ລາວ-ຈີນ ສ້າງຄວາມແໜ້ນແຟ້ນ

ສປປລາວ ແລະ ສປຈີນ ຢືນຢັນ ດ້ານ ການ ຄວາມຮ່ວມມື ທາງຍຸທສາຕ ຮອບດ້ານ ໃຫ້ແໜ້ນແຟ້ນ ກວ່າເກົ່າ.
ຫວາດ ສີມູນ
2011.09.22
F-Choummaly ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ສູນກາງ ພັກປະຊາຊົນ ປະຕິວັດ ລາວ
RFA

ກົດຟັງສຽງ

ໃນຣະຫວ່າ ງທີ່ ຢ້ຽມຢາມ ສປຈີນ ຢ່າງເປັນ ທາງກາຣ ຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທສ ສປປລາວ ແຕ່ມື້ວັນ ທີ່ 18-21 ກັນຍາ ນີ້ນັ້ນ ຜູ້ນຳລາວ ກໍໄດ້ ລົງນາມ ໃນ ຂໍ້ສັນຍາ ຫລາຍສະບັບ ກັບທາງ ກາຣຈີນ ແລະ ໃນມື້ ວັນພຸທ ນີ້ ກໍໄດ້ອອກ ຖແລງກາຣ ຮ່ວມ ກັບທ່ານ Hu Jintao ປະທານ ປະເທສ ສປຈີນ ທີ່ຜູ້ນຳ ທັງສອງ ໃຫ້ກາຣ ຢືນຢັນ ທີ່ຈະໃຫ້ມີ ກາຣຂຍາຍ ກາຣຮ່ວມມື ທາງ ຍຸທສາຕ ຮອບດ້ານ ໃຫ້ຍືນຍົງ ຕໍ່ໆໄປ.

ທາງຜູ້ນໍາ ທັງສອງ ໄດ້ເນັ້ນ ໃນຖແລງກາຣ ຮ່ວມວ່າ ຕລອດເວລາ ທີ່ທາງ ຜູ້ນໍາລາວ ໄດ້ ສົນທະນາ ໂອ້ລົມ ກັບ ຜູ້ນຳຈີນ ຫລາຍໆຄົນ ຊຶ່ງກໍຮວມ ທັງທ່ານ Hu Jintao ທ່ານ Wen Jiabao ນາຍົກ ຣັຖມົນຕຣີ ຈີນ ແລະ ທ່ານ Xi Jinping ຮອງ ປະທານ ປະເທສຈີນ ນັ້ນ ກໍມີ ກາຣ ຫາຣືກັນ ດ້ານສາຍ ກາຣພົວພັນ ຣະຫວ່າງ ສອງຝ່າຍ ທີ່ວ່າ ຈະໃຫ້ມີ ກາຣຮ່ວມມື ກັນໃຫ້ ຫລາຍ ກວ່າເກົ່າ ຕລອດຮອດ ບັນຫາ ໃນ ພູມີພາຄ ແລະ ບັນຫາ ສາກົລ ນຳດ້ວຍ.

ໃນຂນະດຽວກັນ ນັ້ນ ຜູ້ນໍາ ທັງສອງ ຍັງໄດ້ ກ່າວຢໍ້າ ທີ່ທາງກາຣ ຈີນ ຈະໃຫ້ຄວາມ ຮ່ວມມື ໃນໂຄງກາຣ ພັທນາ ເສຖກິຈ-ສັງຄົມ ແລະ ໂຄງສ້າງ ພື້ນຖານ ຕ່າງໆ ໂດຽທີ່ຈະ ໃຫ້ມີ ກາຣສົ່ງເສີມ ດ້ານກາຣ ລົງທຶນ ໃນ ສປປລາວ ຂອງທາງ ບໍຣິສັທ ຈີນ ໃຫ້ຫລາຍ ກວ່າເກົ່າ ໃນຂັ້ນ ຕໍ່ໆໄປ ພ້ອມກັບ ທາງກາຣຄ້າ ຣະຫວ່າງ ສອງຝ່າຍ ກໍຈະໃຫ້ ມີຫລາຍ ເພີ່ມຂຶ້ນ ໂດຽສະເພາະ ທີ່ທາງ ຈີນ ກໍມີກາຣ ຕົກລົງ ກາຣຄ້າ ເສຣີ ກັບອາຊ໊ຽນ ແລ້ວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 24, 2011 06:14 AM

ເວລາມີັບັນຫາ ຄວາມທຸກຂ ຢ່າຟ້າວີຕົກ ເຮັດໄຈເຢັນ ຄວາມສຸຂຈະຕໍ່ຄິວໃຫ້ ຍາມເມື່ອໄດ້ຮັບສຸຂ ກໍຂໍໃຫ້ເປັນຄວາມສ່ວນລວມ ແລະ ກໍຕ້ອງຮູ້ຕັກຕວງຄວາມສຸຂ ສຳລອງ ເພື່ອມະໄລຄວາມທຸກຂ ສ່ວນປະເທສ ໄນວັນຂ້າງຫ້ນາ ປວງປະຊາ ຈະເກີດແສງສະຫ່ວາງ ຂໍລາວທັງຊາຕຈົ່ງຈະເລີນ ຕໍໄປ ຂອບໃຈ.