ລາວ-ຈີນ ປັກຫລັກໝາຍເຂດແດນ

ສປປລາວ ແລະສປຈີນ ຈະທົບທວນ ຫລັກຫມາຍ ຈຸດເຂດແດນ ຣະຫວ່າງກັນ ຄືນໃຫມ່.
ສິດນີ
2011.04.12

ກົດຟັງສຽງ

ໃນມື້ວັນຈັນເຈົ້າຫນ້າທີ່ລາວແລະຈີນໄດ້ພາກັນຮ່ວມພິທີເປີດຫລັກຫມາຍຈຸດເຂດ ແດນຣະຫວ່າງກັນເປັນຄັ້ງທໍາອິດໃນຈຸດຜ່ານແດນບໍ່ເຕັນ-ໂມຫານພາກເຫນືອ   ຂອງລາວກັບພາກໃຕ້ຂອງແຂວງຢູນານ.

ພິທີດ່ັງກ່າວເປັນພາກສ່ວນສັນຍາລັກຂອງປະເທດທັງສອງທີ່ຈະຮ່ວມກັນກວດກາ ຫລັກຫມາຍຈຸດເຂດແດນຣະຫວ່າງກັນໃນອານາຄົດ,ຝ່າຍລາວເປັນປະທານ ເປິດໂດຍທ່ານຫ້ຽມພົມມະຈັນຮອງຣັຖມົນຕຣີຕ່າງປະເທດລາວແລະຝ່າຍຈີນກໍ່ ແມ່ນທ່ານຫລຸຍເຊນມີນຜູ້ຊ່ວຍຣັຖມົນຕຣີຕ່າງປະເທດຈີນເປັນຜູ້ຮ່ວມພິທີເປີດ. ດ່ານເຂົ້າອອກແຫ່ງນີ້ເປັນຈຸດເຊື່ອມຕໍ່ຣະຫວ່າງເມືອງໂມຫານພາກຕາເວັນຕົກ ສ່ຽງໃຕ້ຂອງແຂວງຢູນານກັບເມືອງບໍເຕັນແຂວງຫລວງນ້ຳທາຂອງລາວ.

ທ່ານຫລຸຍກ່າວໃນພິທີວ່າ,ດ້ວຍຄວາມພຍາຍາມຂອງສອງຝ່າຍລາວຈີນມີຄວາມ ຊົມຊື່ນຍີນດີໃນຄວາມສງົບແລະຄວາມຮ່ວມມືຕາມແນວຊາຍແດນຣະຫວ່າງສອງ ປະເທດທີ່ມີການຂຍາຍຕົວຂື້ນຢ່າງຕໍ່ເນື່ອງ.ທ່ານວ່າປີນີ້ເປັນປີຄົບຮອບ-50-ປີ ຂອງຄວາມສຳພັນລາວຈີນທາງການຈີນຢາກໃຊ້ໂອກາດອັນສຳຄັນດັ່ງກ່າວຍົກຣະ ດັບຄວາມຮ່ວມມືຢ່າງໃກ້ຊິດກັບສປປລາວດ້ວຍຄວາມຫວັງທີ່ວ່າຢາກເປັນເພື່ອນ ບ້ານໃກ້ຄຽງທີ່ດີຣະຫວ່າງກັນໄປຕຣອດກາຣະນານ.

ເຂດແດນຈີນລາວມີຄວາມຍາວປະມານ-505-ກິໂລແມັດໄດ້ປັກຫລັກຫມາຍເຂດ ແດນຢ່າງເປັນທາງການໃນປີ-1993.ໃນການກວດກາທັງສອງປະເທດຈະເບີ່ງ ສະພາບຫລັກຫມາຍແລະປັບປຸງໃຫ້ດີຂື້ນຖ້າມີການສຳຣຸດເພພັງກໍ່ສ້ອມແປງໃຫ້ ເປັນຫລັກໃຫມ່ແລະຖາວອນກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.