ໂຄງການອະນຸຮັກ ຊະນີ

ທາງການລາວ ຈັດຕັ້ງແຜນ ປະຕິບັດ ງານ ອະນຸຮັກ ປົກປັກ ຮັກສາ ຊະນີ ໃນປ່າ.
ໂພໄຊສວັດ
2011.09.26
F-monkey-girl ຊະນີ ທີ່ຖືກຈັບ ມາຂາຍຕາມ ຕລາດ ເພື່ອການຢູ່ລອດ ໃນແຕ່ລະມື້ ຂອງຊາວບ້ານ
AFP

ກົດຟັງສຽງ

ທາງການ ສປປລາວ ໄດ້ເອົາ ບາດກ້າວ ນຶ່ງ ຕື່ມອີກ ເພື່ອສະແດງ ໃຫ້ເຫັນວ່າ ລາວ ຈິງຈັງ ກັບການ ອະນຸຮັກ ຊີວະ ນາໆພັນ ຂອງໂລກ ໂດຍການ ຈັດຕັ້ງແຜນ ປະຕິບັດ ງານ ອະນຸຮັກ ຊະນີ.

ຊະນີ ກໍາລັງ ຖືກຄຸກຄາມ ຢ່າງແຮງ, ຊະນີ ມີສາຍພັນ ຈໍາກັດ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້ ໂດຍສະເພາະ. ສປປລາວ ມີຊະນີ ຫລາຍກວ່າ ປະເທດ ອື່ນໆ ໃນໂລກ, ເຖິງວ່າລາວ ຈະມີພຽງ ແຕ່ ຊະນີ 6 ຊນິດ ໃນຈໍານວນ ທັງໝົດ 17 ຊນິດ ໃນທົ່ວໂລກ ແຕ່ສປປລາວ ກໍສາມາດ ເຮັດໃຫ້ ຊະນີ ພຽງແຕ່ ສອງຊນິດ ສາມາດ ມີຊີວິດ ສືບພັນ ຕໍ່ໄປໄດ້. ໃນຈໍານວນ ສອງຊນິດ ດັ່ງກ່າວ ນີ້, ມີຊະນີ ຊນິດນຶ່ງ ທີ່ ຮ້ອງວ່າ ຊະນີ ມີຫອນ ຊຶ່ງຈະ ພົບເຫັນ ໃນຝັ່ງ ຕາເວັນອອກ ຂອງ ແມ່ນໍ້າຂອງ ທັງໃນ ກໍາພູຊາ, ຈີນ ແລະ ວຽດນາມ.

ເມື່ອທ້າຍປີ 2010 ຕໍ່ຕົ້ນປີ 2011 ບັນດາ ຜູ້ຕາງໜ້າ ຣັຖບານ, ມະຫາວິທຍາໄລ ແຫ່ງຊາດ ລາວ, ນັກວິຊາການ ແລະ ອົງການ ບໍ່ສັງກັດ ຣັຖບານ ໄດ້ຈັດຕັ້ງ ແຜນ ປະຕິບັດ ງານ ອະນຸຮັກ ຊະນີ ເພື່ອສົ່ງເສີມ ໃຫ້ສາຍພັນ ຊະນີ ໄດ້ຢູ່ລອດ ປາສຈາກ ການນາບຄູ່, ໂດຍຫວັງວ່າ ພາຍໃນປີ 2020 ປະຊາກອນ ຊະນີ ຈະໄດ້ ຮັບການ ປົກປັກ ຮັກສາ ຢ່າງ ເຕັມທີ່. ອົງການສັດ ແລະ ພືຊສາກົນ ແລະ ສະຫະພັນ ອະນຸຮັກ ທັມມະຊາດ ສາກົນ ໄດ້ໃຫ້ການ ຮ່ວມມື ກັບ ອົງການ ອະນຸຮັກ ຊັພຍາກອນ ປ່າໄມ້ ພາຍໃນ ກະຊວງ ປ່າໄມ້ ຂອງລາວ.

ການ ປົກປັກ ຮັກສາ ຊະນີ ເປັນການ ທ້າທາຍ ໃນ ສະພາບການ ທີ່ ເສຖກິດ ກໍາລັງ ພັທນາ ຢ່າງວ່ອງໄວ ໃນປັດຈຸບັນ. ບຸຣິມະສິດ ໃນການ ອະນຸຮັກ ຈະເລີ້ມຈາກ ການປາບປາມ ການລ່າ ຊະນີ ກ່ອນອື່ນ, ຕໍ່ມາ ກໍແມ່ນ ການຕັດໄມ້ ທໍາລາຍປ່າ ທີ່ໄດ້ ທໍາລາຍ ວິຖີຊີວິດ ຂອງ ຊະນີ. ໃນເວລາ ດຽວກັນ ກໍສົ່ງເສີມ ປູກຈິດ ສໍານຶກ ໃຫ້ຊຸມຊົນ ເຂົ້າໃຈ ເຖິງການ ອະນຸຮັກ ຊະນີ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.