ວັຍໜຸ່ມສາວລາວ ຍ້າຍເຂົ້າສູ່ຕົວເມືອງ
2010.11.23
ຊີວິດການເປັນຢູ່ ໃນເຂດຊົນນະບົດ
ກົດຟັງສຽງ
ຄົນວັຍໜຸ່ມ ສາວລາວ ຍ້າຍຈາກ ເຂດຊົນບົດ ເຂົ້າມາຢູ່ ຕົວເມືອງໃຫຍ່ ຕ່າງໆ ຂອງລາວ ຫລືໄປ ປະເທດໄທ ນັບມື້ນັບ ຫລາຍຂຶ້ນ. ການຍ້າຍນັ້ນ ມັກນໍາໄປສູ່ ການມີ ເສຖກິດ ທີ່ດີຂຶ້ນ ສເມີ ແຕ່ ກໍໝາຍເຖິງ ການເຮັດວຽກງານ ທີ່ໜັກໜ່ວງ ຫລາຍ ຂຶ້ນເຊັ່ນກັນ. ຕາມຣາຍງານ ຂ່າວ News Newsdesk ວັນທີ 22 ພຶສຈິກາ 2010.
ການຍ້າຍໄປໄທ ເປັນທີ່ນິຍົມ ກັນຫລາຍ ໃນແຂວງ ພາກໃຕ້ ຂອງລາວ ຊຶ່ງມີນໍ້າຂອງ ເປັນຊາຍແດນ. ເພື່ອເຂົ້າໃຈ ກ່ຽວກັບວ່າ ແມ່ນຫຍັງ ທີ່ເຮັດໃຫ້ ຊາວນຸ່ມລາວ ຍ້າຍຈາກເຂດ ຊົນນະບົດ ໄປນັ້ນ ພູໄຊ ກາບມານີວັນ ທີ່ ມະຫາວິທະຍາລັຍ Umea ຢູ່ປະເທດ ສະວີເດິນ ໄດ້ສັມພາດ ຄົນງານຜູ້ຍິງ ທີ່ເຮັດວຽກ ໃນໂຮງງານ, ຄົນຍ້າຍ ຖີ່ນ ທີ່ກັບຄືນບ້ານ ແລະ ຄອບຄົວ ຂອງຄົນລາວ ທີ່ຍັງເຮັດວຽກ ຢູ່ໄທ.
ນາງວ່າ ການອອກ ຈາກບ້ານໄປ ຂອງລູກສາວ ໃນເຂດ ຊົນນະບົດ ເປັນສ່ອງທາງ ນຶ່ງ ທີ່ຈະຊ່ວຍ ພໍ່ແມ່ ແລະເອື້ອຍ ອ້າຍນ້ອງ ທາງດ້ານ ການເງິນໄດ້. ເຖິງແມ່ນວ່າ ຈະໄດ້ຄ່າຈ້າງ ແຮງງານຕໍ່າ ທັງຄອບຄົວ ແລະ ຕົວເຂົາເອງ ກໍມີຖານະ ທາງດ້ານ ເສຖກິດ ທີ່ດີຂຶ້ນ. ຜູ້ຍິງມັກມີ ຄວາມສັມພັນ ທີ່ດີ ໃນບ່ອນເຮັດ ວຽກງານ ແລະ ມີຄວາມ ປອດພັຍດີ ໃນໂຮງຈັກ ໂຮງງານ. ແຕ່ຊີວິດ ສ່ວນໃຫຍ່ແລ້ວ ເຕັມໄປດ້ວຍ ການເຮັດວຽກ ຫລາຍຊົ່ວໂມງ ແລະ ມີການຄວບຄຸມ ຢ່າງເຂັ້ມງວດ. ເພື່ອທີ່ຈະມີ ຣາຍໄດ້ດີຂຶ້ນ ແລະ ບໍ່ໄປເຮັດວຽກ ຢູ່ໂຮງຈັກ ໂຮງງານ ນັ້ນ ຜູ້ຍິງຫລາຍຄົນ ກໍເຮັດວຽກ ຢູ່ຕາມຕລາດ ຫລື ຮ້ານຂາຍເບັຽ ບ່ອນທີ່ມີ ຄວາມສ່ຽງຕໍ່ ການຖືກ ຂູດຮີດຫລາຍ ໄປກວ່ານັ້ນ.
ພູໄຊ ກາບມານີວັນ ສລຸບວ່າ ສໍາລັບຄົນ ວັຍຫນຸ່ມສາວ ການຍ້າຍ ຢູ່ພາຍໃນລາວ ທົ່ວໄປແລ້ວ ມີທິດທາງ ທີ່ດີກວ່າ ການຍ້າຍໄປ ໄທ ຊຶ່ງມີຄວາມສ່ຽງ ຫລາຍກວ່າ. ກົດຣະບຽບ ການຍ້າຍຖີ່ນ ຂອງແຮງງານ ສາມາດຊ່ວຍໃຫ້ ພວກເຂົາເຈົ້າ ມີຣາຍໄດ້ ໂດຍບໍ່ຕ້ອງສ່ຽງ ເລື່ອງການ ຖືກຂູດຮີດໜັກ. ສໍາຄັນທີ່ສຸດ ກໍຄື ສິດທິ ຂອງແຮງງານ ເຄື່ອນທີ່ ມີການ ຮັບປະກັນ ທັງໃນເລື່ອງ ສະພາບການ ອອກແຮງງານ ແລະຖານະ ທາງດ້ານ ກົດໝາຍ.
ພູໄຊ ກາບມານີວັນ ໄດ້ຂຶ້ນ ປ້ອງກັນ ບົດນິພົນ ກ່ຽວກັບ “ແບບແຜນ ການຍ້າຍຖີ່ນ ແລະການ ປ່ຽນແປງ ທາງ ເສຖກິດ-ສັງຄົມ ໃນ ສປປລາວ” ເມື່ອວັນສຸກ ທີ 19 ພຶສຈິກາ 2010.









