61 ອົງການໃນໄທຮຽກຮ້ອງ ຕໍ່ຣັຖບານລາວ

ອົງການ ຈັດຕັ້ງ ໃນໄທ 61 ອົງການ ຍື່ນໜັງສື ຕໍ່ສະຖານທູດ ລາວ ທີ່ບາງກອກ ເພື່ອຂໍໃຫ້ ຣັຖບານ ລາວ ເລັ່ງສືບສວນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
ມະນີຈັນ
2012.12.25
F-Thai-ngo ຍານາງ ສຸນທະຣີ ຫັດຖີ ເຊັ້ງກິ້ງ ເລຂາທິການ ຄະນະກັມມະການ ປະສານງານ ຂອງ ອົງການພັທນາ ເອກກະຊົນ ຍື່ນໜັງສື ຕໍ່ທ່ານ ພູຄໍາ ຫລວງຈິນດາວົງ ເລຂາສະຖານທູດ ສປປ ລາວ ປະຈໍາບາງກອກ ປະເທດໄທ.
RFA/Apichart

ຍານາງ ສຸນທະຣີ ຫັດຖີ ເຊັ້ງກິ້ງ ເລຂາທິການ ຄະນະກັມມະການ ປະສານງານ ຂອງ ອົງການ ພັທນາ ເອກກະຊົນ ແລະ ບັນດາ ຕົວແທນ ຈາກ ອົງການ ພາກປະຊາຊົນ ໄທ 61 ອົງການ ໄດ້ຍື່ນໜັງສື ຕໍ່ ສະຖານທູດ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ບາງກອກ ປະເທດໄທ ໃນຕອນເຊົ້າ ເວລາ 10:30 ຂອງ ວັນທີ 25 ທັນວາ 2012 ເພື່ອຂໍໃຫ້ ຣັຖບານ ລາວ ຮັບຮູ້ຄ ວາມເປັນຫ່ວງ ຂອງ ພວກຕົນ ແລະ ເລັ່ງສືບສວນ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າອົງການ ສູນຝຶກອົບຮົມ ຮ່ວມພັທນາ ຊຸມຊົນໃນລາວ. ຍານາງ ສຸນທະຣີ ກ່າວວ່າ:

"ນາງວ່າ ທີ່ພວກເຮົາມາ ສະຖານທູດລາວ ກໍເພື່ອຍື່ນໜັງສື ຜ່ານທາງທ່ານທູດ ໃຫ້ທ່ານທູດ ໄດ້ກະຣຸນາ ນໍາຄວາມ ຫ່ວງຍັຍ ຄວາມກັງວົນໃຈ ຂອງພວກເຮົາ ໃນເຣື່ອງ ຄວາມປອດໄພ ຂອງ ທ່ານສົມບັດ ໄປຮຽນຕໍ່ ຣັຖບານລາວ ເພື່ອຂໍໃຫ້ ເລັ່ງລັດ ຕິດຕາມ ເພື່ອໃຫ້ໄດ້ຕົວ ທ່ານ ສົມບັດ ແລ້ວ ກໍກັບມາ ຢ່າງປອດໄພ".

ຍານາງ ກ່າວຕື່ມອີກວ່າ ຕອນນີ້ພວກເຮົາ ບໍ່ມີຂໍ້ມູນ ຫລື ຄວາມຄືບໜ້າ ຫຍັງກ່ຽວກັບ ທ່ານ ສົມບັດ ເລີຍ. ແຕ່ກໍມີຄວາມ ບໍ່ສະບາຍໃຈ ທີ່ເຫັນ ຣັຖບານລາວ ເວົ້າຕໍ່ ສື່ມວນຊົນລາວ ວ່າ ຣັຖບານລາວ ບໍ່ມີສ່ວນກ່ຽວຂ້ອງ ກັບການຫາຍສາບສູນ ຂອງ ທ່ານ ສົມບັດ ແລະວ່າ ມື້ນີ້ ເປັນມື້ທີ 10 ທີ່ທ່ານ ຫາຍສາບສູນ ໄປ ຍິ່ງເຮັດໃຫ້ ພວກເຮົາ ມີຄວາມ ກັງວົນໃຈ ກ່ຽວກັບ ຄວາມປອດໄພ ຂອງ ທ່ານເພີ່ມຂຶ້ນ. ຫລັງຈາກນັ້ນ ຍານາງ ກໍຍື່ນໜັງສື ໃຫ້ ທ່ານ ພູຄໍາ ຫລວງຈິນດາວົງ ເລຂາສະຖານທູດ ແລະ ທ່ານກໍຮັບເອົາ ໂດຍທີ່ບໍ່ມີ ຄວາມເຫັນ ຜ່ານສື່ມວນຊົນ ຂະນະທີ່ ທ່ານທູດ ບຸນຄໍ້າ ຕິດພາລະກິຈ ຢູ່ປະເທດລາວ.

ໃນຕອນເຊົ້າ ຂອງມື້ນີ້ ຕົວແທນຈາກ 61 ອົງການ ດັ່ງກ່າວ ໄດ້ຈັດເວທີ ອະທິບາຍ ກ່ຽວກັບ ທ່ານ ສົມບັດ ແລະ ເຜີຍແຜ່ ຜົນງານ ຂອງທ່ານ ກ່ຽວກັບ ທາງເລືອກ ແລະ ການພັທນາ ຢູ່ວັດນົບພະຄຸນ ທີ່ບາງກອກ. ຈາກນັ້ນກໍຮ່ວມກັນ ພາວະນາ ຂໍໃຫ້ພຣະ ຄຸ້ມຄອງ ທ່ານ ສົມບັດ ສົມພອນ ຈົ່ງປອດໄພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.