່ງເສີມ ທຸຣະກິດ ຂນາດນ້ອຍ ແລະ ກາງ ຢູ່ລາວ ຊຶ່ງເປັນ ກຸນແຈ ທີ່ສຳຄັນ ສຳຣັບ ການພັທນາ ເສຖກິດ ພາຍໃນ ໃຫ້ຈະເຣີນ ກ້າວໜ້າ.
ເມື່ອເດືອນ ມິນາ ປີນີ້ ນັກຊ່ຽວຊານ ຍີ່ປຸ່ນ ກໍໄດ້ ຊ່ວຍຝຶກ ອົບຣົມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ກ່ຽວກັບ ການໃຫ້ ບໍຣິການ ແລະ ການໃຫ້ ເງິນກູ້ຢືມ ແກ່ນັກ ທຸຣະກິດ ລາວ. ທ່ານ Hideyuki Furikado ປະທານ ສະຖາບັນ ຄົ້ນຄວ້າ ນະໂຍບາຍ ຂອງ ຍີ່ປຸ່ນ ກ່າວວ່າ ເພື່ອສ້າງສາ ພັທນາ ເສຖກິດ ຂອງຊາວ ປະເທດລາວ ຕ້ອງການ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ; ແຕ່ ປະຊາຊົນ ລາວ ຫລາຍຄົນ ທີ່ຢາກເຮັດ ທຸຣະກິດ ແບບນີ້ ປັດຈຸບັນ ຍັງຂາດເຂີນ ເງິນທຶນ. ສະນັ້ນ ການຊ່ວຍເຫລືອ ດັ່ງກ່າວ ຄົງຈະຊ່ວຍ ພວກເຂົາ ບໍ່ຫລາຍ ກໍໜ້ອຍ.