ຜູ້ຕິດໂຣກເອສກວ່າ 3,000 ຄົນໃນລາວ

ເຈົ້າໜ້າທີ່ ສູນຕ້ານ ໂຣກເອສ ນະຄອນຫລວງ ວຽງຈັນ ເປີດເຜີຽ ເນື່ອງໃນໂອກາດ ວັນ ຕ້ານໂຣກເອສ ວັນທີ່ 1 ທັນວາ ນີ້ວ່າ ການແພ່ຣະບາດ ຂອງເຊື້ອໂຣກເອສ ໃນລາວ ຍັງມີຫລາຍຢູ່ ໂດຍສະເພາະ ນະຄອນຫລວງ ວຽງຈັນ ແລະ ສວັນນະເຂດ.
ສົມເນ
2010.12.01
F-aids-protesters ທີ່ກຸງປັກກິ່ງ ປະເທດຈີນ: ໃນວັນຕ້ານໂຣຄເອສ ທີ 1 ທັນວາ 2010 ມີການປະທ້ວງ ຂໍໃຫ້ຣັຖບານ ເອົາໃຈໃສ່ ປາບປາມ ການແພ່ຂຍາຍ ແລະ ໃຫ້ການຊ່ວຍເຫລືອ ແກ່ຜູ້ທີ່ຕິດ ເຊື້ອໂຣຄເອສ.
CHINA OUT AFP PHOTO

ກົດຟັງສຽງ

ທ່ານວ່າ ໂຕເລກ ໃນສະຖິຕິ ນັ້ນອາດຕໍ່າກ່ວາ ຄວາມເປັນຈິງ:

"ທົ່ວປະເທດ ຂອງເຮົາ ມີ 3,000 ກ່ວາຄົນ ທີ່ຕິດເຊື້ອເອສ ຕອນນີ້ ໂຕທີ່ຍັງ ບໍ່ທັນເປີດເຜີຽ ຄິດວ່າ ຕາມການ ຄາດຄະເນ ຂອງອົງການ unaids ກໍປະມານ 5,000-7,000 ຄົນ".

ທ່ານວ່າ ດຽວນີ້ ກຸ່ມຄົນທີ່ ພົບເຫັນວ່າ ຕິດເຊື້ອໂຣກເອສ ຫລາຍທີ່ສຸດ ນັ້ນໄດ້ແກ່ກຸ່ມ ຮັກຮ່ວມເພດ ແລະ ກຸ່ມຄົນຕິດ ຢາເສບຕິດ ຢູ່ຕາມຊາຍແດນ ລາວ-ວຽດນາມ, ລາວ-ຈີນ ຊື່ງຖືວ່າ ເປັນປາກົດການ ໃໝ່ໃນລາວ. ກຸ່ມຄົນທີ່ ພົບເຫັນວ່າ ຕິດເຊື້ອໂຣກເອສ ຫລາຍທີ່ສຸດ ໃນເມື່ອກ່ອນ ນັ້ນ ໄດ້ແກ່ກຸ່ມສາວ ຂາຍ ບໍຣິການ ທາງເພດ ແລະ ກັມມະກອນ ແຮງງານຂ້າມຊາດ. ຄົນທີ່ໄປ ກວດຫາ ເຊື້ອໂຣກເອສ ນັ້ນ ສ່ວນມາກ ເປັນຈໍາພວກ ທີ່ຕິດເຊື້ອ ໂຣກເອສ ໃນຂັ້ນທີ 3 ຫລື ທີ 4 ຊື່ງເປັນຂັ້ນ ຮ້າຍແຮງແລ້ວ. ຜົນຂອງການ ສໍາຣວດ ໃນລາວພົບວ່າ ກຸ່ມຮັກຮ່ວມເພດ ທີ່ຕິດເຊື້ອ ໂຣກເອສ ນັ້ນມີເຖິງ 5% ຂອງຈໍານວນ ຄົນຕິດເຊື້ອ ໂຣກເອສ ທັງໝົດ. ສ່ວນກຸ່ມແຮງງານ ເຄື່ອນຍ້າຍ ແລະ ສາວຂາຍ ບໍຣິການ ທາງເພດ ທີ່ຕິດ ເຊື້ອໂຣກເອສ ນັ້ນມີ 2.2% ຂອງຈໍານວນ ຄົນຕິດເຊື້ອ ໂຣກເອສ ທັງໝົດ ໃນລາວ.

ໃນວັນຕ້ານ ໂຣກເອສ ສາກົນ ຫລື ວັນທີ່ 1 ທັນວາ ປະຈໍາປີ 2010 ນີ້ ທາງການລາວ ບໍ່ໄດ້ຈັດ ກິຈກັມ ພິເສດ ອັນໃດຄືກັນ ກັບປີຜ່ານມາ ມີພຽງການ ໂຄສະນາ ປະຊາສໍາພັນ ຕາມທັມມະດາ ກ່ຽວກັບການ ຕໍ່ຕ້ານບໍ່ໃຫ້ ຕິດເຊື້ອໂຣກເອສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.