ສປປລ ວ່າຈະມີແຕ່ໄດ້ ຈາກເຂື່ອນນໍ້າເທີນ 2

ຕລອດເວລາ 25 ປີ ທີ່ມີການ ສັມປະທານ ໂຄງການ ພະລັງ ໄຟຟ້າ ເຂື່ອນນໍ້າເທີນ 2 ລາວ ຈະໄດ້ຮັບ ຜົນປໂຍດ ຕື່ມຂຶ້ນ ເລື້ອຍໆ.
ໂພໄຊສວັດ
2010.12.10
F-stock ເຂື່ອນນໍ້າເທີນ 2 ກໍມີບົດບາດ ທີ່ສໍາຄັນ ໃນຕລາດຫລັກຊັບ ຂອງສປປລາວ
RFA

ກົດຟັງສຽງ

ຕລອດເວລາ 25 ປີ ຂອງການ ສັມປະທານ ໂຄງການ ຜລິດກະແສ ໄຟຟ້າ ເຂື່ອນນ້ຳເທີນ 2 ໃນແຂວງ ຄຳມ່ວນ, ສປປ ລາວ ຈະໄດ້ຮັບ ຜົນປໂຍດ ຕື່ມຂຶ້ນເລື້ອຍໆ ຍ້ອນວ່າຣາຄາ ໄຟຟ້າ ຈະປ່ຽນເພີ້ມສູງ ຂຶ້ນທຸກໆປີ, ເຖິງວ່າ ປະຣິມານ ການຜລິດ ກະແສໄຟຟ້າ ຂອງໂຄງການ ເຂື່ອນນ້ຳເທີນ 2 ຈະຢູ່ໃນ ລະດັບເກົ່າ ກໍຕາມ. ດັ່ງ ດຣ ສົມບູນ ມະໂນຣົມ ຜູ້ອຳນວຍການ ຣັຖວິສາຫະກິດ ຖືຮຸ້ນລາວ ອະທິບາຍວ່າ:

"ແຕ່ລະປີ ຜົນປໂຍດ ຂອງຣັຖບານ ຈະເພີ້ມຂຶ້ນ ທຸກໆປີ ໂດຍສະເລັ່ຍ ແລ້ວ ປະມານ 1%-2% ຍ້ອນວ່າ ຣາຄາໄຟຟ້າ ທີ່ເຮົາຂາຍນັ້ນ ແຕ່ລະປີມັນ ຈະມີການ ປັບຂຶ້ນ 1.3-1.4% ຄັນວ່າ ຣາຄາໄຟຟ້າ ເພີ້ມຂຶ້ນຈັ່ງຊີ້ ພຽງແຕ່ດ້ວຍ ປະຣິມານ ການຜລິດ ເທົ່າເດີມ ກໍຖືວ່າລາຍ ຮັບເຮົາ ເພີ້ມຂຶ້ນ".

ດຣ ສົມບູນ ເວົ້າຕໍ່ໄປວ່າ ໂຄງການໄຟຟ້າ ເຂື່ອນນ້ຳເທີນ 2 ມີຄວາມສຳຄັນ ແລະ ມີປໂຍດ ຕໍ່ ສປປລາວ ເປັນຢ່າງຍິ່ງ ໂດຍສະເພາະ ຕໍ່ການ ພັທນາ ເສຖກິດ ສັງຄົມ ຍ້ອນວ່າ ໂຄງການດັ່ງກ່າວ ຈະສ້າງລາຍຮັບ ໃຫ້ແກ່ ຣັຖບານ ລາວ ຢ່າງສມໍ່າສເມີ ໂດຍລາວ ຈະມີລາຍ ຮັບປະມານ 16,000 ຕື້ ກວ່າກີບ ທຸກໆປີ ຕລອດ ລະຍະເວລາ 25 ປີ ຂອງການ ສັມປະທານ ຊຶ່ງຈຳນວນເງິນ ດັ່ງກ່າວ ຍັງບໍ່ໄດ້ ຮວມຜົນປໂຍດ ທາງອ້ອມ ແລະ ອື່ນໆ.

ສຳລັບສ່ວນແບ່ງ ທາງ ຣັຖວິສາຫະກິດ ຮຸ້ນລາວ ຈະໄດ້ຮັບ ປະມານ 5,600 ກວ່າ ຕື້ກີບຕໍ່ປີ, ຊຶ່ງທາງ ບໍຣິສັດ ນ້ຳເທີນ 2 ຈະເປັນ ຜູ້ຈ່າຍໃຫ້. ຫລັງຈາກນັ້ນ ທາງ ຣັຖວິສາຫະກິດ ຮຸ້ນລາວ ກໍຍັງຕ້ອງ ໄດ້ຈ່າຍ ພາສີກຳໄລ ແລະ ອື່ນໆ ທີ່ໄດ້ຕົກລົງ ຕາມສັນຍາ ກັບ ຣັຖບານ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.