ເພື່ອພັທນາກາຣສຶກສາ ລາວຕ້ອງການທຶນເພີ້ມອີກ

ສປປລາວ ຍັງຕ້ອງກາຣ ທຶນ ກາຣຊ່ວຍເຫລືອ ສໍາລັບ ໂຄງກາຣ ພັທນາ ກາຣສຶກສາ.
ຫວາດ ສີມູນ
2011.07.27
F-lao-school ໂຮງຮຽນ ຊັ້ນມັທຍົມ ໃນແຂວງ ພາກໃຕ້ຂອງລາວ
RFA

ກົດຟັງສຽງ

ໃນປັຈຈຸບັນ ທາງກາຣ ສປປລາວ ຍັງຕ້ອງກາຣ ເງິນທຶນ ກາຣຊ່ວຍເຫລືອ ເພີ່ມຂຶ້ນ ຫລາຍ ກວ່າເກົ່າ ເພື່ອຈະໃຫ້ ສາມາດ ປະຕິບັຕ ຕາມແຜນກາຣ ພັທນາ ກາຣສຶກສາ ໃນທົ່ວ ປະເທສ ໃຫ້ໄດ້ ທັ້ງໃນ ຣະດັບ ປະຖົມສຶກສາ ແລະ ໃນຂັ້ນ ມັທຍົມ.

ຕາມແຜນກາຣ ຂອງອົງກາຣ ຊ່ວຍເຫລືອ ສາກົລ ໃຫ້ແກ່ ກະຊວງ ສຶກສາທິກາຣ ລາວນັ້ນ ກໍຮວມທັງ ໂຄງກາຣ ຂຍາຍ ແລະ ປະຕິຮູບ ກາຣສຶກສາ ໃນຣະດັບ ມັທຍົມ ໃນທົ່ວປະເທສ ຕລອດຮອດ ດ້ານກາຣ ປັບປຸງ ໃນຂັ້ນ ປະຖົມສຶກສາ ນຳດ້ວຍ ຊຶ່ງ ກໍຮວມທັງ ໂຄງກາຣ ປຸກສ້າງ ໂຮງຮຽນ ປະຖົມສຶກສາ ໃນ ທົ່ວປະເທສ ໃຫ້ໄດ້ເຖິງ 1,120 ຫ້ອງ ຕາມໝູ່ບ້ານ ຕ່າງໆ 270 ແຫ່ງ ຕາມເຂຕ ຕົວເມືອງ ທີ່ທຸກຂ໌ຍາກ ທີ່ສຸດ ເຖິງ 19 ຕົວເມືອງ.

ນອກຈາກນັ້ນ ທາງອົງກາຣ ຊ່ວຍເຫລືອ ສາກົລ ດັ່ງກ່າວ ຍັງຄາດວ່າ ຈະໃຫ້ສາມາດ ມີກາຣ ສົ່ງເສີມ ແລະ ຈັດຫລັກສູຕ ກາຣຝຶກ ອົບຮົມ ບັນດາຄຣູ ອາຈາຣຍ໌ ສອນ ໃຫ້ມີ ຄຸນນະພາບ ຕື່ມອີກ ໃຫ້ໄດ້ ບໍ່ຕໍ່າກວ່າ 700 ຄົນ ໂດຽສະເພາະ ຕາມເຂຕ ຊົນນະບົດ ໃນທົ່ວ ປະເທສ.

ເຖິງຢ່າງໃດ ກໍຕາມ ທາງ ອົງກາຣ ຊ່ວຍເຫລືອ ສາກົລ ຍັງຈະໃຫ້ ກາຣຊ່ວຍເຫລືອ ທາງ ກະຊວງ ສຶກສາທິກາຣ ລາວ ໃນດ້ານກາຣ ບໍຣິຫາຣ ດ້ານກາຣ ວາງແຜນ ພັທນາ ດ້ານ ງົບປະມານ ແລະ ກາຣກວດກາ ໂດຽທົ່ວໄປ ຕາມໂຄງກາຣ ຊ່ວຍເຫລືອ ຕ່າງໆ ດັ່ງກ່າວນີ້ ໃຫ້ໄດ້ ມາຕຖານ ໃນຂັ້ນຕໍ່ໄປ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.