ລາວ-ເກົາຫຼີເໜືອ ເປັນປະເທດເພື່ອນມິດ

ສປປ ລາວ ຈະເປັນ ປະເທດ ເພື່ອນມິດ ຍຸທສາດ ສັງຄົມ ນິຍົມ ອັນໃກ້ຊິດ ກັບ ສປປ ເກົາຫລີ ຫລື ເກົາຫລີ ເໜືອ ຕໍ່ໄປ ເຖິງວ່າ ທ່ານ ກິມ ຈົງ ອິນ ຜູ້ນໍາ ສູງສຸດ ເກົາຫລີເໜືອ ຈະເສັຍ ຊີວິດ ໄປແລ້ວ ກໍຕາມ.
ຈໍາປາທອງ
2011.12.20
f-kim il ທ່ານ ກີມ ຈອງ ອິນ ອະດີດຜູ້ນໍາ ເກົາຫຼີເໜືອ
AFP PHOTO / KCNA via KNS

ກົດຟັງສຽງ

ໃນຣະຍະ ທີ່ມີຂ່າວ ກ່ຽວກັບ ການເສັຍ ຊີວິດ ຂອງ ທ່ານ ກິມຈົງອິນ ອະດີດ ຜູ້ນໍາ ເກົາຫລີເໜືອ ແຕ່ມື້ວັນເສົາ, ຈົນມາເຖິງ ວັນຈັນ ກໍຍັງ ບໍ່ທັນມີ ຂ່າວ ກ່ຽວກັບ ສານເສົ້າສລົດໃຈ ຈາກ ທາງການ ສປປລາວ ໄປຍັງ ຄນະຜູ້ນໍາ ເກົາຫຼີເໜືອ ຫຼື ຄອບຄົວ ຂອງທ່ານ ກິມຈົງອິນ ນັ້ນເທື່ອ ເຖິງແມ່ນວ່າ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ຖືເກົາຫຼີເໜືອ ເປັນປະເທດ ເພື່ອນມິດ ຍຸທສາດ ສັງຄົມນິຍົມ ນໍາກັນ ແລະ ຖືວ່າ ທ. ກິມຈົງອິນ ເປັນຜູ້ນໍາ ທີ່ ສລາດສ່ອງໃສ ຮັກສາ ແນວທາງ ການ ປະຕິວັດ ສ້າງ ສັງຄົມ ນິຍົມ ແລະ ທ້ອນໂຮມ ປະເທດ ຊຶ່ງ ທ່ານ ກິມອິນຊຸງ ຜູ້ເປັນພໍ່ ເປັນຄົນ ລິເລີ່ມ.

ເຖິງແນວໃດ ກໍຕາມ ມີການ ຄາດກັນວ່າ ໃນສານ ຂອງ ຜູ້ນໍາ ສປປລາວ ທີ່ສົ່ງໄປ ໃນເວລາ ຕໍ່ມາ ເຖິງຄນະ ຜູ້ນໍາ ຂອງ ເກົາຫລີເໜືອ ແລະ ຄວບຄົວ ຂອງ ທ່ານ ກິມຈົງອິນ ນອກຈາກ ຈະສະແດງ ຄວາມ ເສົ້າ ສລົດໃຈ ແລະ ແບ່ງເບົາ ຄວາມເສົ້າໂສກ ແລ້ວ ກໍອາດຈະ ເວົ້າເຖິງ ຄວາມເຊື່ອໝັ້ນ ໃນການ ນໍາພາ ຂອງ ພັກແຮງງານ ເກົາຫລີເໜືອ ຕໍ່ໄປ ແລະ ໃນການ ເພີ່ມທະວີ ສາຽພົວພັນ ມິຕພາບ ແລະ ການຮ່ວມມື ດັ່ງທີ່ ເຄີຍມີມາ ຣະຫວ່າງ 2 ພັກ, 2 ຣັດ ແລະ ປະຊາຊົນ ລາວ-ເກົາຫລີເໜືອ ຕໍ່ໄປ.

ເມື່ອທ້າຍເດືອນ ກັນຍາ ທີ່ ຜ່ານມາ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຂອງພັກ ໄດ້ ໄປຢ້ຽມຢາມ ເກົາຫລີເໜືອ ຊຶ່ງ ໃນນັ້ນ ທ່ານ ກໍໄດ້ ຕີຣາຄາສູງ ໃນການ ນໍາພາ ຂອງພັກ ອັນມີ ທ່ານ ກິມຈົງອິນ ເປັນຜູ້ນໍາ ແລະ ຜົນສໍາເຣັດ ທີ່ ປະຊາຊົນ ເກົາຫລີ ຍາດມາໄດ້.

ໃນທ້າຍ ປີ 2008 ຣະຍະ ທີ່ ທ່ານ ບົວສອນ ບຸບຜາວັນ ເປັນ ນາຍົກ ຣັຖມົນຕຣີ ໄດ້ມີການ ລົງນາມ ໃນຂໍ້ຕົກລົງ ກັບ ຝ່າຍເກົາຫລີ ກ່ຽວກັບ ການຮ່ວມມື ທາງດ້ານ ເສຖກິດ ການຄ້າ ວິທຍາສາດ ເທັກໂນໂລຢີ ແລະ ມີການສ້າງຕັ້ງ ຄນະກັມມະການ ຮ່ວມມື ນໍາກັນ, ແຕ່ ປາກົດວ່າ ໃນພາກ ປະຕິບັດ ບໍ່ເຫັນວ່າ ຈະມີສິ່ງໃດ ທີ່ເປັນຕຸກ ເປັນເຕົາ ເກີດຂຶ້ນ ຍ້ອນວ່າ ທັງ 2 ປະເທດນີ້ ທຸກຍາກ ແລະ ປະຊາຊົນ ກໍຂາດເຂີນ.

ເກົາຫລີເໜືອ ໃຫ້ທຶນ ການສຶກສານ ຈໍານວນນຶ່ງ ແລະ ຫລໍ່ຮູບ ທ່ານ ໄກສອນ ພົມວິຫານ ຊຶ່ງ ຄນະຜູ້ແທນ ເກົາຫລີເໜືອ ວຽດນາມ ແລະ ກູບາ ມັກໄປຢ້ຽມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.