ວຸທິສະພາໄທ ຕີກອງປະຊຸມ

ສະມາຊິກ ວຸທິສະພາໄທ ຈະຈັດ ກອງປະຊຸມ ປຶກສາ ຫາລື ຮ່ວມກັບ ວຽດນາມ ແລະ ກໍາພູຊາ ກ່ຽວກັບ ການເລີ່ມ ລົງມື ສ້າງ ເຂື່ອນ ໄຊຍະບູຣີ ຢ່າງເປັນທາງການ ຂອງ ຣັຖບານລາວ.
ຈໍາປາທອງ
2012.11.14
F-xd-protest ການຕໍ່ຕ້ານ ສ້າງເຂື່ອນ ໄຊຍະບູຣີ ຂອງຊາວໄທ ລຸ່ມ ແມ່ນໍ້າຂອງ ໃນປ້າຍ ປະທ້ວງ ຂຽນວ່າ "ສ້າງເຂື່ອນ ໃຜໄດ້ປະໂຫຍດ"
RFA/Nontarat

ພາຍຫລັງທີ່ ທາງການລາວ ໄດ້ປະກາດ ເລີ່ມການ ກໍ່ສ້າງ ເຂື່ອນ ໄຊຍະບູລີ ຢ່າງເປັນທາງການ ຄະນະ ກັມມາການ ສິ່ງແວດລ້ອມ ວຸທິສະພາ ຂອງໄທ ກໍຈະຈັດ ກອງປະຊຸມ ປຶກສາຫາລື ເຣື່ອງ “ເຂື່ອນ ໄຊຍະບູຣີ ເດີນໜ້າ ອະນາຄົດ ແມ່ນໍ້າຂອງ” ທີ່ ຣັຖສະພາໄທ ໃນວັນທີ 15 ພຶສຈິກາ 2012. ໂດຍໄດ້ເຊີນ ຕົວແທນ ຈາກ ສະຖານທູຕ ວຽດນາມ ແລະ ກໍາພູຊາ ແລະ ເຄືອຂ່າຍ ປະຊາຊົນໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ມູນນິທິ ຟື້ນຟູຊີວິດ ແລະ ທັມມະຊາດ ເຂົ້າຮ່ວມ ສະແດງຄວາມຄິດ ຄວາມເຫັນ. ກ່ຽວກັບເຣື່ອງນີ້ ທ່ານ ສຸຣະຈິດ ຊິຣະເວດ ສະມາຊິກ ວຸທິສະພາໄທ ເວົ້າວ່າ:

"ທ່ານວ່າ ອັນນີ້ທ່ານບໍ່ໄດ້ ບອກວ່າ ຕ້ອງບໍ່ສ້າງ ຢ່າງເດັດຂາດ ທ່ານບອກວ່າ ຕ້ອງຕັດສິນໃຈບົນຂໍ້ມູນ ຄວາມຮູ້ ທີ່ຄົບຖ້ວນ ຊຶ່ງຂໍ້ຫ່ວງໃຍ ເຫຼົ່ານີ້ ພີ່ນ້ອງ ໄດ້ສເນີແລ້ວ ເວລາຈັບຈູດມາ ພັທນາຫຍັງ ກໍຄວນເບິ່ງໃນ ເຣື່ອງ ຍຸທສາດ ແທ້ໆເຣື່ອງນີ້ ມັນກໍມີ ທາງເລືອກ".

ກອງປະຊຸມ ປຶກສາຫາລື ຄັ້ງນີ້ ຈະນໍາສເນີ ຜົນການສຶກສາ ຂອງ ຊາວບ້ານ ຂອງ ຜູ້ຊ່ຽວຊານ ແລະ ອົງການ ສິ່ງແວດລ້ອມ ຕ່າງໆ ທີ່ມີຕໍ່ ໂຄງການ ເຂື່ອນ ໄຊຍະບູຣີ ເພື່ອໃຫ້ ຣັຖບານລາວ ແລະ ໄທ ຮວມທັງ ບໍຣິສັດ ທີ່ມີສ່ວນ ກ່ຽວຂ້ອງ ໃນການ ກໍ່ສ້າງເຂື່ອນ ນໍາໄປ ພິຈາຣະນາ ວ່າຄວນຈະ ດໍາເນີນການ ກໍ່ສ້າງ ຕໍ່ໄປ ຫລືບໍ່?

ເຄືອຂ່າຍ ປະຊາຊົນໄທ ເປີດເຜີຍວ່າ ໄດ້ຕິດຕໍ່ ກັບຕົວແທນ ຈາກ ກໍາພູຊາ ແລະ ວຽດນາມ ເພື່ອແລກປ່ຽນ ຂໍ້ມູນກັນ ຊຶ່ງຄາດວ່າ ຈະໄດ້ຮັບ ຜົນກະທົບ ຈາກເຂື່ອນນັ້ນ ແລະ ເຖິງແມ່ນວ່າ ຣັຖບານລາວ ແລະ ຣັຖບານໄທ ຈະຢືນຢັນ ວ່າຈະກໍ່ສ້າງ ເຂື່ອນ ແຫ່ງນີ້ຕໍ່ໄປ ແຕ່ຊາວບ້ານ ກໍຈະເຄື່ອນໄຫວ ຄັດຄ້ານ ໂຄງການນີ້ ເຖິງທີ່ສຸດ ຍ້ອນຮູ້ດີວ່າ ເຂື່ອນ ຈະສົ່ງຜົນກະທົບ ຢ່າງຫລວງຫລາຍ ຕໍ່ປະຊາຊົນ ທີ່ຢູ່ຕາມ ແມ່ນໍ້າຂອງ 60 ລ້ານຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.