ໂຮງງານຜລິດເຄື່ອງອະໄຫຼ່ ເຮືອບິນໃນລາວ

ເຈົ້າໜ້າທີ່ ທາງການ ລາວ ເປີດເຜີຍ ວ່າ ອາຄານ ຂອງ ໂຮງງານ ຜລິດ ເຄື່ອງອະໄຫຼ່ ເຮືອບິນ ແຫ່ງ ທໍາອິດ ຂອງລາວ ສ້າງໄປໄດ້ 90 ສ່ວນຮ້ອຍ ແລ້ວ ຫລັງຈາກ ທີ່ເລີ້ມມາ ໄດ້ 8 ເດືອນ.
ໂພໄຊສວັດ
2011.09.09
F-Aeroworks ບໍຣິສັດ Aeroworks ທີ່ສ້າງ ໂຮງງານ ຜລິດຊິ້ນສ່ວນ ເຄື່ອງອະໄຫຼ່ ເຮືອບິນ ໃນແຂວງ ສວັນນະເຂດ
Wijers International Aviation Trading

ກົດຟັງສຽງ

ຮອງຜູ້ ບໍຣິຫານ ເຂດ ເສຖກິດ ພິເສດ ສວັນ-ເຊໂນ ທ່ານ ທອງໄສ ໄຊຍະວົງ ຄໍາດີ ເວົ້າວ່າ ໂຮງງານ ດັ່ງກ່າວ ແມ່ນການ ລົງທຶນ ຂອງ ບໍຣິສັດ Aerowork Asia ຊຶ່ງເປັນ ສາຂາ ຂອງ ບໍຣິສັດ ໃຫຍ່ Dutch, Aeroworks. ທາງ ບໍຣິສັດ ຫາກໍເລີ້ມ ຖິດຕັ້ງ ເຄື່ອງຈັກ ແລະ ອຸປກອນ ການຜລິດ ພາຍໃນ ໂຮງງານ ແລະ ຄາດວ່າ ຈະແລ້ວ ໃນທ້າຍ ປີນີ້ ແລະ ຈະເລີ້ມ ທົດລອງ ຜລິດຊິ້ນສ່ວນ ເຮືອບິນ ອອກ ຈໍາໜ່າຍໄດ້. ອີງຕາມ ຄໍາເວົ້າ ຂອງ ທ່ານ ທອງໄສ.

ທ່ານ ທອງໄສ ເວົ້າວ່າ ປັດຈຸບັນ ສິ່ງທີ່ ຈໍາເປັນ ສໍາລັບ ທາງ ບໍຣິສັດ ແມ່ນການ ຝຶກອົບຮົມ ພະນັກງານ ຄົນລາວ ທ້ອງຖິ່ນ 100 ຄົນ ກ່ອນທີ່ ຈະເລີ້ມ ລົງມື ຜລິດ ສິນຄ້າ ອອກ ຈຳໜ່າຍ. ທາງ ບໍລິສັດ ໄດ້ສົ່ງ ຄົນງານ ລາວ 5 ຄົນ ໄປຝຶກ ອົບຮົມ ໃນຕ່າງ ປະເທດ ແລະ ພວກຂະເຈົ້າ ຈະກັບມາ ເປັນນາຍຄຣູ ຝຶກສອນ ໃຫ້ຄົນລາວ ທີ່ຈະມາ ເປັນ ພະນັກງານ ໃນຂັ້ນ ຕໍ່ໄປ.

ອີງຕາມ ທ່ານ ທອງໄສ ລູກຄ້າ ຂອງທາງ ບໍຣິສັດ ກໍມີ ບໍຣິສັດ ຜລິດເຮືອບິນ ຊັ້ນນໍາໜ້າ ເຊັ່ນ Airbus, Boeing, Sukoi Super Jet ແລະ Mitsubishi. ບໍຣິສັດ Aeroworks ໄດ້ຕັດສິນໃຈ ສ້າງໂຮງງານ ຢູ່ ສວັນນະເຂດ ເພາະວ່າ ແຂວງ ສວັນນະເຂດ ເປັນແຂວງ ສູນກາງ ຂອງ ການລໍາລຽງ ເສຖກິດ ຕາເວັນອອກ ຕາເວັນຕົກ ຂອງ ພູມີພາກ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 12, 2011 02:07 PM

I DON'T BELIVE IT LAO CANT MADE PART FOR THE AIREBUS AND BOING JEST YOU MAD IT BUT NO BODY BUY I THINK MADE PART FOR ETEAND
IS NOT GUANETY WHY THEY MADE PART FOR AIEPLAN