ການປູກຝິ່ນ ກໍາຈັດຍາກ

ທາງການລາວ ຍອມຮັບວ່າ ຍັງບໍ່ສາມາດ ກໍາຈັດ ການລັກລອບ ປູກຝີ່ນ ໃນເມືອງລອງ ແຂວງ ຫລວງນໍ້າທາ ໄດ້ເທື່ອ.
ໄມຊູລີ
2012.11.13
F-narcotics-unit ຫ້ອງການ ປາບປາມ ຢາເສພຕິດ ທີ່ແຂວງ ຫຼວງນໍ້າທາ
RFA

ໃນວັນ ອັງຄານ ທີ່ 13 ພຶສຈິກາ 2012 ນີ້ ທາງຫ້ອງການ ຄວບຄຸມ ຢາເສພຕິດ ແຂວງ ຫລວງນໍ້າທາ ຍອມຮັບ ເຖີງບັນຫາ ທີ່ວ່າ ທຸກມື້ນີ້ ຍັງບໍ່ສາມາດ ກໍາຈັດ ການລັກລອບ ປູກຝີ່ນ ໃນແຕ່ລະປີ ຢູ່ເມືອງລອງ ໄດ້ ເນື່ອງຈາກ ພື້ນທີ່ ປູກຝີ່ນນັ້ນ ຢູ່ໃນ ບໍຣິເວນ ທີ່ຫ່າງໄກ ອອກໄປ ແລະ ເຂົ້າໄປຫາ ລໍາບາກ ໂດຍສະເພາະ ແມ່ນກຸ່ມ ຊົນເຜົ່າ ທີ່ປູກສູບເອງ ແລະ ສົ່ງຂາຍ ຈໍານວນນື່ງ. ດັ່ງເຈົ້າໜ້າທີ່ ຫ້ອງການ ຄວບຄຸມ ຢາເສພຕິດ ແຂວງ ຫລວງນໍ້າທາ ກ່າວວ່າ:

“ຍັງມີຢູ່ ປີແລ້ວ ເຮົາກໍເຮັດໜັກ ເອົາໜັກຢູ່ ເພາະວ່າຢາກໃຫ້ ເຂົາເຈົ້າຢຸດ ແຕ່ວ່າກໍຍັງມີ ຈໍານວນນື່ງ ທີ່ຍັງ ລັກປູກ ມັນຫ່າງໄກ ມັນສອກຫລີກ ມັນເຂດພູສູງ ທາງກໍຍັງ ບໍ່ຮອດ ໄປນີ້ໄດ້ຢູ່ ຮອດບ້ານ ແຕ່ວ່າບ່ອນໄປ ລັກເຮັດ ຢູ່ໄກ ຂ້າມພູໄປ ຍ່າງໄປບໍ່ຮູ້ ຈັກຊົ່ວໂມງ ໄກຫລາຍ”.

ເຈົ້າໜ້າທີ່ ທ່ານນີ້ ເວົ້າຕໍ່ໄປວ່າ ການລັກລອບ ປູກຝີ່ນ ໃນແຕ່ລະພື້ນທີ່ ເປັນພຽງ ຈໍານວນນ້ອຍໆ ເພື່ອເປັນຂໍ້ອ້າງວ່າ ປູກເພື່ອສູບ ບໍ່ໄດ້ຂາຍ ແຕ່ຖ້າຫາກ ທາງການ ໄປກວດພົບ ກໍມີຫາງສຽງ ຈາກຊາວບ້ານວ່າ ຜູ້ລັກລອບ ປູກຝີ່ນ ຈະຕ້ອງຈ່າຍ ຄ່າພາສີຢ່າງລັບໆ ໃຫ້ກັບພາກສ່ວນ ກ່ຽວຂ້ອງ ຄື 5 ແສນກິບ ຂື້ນໄປ ຕໍ່ນື່ງຣະດູ.

ສ່ວນເຣື້ອງທີ່ວ່າ ຈະຈ່າຍຫລາຍ ຫຼືນ້ອຍນັ້ນ ມັນຂື້ນກັບ ເນື້ອທີ່ ການປູກ ຊື່ງທາງຫ້ອງການ ຄວບຄຸມ ຢາເສພຕິດ ກໍພະຍາຍາມ ຊອກຫາ ຜູ້ກະທໍາຜິດ ມາລົງໂທດ ແຕ່ມາເຖີງ ປັຈຈຸບັນນີ້ ກໍຍັງບໍ່ມີຜົນ ຄຶບໜ້າ ພໍປານໃດ. ໃນຂະນະດຽວກັນ ຊາວເມືອງລອງ ກໍເປີດເຜີຍວ່າ ໃນເຂດຫ່າງໄກ ສອກຫລີກ ຢູ່ເມືອງລອງ ຍັງມີການ ລັກລອບປູກຝີ່ນ ຢູ່ເປັນປະຈໍາ ໃນທຸກໆປີ:

“ຢູ່ຫ່າງໄກ ຢູ່ທາງສອກຫລີກ ປູກຮັບໃຊ້ ຄອບຄົວ ປະມານນີ້ ແຕ່ຕົວທີ່ຂາຍ ກໍມີຢູ່ ແຕ່ມັນແມ່ນຂອງ ທີ່ວ່າຕ້ອງຫ້າມ ບາງທີເຂົາເຈົ້າ ລັກເຮັດ ເຮົາກໍບໍ່ຮູ້ ສ່ວນຄົນທີ່ ເຂົາເຈົ້າລັກເຮັດ ເຂົາເຈົ້າ ກໍມັກເຮັດຢູ່ ບ່ອນໄກໆ ບ່ອນບໍ່ມີຜູ້ຄົນ ໄປຮອດ”.

ຊາວບ້ານຜູ້ນີ້ ວ່າໃນຄວາມເຫັນ ສ່ວນຕົວ ຄິດວ່າ ຖ້າບໍ່ໃຫ້ເຂົາ ປູກແທ້ ທາງການຄວນຫາ ວຽກງານ ໃຫ້ເຂົາເຮັດ ໃຫ້ມີຣາຍໄດ້. ໃນກໍຣະນີ ທີ່ທາງຣັຖບານ ໃຫ້ການ ຊ່ວຍເຫລືອ ເພື່ອໃຫ້ຫລຸດພົ້ນ ຈາກການປູກຝີ່ນ ແຕ່ຊາວບ້ານ ຈໍານວນນື່ງ ກັບຄືນໄປ ປູກຝີ່ນ ກໍຍ້ອນວ່າ ຣາຍໄດ້ດີກວ່າ ການປູກພຶດ ແນວອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.