ລາວແລະຈີນຮ່ວມມືຕ້ານ ໄຂ້ຫວັດນົກໄຂ້ຫວັດໝູ

ແຂວງ ຫລວງນໍ້າທາ ແລະເມືອງ ລາ ໃນຈີນ ຮ່ວມມືຕ້ານ ເຊື້ອພຍາດ ໄຂ້ຫວັດນົກ H5N1 ແລະ ໄຂ້ຫວັດໝູ.
ມະນີຈັນ
2010.12.13

ກົດຟັງສຽງ

ເມື່ອສັປດາ ຜ່ານມາ ພະນັກງານ ວີຊາການ ແຂວງ ຫຼວງນໍ້າທາ ແລະ ເມືອງລາ ຂອງຈີນ ໄດ້ເຂົ້າຮ່ວມ ສັມມະນາ ອົບຮົມ ກ່ຽວກັບການ ຄວບຄຸມ ພຍາດ ໄຂ້ຫວັດນົກ H5N1 ແລະ ໄຂ້ຫວັດໝູ ຊຶ່ງຈັດຂຶ້ນທີ່ ເມືອງຫລວງນໍ້າທາ ຕາມຣາຍງານ ຂ່າວຈາກ ນະຄອນຫລວງ ວຽງຈັນ.

ຜູ້ເຂົ້າຮ່ວມ ສຳມະນາ ໄດ້ຮຽນຮູ້ເຖິງ ວິທີການ ປິ່ນປົວ ແລະ ປ້ອງກັນ ການຣະບາດ ຂອງເຊື້ອພຍາດ ດັ່ງກ່າວ ຢູ່ ສປປລາວ ແລະ ຢູ່ເມືອງລາ ຂອງຈີນ. ພ້ອມກັນນັ້ນ ກໍໄດ້ຮັບ ຄຳແນະນຳ ເພື່ອແກ້ໄຂ ບັນຫາ ການຣະບາດ ຂອງ ເຊື້ອພຍາດທັງ 2 ຊນິດນັ້ນ.

ໃນການອົບຮົມ ຄັ້ງນີ້ ໄດ້ມີການ ກຳນົດແຜນ ປະຕິບັດ ງານ ໃນກໍຣະນີ ມີຄົນເຈັບ ທີ່ເດີນທາງ ເຂົ້າປະເທດ ຂອງແຕ່ລະຝ່າຍ ຮວມທັງແຜນ ງານສຸກເສີນ ນຳດ້ວຍ. ຜູ້ເຂົ້າຮ່ວມ ສັມມະນາ ໄດ້ແລກປ່ຽນ ປົດຮຽນ ແລະ ຮຽນຮູ້ ບົດຮຽນ ທີ່ແຕກຕ່າງກັນ ແລະ ສິ່ງທີ່ ຄ້າຍຄືກັນ ໃນການ ປະຕິບັດງານ ເພື່ອກຳນົດ ແນວທາງ ເຄື່ອນໄຫວ ຮ່ວມກັນ ໃນຂັ້ນຕໍ່ໄປ ໃຫ້ໄດ້ຮັບ ຜົນດີ ແລະ ທັງຈະ ປະສານງານ ກັນກ່ຽວກັບ ການແລກປ່ຽນ ຂໍ້ມູນ ເອກກະສານ ຊຶ່ງກັນແລະກັນ ໃນກໍຣະນີ ພົບຄົນເຈັບ ເປັນພຍາດ ໄຂ້ຫວັດນົກ ແລະ ໄຂ້ຫວັດໝູ. ພ້ອມທັງຈະມີ ການຝຶກແອບ ຮ່ວມກັນ ເພື່ອໃຫ້ທັງ 2 ຝ່າຍ ສາມາດປ້ອງກັນ ຄວບຄຸມ ການຣະບາດ ຂອງຂອງເຊື້ອ ພຍາດດັ່ງກ່າວ ຕາມ ຊາຍແດນໄດ້ ຢ່າງທ່ວງທັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.