ຊາວຄໍາມ່ວນຫາຍສາບສູນ ໃນການປະມົງຢູ່ໄທ

ຄົນລາວ ຈາກແຂວງ ຄໍາມ່ວນ ທີ່ໄປເຮັດວຽກ ການປະມົງ ໃນປະເທດໄທ ໄດ້ຫາຍ ສາບສູນໄປ ຢ່າງບໍ່ມີ ຮ່ອງຮອຍ.
ໂພໄຊສວັດ
2012.05.25

ຊາວເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ເປີດເຜີຍ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 25 ພຶສພາ 2012 ນີ້ວ່າ ມີຊາວເມືອງ ທ່າແຂກ ຫລາຍຄົນ ທີ່ພາກັນໄປ ເຮັດວຽກ ເປັນລູກເຮືອ ປະມົງ ໃນໄທ ແຕ່ດົນແລ້ວ ຮອດປານນີ້ ກໍບໍ່ໄດ້ຕິດຕໍ່ ແຈ້ງຂ່າວມາຫາ ພີ່ນ້ອງ ຄອບຄົວເລີຍ ຈຶ່ງຄາດວ່າໄດ້ ຫາຍສາບສູນ ໄປແລ້ວ. ຊາວທ່າແຂກ ຜູ້ນຶ່ງເວົ້າວ່າ:

"ບັນຫາເຂົາເຄີຍ ໄປທະເລນະ ໄປຫາປູຫາປາ ຢູ່ແຖວໄທ ອີ່ສັງ ອອກຊາຍທະເລ ແມ່ນຫຍັງຕ່າງໆ ຜ່ານມາ ຫລາຍປີແລ້ວ ແຕ່ກໍບໍ່ ກັບມາເລີຍ ບາງຄອບຄົວ ຫວ່າງຫລັງໆມາ ຂະເຈົ້າກ໋ະຢ້ານ ເນ໋າະ".

ຊາວເມືອງທ່າແຂກ ຜູ້ນີ້ເວົ້າ ຕໍ່ໄປວ່າ ສໍາລັບ ພວກທີ່ໄປ ເຮັດວຽກເປັນ ລູກເຮືອ ປະມົງ ໃນປະເທດໄທ ໂດຍສ່ວນໂຕແລ້ວ ກໍບໍ່ຮູ້ວ່າ ພວກຂະເຈົ້າ ສະມັກໃຈໄປ ຫລື ຖືກນັກ ຄ້າມະນຸສ ຕົວະຍົວະ ໄປ ແລະ ກໍບໍ່ຮູ້ວ່າ ທາງຄອບຄົວ ຂອງພວກຂະເຈົ້າ ໄດ້ແຈ້ງໄປຫາ ເຈົ້າໜ້າທີ່ ທາງການລາວ ເພື່ອປະສານງານ ຫາເຈົ້າໜ້າທີ່ ຮັບຜິດຊອບ ຝ່າຍໄທ ໃຫ້ຕິດຕາມຫາ ຫລືບໍ່ ດັ່ງນັ້ນ ຈຶ່ງບໍ່ຮູ້ ຊະຕາກັມ ຂອງພວກຂະເຈົ້າ.

ກ່ຽວກັບ ກໍຣະນີ ດັ່ງກ່າວ ຜູ້ສື່ຂ່າວ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ໄທ ຈຶ່ງໄດ້ຂໍ້ຄວາມວ່າ ເປັນໄປໄດ້ສູງ ທີ່ຊາວລາວ ດັ່ງກ່າວ ຈະຖືກຕົວະຍົວະ ໄປເຮັດວຽກ ເປັນລູກເຮືອ ປະມົງ ໃນໄທ ຍ້ອນວ່າເຄີຍ ມີຂ່າວກ່ຽວກັບ ຊາວຕ່າງຊາດ ທີ່ໄປເຮັດວຽກ ປະມົງ ໃນພາກກາງ ແລະ ພາກໃຕ້ຂອງໄທ ຊຶ່ງລູກເຮືອ ເຫລົ່ານັ້ນ ຈະຖືກບັງຄັບ ໃຊ້ແຮງງານ ເປັນປີໆ ໃນເຮືອ ກາງທະເລ ໂດຍບໍ່ໄດ້ ກັບເຂົ້າຝັ່ງເລີຍ.

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ການປະມົງ ໃນປະເທດໄທ ພົບວ່າ ຊາວຕ່າງຊາດ ທີ່ມາເຮັດວຽກ ໃນເຮືອ ປະມົງໄທ ມີຄວາມສ່ຽງສູງ ຫລາຍຄົນຖືກຂາຍ ຕໍ່ໃຫ້ ເຮືອປະມົງ ລໍາອື່ນໆ ຫລາຍຄົນ ຖືກສໍ້ໂກງ ຄ່າຈ້າງແຮງງານ ຫລາຍຄົນຖືກ ທໍາຮ້າຍ ແລະ ຫລາຍຄົນ ກໍໄດ້ຮັບການ ກະທໍາຕໍ່ ຢ່າງຮຸນແຮງ ຈົນເສັຍຊີວິດ ແລະ ສົບກໍຖືກ ຖິ້ມລົງທະເລ ກໍມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.