ທາງການລາວຈະຄູ້ມຄອງ ເສື້ອແດງແລະທັກສິນ

ທາງກາຣລາວ ຕຣຽມ ໃຫ້ກາຣ ຄຸ້ມຄອງ ອະດີຕ ນາຍົກ ຣັຖມົນຕຣີ ໄທຽ ແລະ ກຸ່ມຄົນ ເສື້ອແດງ ທີ່ຈະເດີນທາງ ເຂົ້າລາວ ໃນຊ່ວງ ປີໃໝ່ ພ.ສ. 2555 ນີ້.
ຫວາດ ສີມູນ
2012.04.10

ກົດຟັງສຽງ

ທາງກາຣ ສປປລາວ ກໍາລັງຕຣຽມ ໃຫ້ກາຣ ຄຸ້ມຄອງ ກຸ່ມ ຄົນເສື້ອແດງ ທີ່ຈະເດີນ ທາງເຂົ້າ ເມືອງລາວ ເພື່ອພົບກັບ ທ່ານທັກສິນ ຊີນາວັຕ ອະດີຕ ນາຍົກ ຣັຖມົນຕຣີ ໄທຽ ທີ່ຈະໄປ ສລອງບຸນ ປີໃໝ່ ພ.ສ. 2555 ຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ່ 11-13 ເມສາ ນີ້ ແຕ່ທຸກຄົນ ຈະຕ້ອງເຂົ້າ ໄປຢ່າງຖືກ ຕ້ອງຕາມ ກົດຣະບຽບ ຂອງລາວ ດັ່ງເຈົ້າໜ້າທີ່ ລາວ ໄດ້ກ່າວວ່າ:

"ພວກເຮົາ ຈະມີກາຣ ກວດກາ ມີກາຣຄຸ້ມຄອງ ໃຫ້ມັນເຂົ້າ ສູ່ຣະບົບ ຣະບຽບ ຫັ້ນແຫລະ ພວກເຮົາ ກະມີໜ່ວຍ ກວດກາ ໜ່ວຍຕິດຕາມ ໜ່ວຍກໍາ ສະພາບກາຣ ອີສັງ ສິບໍ່ມີ ບັນຫາ ຫຍັງດອກ ໃຫ້ເຂົາ ສເນີເຊັນ ໜັງສື ໃບຜ່ານແດນ ມາຖູກຕ້ອງ ແລະ ກໍມາຫລິ້ນ ມາທ່ຽວ ທັມມະດາ ນີ້ກໍບໍ່ ເປັນຫຍັງ".

ພ້ອມດຽວກັນນີ້ ທ່ານກໍວ່າ ກາຣເຂົ້າ ເມືອງລາວ ຂອງກຸ່ມ ຄົນເສື້ອແດງ ຄັ້ງນີ້ ກໍບໍ່ແຕກຕ່າງ ຫຍັງກັບກາຣ ໄປຫລິິ້ນ ບຸນສົງກາຣ ຂອງຊາວໄທຽ ໃນທຸກໆປີ ຊຶ່ງທາງກາຣ ລາວ ກໍຍິນດີ ຕ້ອນຮັບ ເຊັ່ນດຽວກັບ ນັກ ທ່ອງທ່ຽວ ຊາວຕ່າງ ປະເທສອື່ນໆ ໂດຽຈະມີ ເຈົ້າໜ້າທີ່ ຄຸ້ມຄອງ ເຂົາເຈົ້າ ເພື່ອຄວາມ ປອດພັຍ.

ກ່ຽວກັບ ເຣື່ອງກຸ່ມ ຄົນເສື້ອແດງ ທີ່ຈະເຂົ້າ ເມືອງລາວ ໃນຄັ້ງນີ້ ຖ້າຫາກວ່າ ຈະໄປໃນຮູບ ແບບນັກ ທ່ອງທ່ຽວ ທັມມະດາ ນັ້ນ ກໍຍີ່ງ ຈະເປັນກາຣດີ ດັ່ງຊາວ ນະຄອນຫລວງ ວຽງຈັນ ຜູ້ໜຶ່ງ ເວົ້າວ່າ:

"ຄົນເສື້ອແດງ ກະຖ້າວ່າ ມາທ່ຽວ ມາຫຍັງ ຄົນລາວເຮົາ ຍິນດີ ຕ້ອນຮັບສເມີ ມີແຕ່ວ່າ ສາມາຖ ມາທ່ຽວໄດ້".

ຢ່າງໃດກໍດີ ກ່ອນໜ້ານີ້ ທາງແກນນໍາ ຄົນເສື້ອແດງ ຈາກແຂວງ ອຸດອນ ກໍເຄີຽເວົ້າ ຜ່ານທາງ ສື່ມວລຊົນ ວ່າ ທ່່ານຈະບໍ່ ອະນຸຍາຕ ໃຫ້ກຸ່ມ ຄົນເສື້ອແດງ ໃສ່ເສື້ອສີແດງ ເຂົ້າເມືອງລາວ ແຕ່ຢ່າງໃດ ຊຶ່ງກໍເປັນ ກາຣ ປະຕິບັຕ ຕາມຄຳ ຂໍຮ້ອງ ຈາກທາງກາຣ ສປປລາວ ເພື່ອປ້ອງກັນ ບັນຫາ ຄວາມຫວຸ້ນວາຍ ທີ່ອາຈເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 12, 2012 12:17 PM

Don't act anything about Thaksin,He's Chinese, not Lao. Business is in his mind. Anyways,when we are going to end the LAO PDR goverment? Everything has a beginning and end. Lao PDR should be brought to the end.

Anonymous
Apr 11, 2012 04:00 AM

ສະຫຍາມດາກແຫ້ລຢ່າໄປແຍ່ ຮັງແຕນມຶງເຈີພວກອ້າຍລາວແນ່,ພະຍານາກຈະຈົມ ບາງກອກເທື່ອນີ້ ກາຍເປັນມຸ້ງກະຕ່າຍນອນແທ້ໆ ແລ້ວ,ຂເມນແລະລາວ ພ້ອມ ອ້າຍໄຫ່ຍເຂົາ ມີແຜນຍາວ ມາກ່ອນແລ້ວ ມາຄືໂງ່ ແທ້ນໍ້ ສະຫຍາມເອີຍ!

Anonymous
Apr 11, 2012 03:51 AM

ກໍໝາຍຄວາມວ່າ ທາງການລາວໄດ້ປະກາດ ປົດປ່ອຍພາກ ອິສານມາລ່ວມກັບລາວ ເປັນທາງການແລ້ວ,ດີໃຈແທ້ໆ ຈະໄດ້ລອງ ຈັດການ ພວກສະຫຍາມ ຄືພວກເຂົາ ທໍລະມານ ເຈົ້າອານຸວົງສ໌ ແຕ່ຄາວກ່ອນ.ສາທຸ..ສາທຸ!

Anonymous
Apr 15, 2012 02:56 PM

ບໍ່ຮູ້ວ່າແມ່ນຜູ່ໃດຂຽນ "ລາວຮັກຊາດແລະພາສາລາວ"ແຕ່ຄຳ
ບັລຍາຍເຣື່ອຂອງທ່ານທັກສິນ ຊໍ້າເວົ້າເປັນພາສາອັງກິດແລະ
ຂຽນເປັນພາສາອັງກິດ,ໃຜຈະເຊື່ອວ່າຜູ່ນີ້ຮັກຊາດແລະພາສາ.
ຜູ່ຂ້າຂໍບອກທ່ານຕາມຄວາມຈິງວ່າ "ຖ້າທ່ານເປັນຄົນຕູ້ຍຫ້າມ
ເດັດຂາດ ຢ່າປະກາດຂາຍຢາລົດຄວາມອວ້ນ ມັນຈະຂາດທຶນ.
ທຸກຢ່າງຕ້ອງເປັນລາວດັ່ງທີ່ວ່າ.....

Anonymous
Apr 11, 2012 09:31 AM

ສຍາມເວົ້າຊື່ ຂ້າພະເຈົ້າວ່າ ລັ່ນທົມແລ້ວປ່ຽນອີກເປັນເລລາວະດີ, ແນວໄດກໍ່ຢ່າ ຈຳປາກໍ່ເປັນຈຳປາເມືອງລາວຂອງເກົ່າ ເມື່ອໄດຟ້າ ຫາກປ່ຽນຊື່ໃໝ່ໃຫ້ ຂ້າພະເຈົ້າ ຈະພ້ອມທ່ານ ທັກສິນ ວ່າເປັນຣັຖ ໄທລາວ.ລ່ວມກັນກິນປາແດກ,ຢູ່ເຮືອນມີເສົາສູງແລະເປົ່າແຄນຟ້ອນ ເຕັ້ຍລົງສາລະວັນເຕັ້ຍລົງ,ເຕັ້ຍຕຳໆ ດິນດຳນ້ຳຊຸ່ມເຂດ ພູນພານເອົາມາເປັນຂອງລາວ ໃຫ້ກ້ຽງ.

Anonymous
Apr 11, 2012 08:48 AM

ຜູ້ບັງຂັບັບນຊາ ຂະນ້ອຍກໍ່ເຕືອນແລ້ວວ່າ:ຢ່າກວນເພິ່ນເດີ ເຮົາລຳບາກກໍຍັງມີບ່ອນຢູ່ ເວລາເພິ່ນເວົ້າກັບຜູ້ໄກ້ຊິດ ວ່າຢາກ ກັບບ້ານກໍ່ສົງສານແທ້ໆ ກໍ່ຄືເວົ້ານັ້ນແລ້ວເນາະ ມີເງິນ ຫລາຍປານໄດກໍຕາມ ບູຮານກ່າວໄວ້ແລ້ວ ວ່າ ເຂົ້າມີ ຂອງດີພ້ອມຈອມດອຍ ກໍພໍຢູ່,ເຂົ້າມີ,ເງິນມີ,ຄົນຫຸ້ມຫໍ່ມີ ແຕ່ຂອງດີບໍ່ມີພ້ອມຈອມແກ້ວຢູ່ບໍ່ເປັນແທ້ໄດ.ຂໍອະໄພເດີ ຂະນ້ອຍ ເວົ້າ ຕາມພາສາຂອງ ທະຫານພານ ເລີດຫາເຫດ ນັ້ນແລ້ວ,ກັບເມືອບ່ອນພັກບາງທີ ອ້າຍຈະເທດອີກແລ້ວ.

Anonymous
Apr 11, 2012 02:16 PM

ເພື່ອນມິດທັງຫລາຍຖາມຂ້າພະເຈົ້າວ່າ ແປກເຮັດແນວໄດລາວຈຶ່ງປ່ອຍໃຫ້ ນຊ ຫນີຄະດີ ເຂົ້າໄປລາວໂດຍສະດວກ,ຂ້າພະເຈົ້າ ກໍຕອບໄປວ່າ ນາຍົກ ຍິງລັກ ກໍ່ໄດ້ໄກ່ເກັ່ຽກັບ ນາຍົກລາວ ແລະ ລາຍງານປະທານປະເທສລາວແລ້ວວ່າ ໄມ້ເປັນໄຣ ເຂົ້າໄດ້ ພີ່ຊາຍ ເຂົາຖູກລັງແກ ລາວແລະໄທ ກໍ່ເປັນພີ່ນອ້ງກັນ ກໍ່ເລີຍໃຊ້ ທິສດີ ຕາມຄາດ ອັດຫູ,ອັດຕາ,ອັດປາກ ງຽບ ກໍໄຊໂຢ,ທັງສອງຝ່າຍ.ຢູ່ບາງກອກ ກໍ່ຫງອຍ,ມີແຕ່ພວກພ້ອມ ນຊ ໄດ້ຫລິ້ນສົງການແບບເປັນພະເອກທົ່ວທຸກບ່ອນ.

Anonymous
Apr 11, 2012 04:14 AM

ຣັຖມຸນຕີຣ ປ້ອງກັນປະເທສໄທແລະລາວ ເຂົາເຈລະຈາກັນ ມາກ່ອນແລ້ວວ່າ ຈະຮັກສາຄວາມສະງົບລຽບລ້ອຍຮ່ວມກັນ ໄນທຸກບັນຫາ ລະຫວ່າງສອງປະເທສ ອ້າຍນ້ອງນີ້ ສະນັ້ນ ຂໍທຸກຄົນ ຢ່າໄດ້ແຕກຕື່ນ ແລະຢູ່ໄນຄວາມເຂົ້າໃຈທຸກຢ່າງ.

Anonymous
Apr 10, 2012 11:58 AM

ຄວາມແນ່ນອນຄືຄວາມບໍ່ແນ່ນອນ,ເອົາອັນໄດໄດ້ນາໆ..ຈິດຕັງ ລີ້ນບໍມີກະດູກ,ແນ່ນອນກໍຄືຄຸ້ມຄອງໄດ້ ເພາະຢູ່ລາວແດງທັງແຜ່ນດິນເປັນຕົ້ນທຶນດີແລ້ວ ແຕ່ກຳໄລຈະອອກໝາກຫລືຜົລພຽງໄດ ລໍເບິ່ງໄປ ຈົນຄົນພວກນີ້ເບື່ອອຳນາຈ ຂອງຕົວເອງພຸ້ນລະ!ຟ້າຈະເປັນພະຍານໃຫ້ລູກລາວຫລານລາວ ທີ່ມີຄວາມບໍລິສຸດ ຕໍຊາຕແລະສາສນາ.

Anonymous
Apr 10, 2012 10:14 AM

ມັນກໍ່ດີໄປອີກຢ່າງນຶ່ງ,ເພາະເຂົາຈະລືມໄກສອນ ພົມວິຫານ ໄປໄນຕົວ,ເພາະບໍມີໄຜຖືກທາງການລາວແຫ່ແຫນແພນກັ້ງ ແບບນີ້ມາກ່ອນ.ພວກນີ້ແມ່ນໃຫ່ຍຂັບຫົວໃຈ ຂອງພັກ-ລັດ ສປປລ ແທ້ໆ.

Anonymous
Apr 11, 2012 05:12 AM

ເປັນໂອກາດດີສຳລັບແນວທາງການຕໍ່ສູ້ດ້ວຍ ອຸດົມການປະຊາທິປະໄຕ ໃໝ່,ເອົາລະ!ລີງກັບລີງຊີງກັນ ຂຶ້ນຕົ້ນໄມ້ ບາດຈະໄດ້ແມ່ນ ໝໍໂກກນາໂຖ,ຊ່ວຍກັນເດີ; ອ້າຽ,ເອື້ອຽ,ນ້ອງ ລາວຜູ້ຮັກຊາດທັງຫລາຍເອີຍ!