ໂຄງການຂຍາຍ ພະລັງໄຟຟ້າຂອງລາວ

ລາວຈະຂຍາຍ ເຄືອຂ່າຍ ພະລັງງານ ໄຟຟ້າ ໄປຫາ ປະເທດ ເພື່ອນບ້ານ ຕື່ມຂຶ້ນອີກ.
ໂພໄຊສວັດ
2010.12.06
F-infrustructure ສປປລາວ ຍັງຈະດໍາເນີນ ໂຄງການ ສ້າງເຂື່ອນຜລິດ ໄຟຟ້າຕໍ່ໄປເລື້ອຍໆ ເພື່ອຫວັງຈະມີ ລາຍຮັບມາພັທນາ ປະເທດຊາດ
RFA

ກົດຟັງສຽງ

ນາຍົກຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ ກ່າວຕໍ່ ໜັງສືພິມ The Nikkei Sunday ຂອງປະເທດ ຍີ່ປຸ່ນ ວ່າ ລາວ ຈະຂຍາຍ ເຄືອຂ່າຍ ພະລັງງານ ໄຟຟ້າ ໄປຫາ ປະເທດເພື່ອນບ້ານ ຕື່ມຂຶ້ນອີກ ຫລາຍເທົ່າ ພາຍໃນປີ 2011 ນີ້, ເພື່ອຈະໃຊ້ ລາຍຮັບ ມາເລັ່ງການ ພັທນາ ທາງດ້ານ ໂຄງຮ່າງພື້ນຖານ.

ປັດຈຸບັນນີ້ ສປປລາວ ມີແຕ່ສົ່ງ ກະແສໄຟຟ້າ ໄປໄທເທົ່ານັ້ນ, ແຕ່ໃນມໍ່ໆນີ້ ກໍຈະເລີ້ມ ສົ່ງໃຫ້ ວຽດນາມ ແລະ ກຳພູຊາ ຕື່ມອີກ. ລາວຄາດຄະເນ ວ່າຈະສາມາດ ຂຍາຍ ການຜລິດ ກະແສໄຟຟ້າ ເພື່ອສົ່ງອອກໄດ້ 640 ສ່ວນຮ້ອຍ ພາຍໃນປີ 2020 ຈາກລະດັບ ທີ່ຄາດຄະເນ ໄວ້ໃນປີນີ້.

ທ່ານ ບົວສອນ ໄດ້ໃຫ້ສຳພາດ ຈາກ ນະຄອນຫລວງ ວຽງຈັນ ວ່າ ລາວ ມີຊັພຍາກອນນ້ຳ ທີ່ ອຸດົມສົມບູນ ຫລວງຫລາຍ ແລະ ມີ ສັກກາຍະພາບ ສູງທາງດ້ານ ການຜລິດ ພະລັງໄຟຟ້າ. ລາວຄາດວ່າ ຈະມີເສຖກິດ ທີ່ຂຍາຍໂຕ ສະເລັ່ຍໄດ້ 8 ສ່ວນຮ້ອຍ ທຸກໆປີ ພາຍໃນ 5 ປີເຖິງປີ 2015.

ນາຍົກຣັຖມົນຕຣີ ສປປລາວ ກ່າວຕໍ່ໄປວ່າ ລາວມີແຜນ ການທີ່ຈະ ສ້າງເຂື່ອນ ໄຟຟ້ານ້ຳຕົກ ແລະ ໂຄງຮ່າງພື້ນຖານ ອື່ນໆ ທີ່ຈະສາມາດ ຜລິດ ກະແສໄຟຟ້າ ໄດ້ຕໍ່ໄປ ເລື້ອຍໆ. ໃນເວລາ ດຽວກັນ ກໍຈະໃຫ້ ຄວາມສົນໃຈ ກັບຜົນກະທົບ ຕໍ່ສິ່ງແວດລ້ອມ. ລາວ ຈະພຍາຍາມ ຂຍາຍການ ຜລິດ ກະແສໄຟຟ້າ ໃຫ້ໄດ້ຮອດ 600 ສ່ວນຮ້ອຍ ຈາກລະດັບ ປັດຈຸບັນ ເພື່ອໃຫ້ໄດ້ 18 ລ້ານ ກິໂລວັດ ພາຍໃນປີ 2020.

ກ່ອນທີ່ຈະ ເຮັດຕາມ ຄວາມຄາດໝາຍ ນີ້ໄດ້ ລາວ ກໍຕ້ອງຍົກ ລະດັບ ຄວາມສຳພັນ ທາງດ້ານການທູດ ໃຫ້ແໜ້ນແຟ້ນ ກັບປະເທດ ເພື່ອນບ້ານ ໃຫ້ໄດ້ກ່ອນ ໂດຍສະເພາະ ໃນດ້ານ ພະລັງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.