ທາງຣົຖໄຟລາວ-ຈີນ ຈະເລີ້ມສ້າງແລ້ວ

ການດໍາເນີນ ງານ ກ່ຽວກັບ ການສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະເລີ້ມ ລົງມື ໃນມໍ່ໆ ນີ້.
ສິດນີ
2011.04.25

ກົດຟັງສຽງ

ສື່ມວນຊົນ ພາກຣັຖ ຂອງຈີນ ລາຍງານວ່າ ການກໍ່ສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ຈາກຂຸນຫມິງ ພາກຕາເວັນຕົກ ສ່ຽງໃຕ້ ຂອງຈີນ ເຊຶ່ອມຕໍ່ ໄປຫາ ກຸ່ມປະເທດ ອາຊຽນ ທີ່ຈະໃຊ້ ເວລາ 10 ຊົ່ວໂມງ ຜ່ານລາວ. ຕາມແຜນການ ມີກຳນົດ ຂື້ນໃນ ມື້ອື່ນ ວັນທີ 26 ເມສາ ທີ່ມີ ຄວາມຍາວ ປະມານ 3,900 ກິໂລແມັດ ຈາກຂຸນຫມິງ ໄປຫາ ສີງກະໂປ.

ນັກວິເຄາະ ເວົ້າວ່າ ເສັ້ນທາງ ຣົຖໄຟ ຄວາມໄວສູງ ດັ່ງກ່າວ ຈະຍົກ ຣະດັບ ການເຊື່ອມຕໍ່ ທາງດ້ານ ເສຖກິດ ແລະ ອິທທິພົນ ຂອງຈີນ ໃນບັນດາ ປະເທດ ອາຊຽນ ເຫລົ່ານັ້ນ ຫລາຍຂື້ນ. ສະຖານີ ວິທຍຸ ກະຈາຍສຽງ ແຫ່ງຊາດ ຈີນ ລາຍງານວ່າ ເສັ້ນທາງ ຣົຖໄຟ ຄວາມໄວສູງ ຈາກຂຸນຫມີງ ແຂວງຢູນານ ຫາ ນະຄອນຫລວງ ວຽງຈັນ ແມ່ນສ້າງຂື້ນ ຕາມແຜນການ ເສັ້ນທາງ ຣົຖໄຟ ອາຊຽນ-ຈີນ ຊື່ງເສັ້ນທາງ ສາຍນີ້ ຈະຕໍ່ຈາກ ບາງກອກ ປະເທດໄທ ຜ່ານກຸງ ກົວລາລຳເປີ ໄປຫາ ສິງກະໂປ.

ທ່ານ ວາງ ມັງຈູ ຮອງຫົວຫນ້າ ຝ່າຍວິສວະກັມ ອຸບມົງ ຣົຖໄຟ ຄວາມໄວສູງ ຂອງຈີນ ກ່າວຕໍ່ ຫນັງສືພິມ ການຄ້າ the herald ຂອງຈີນ ວ່າ ນອກຈາກ ເສັ້ນທາງ ຣົຖໄຟ ຄວາມໄວສູງ ເຊື່ອມຫາ ອາຊຽນ ສາຍດັ່ງກ່າວ ນີ້ແລ້ວ, ຈີນຍັງມີ ແຜນການ ທີ່ຈະສ້າງ ຕື່ມອີກ 2 ສາຍ ທີ່ຈະເຊື່ອມ ເອເຊັຽ ກາງ ໄປຫາ ຣັຖເຊັຽ ນຳອີກ.

ໃນຂນະດຽວກັນ ສະຖານທູດ ລາວ ທີ່ ກຸງປັກກີ່ງ ກໍ່ບອກກັບ ຫນັງສືພີມ The Herald ວ່າ ການດຳເນີນ ງານ ເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະມີການ ເລື່ອນ ເວລາ ເລັກນ້ອຍ ຍ້ອນການ ດັດແປງ ຂໍ້ຕົກລົງ ຄວາມຮ່ວມມື ລາວ-ຈີນ ໃນໂຄງການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.