ພະນັກງານຣັດ ຕ້ອງໂປ່ງໃສຕໍ່ໜ້າທີ່

ສະມາຊິກ ສະພາ ແຫ່ງຊາດ ເຂດ 1 ນະຄອນຫລວງ ວຽງຈັນ ຮຽກຮ້ອງໃຫ້ ພະນັກງານຣັຖ ເຄົາຣົບ ແລະຍຶດໝັ້ນ ໃນການ ປະຕິບັດ ກົດໝາຍ.
ໂພໄຊສວັດ
2010.12.21

ກົດຟັງສຽງ

ກອງປະຊຸມ ສມັຍສາມັນ ຄັ້ງທີ 10 ຂອງສະພາ ແຫ່ງຊາດ ຊຸດທີ 6 ໃນມື້ວັນ ອັງຄານ ທີ 21 ທັນວາ 2010, ທ່ານສົມພຽນ ໄຊຍະເດດ ສະມາຊິກ ສະພາແຫ່ງຊາດ ເຂດ 1 ນະຄອນຫລວງ ວຽງຈັນ ໄດ້ ສເນີຕໍ່ ກອງປະຊຸມ ຮຽກຮ້ອງ ໃຫ້ ພະນັກງານ ຂອງອົງການ ກວດສອບແຫ່ງຣັຖ ເຮັດວຽກຢ່າງ ຊື່ສັດ ແລະ ຍຶດໝັ້ນ ໃນກົດໝາຍ. ທ່ານ ສົມພຽນ ເວົ້າວ່າ:

"ບາດນີ້ຄວາມ ຮຽກຮ້ອງຕ້ອງການ ຂອງປະຊາຊົນ ນັ້ນແມ່ນ ຄວາມໂປ່ງໃສ ຕ້ອງການໃຫ້ ກົດໝາຍ ມີຄວາມສັກສິດ ແຕ່ການກວດສອບ ອັນນັ້ນຕ້ອງ ໃຫ້ມັນໄປ ໃນທາງທີ່ ຊັດເຈນໂປ່ງໃສ ຖືກຕ້ອງ ຕາມກົດໝາຍ".

ທ່ານເວົ້າຕໍ່ ໄປວ່າ ເຣື້ອງສຳຄັນ ທີ່ສຸດກໍແມ່ນ ໝົດທຸກຄົນ ຕ້ອງນັບຖື ກົດໝາຍ ເພື່ອໃຫ້ກົດໝາຍ ມີຄວາມສັກສິດ ບໍ່ແມ່ນວ່າ ຜູ້ໃດກໍຕາມ ຢູ່ໃນລາວ ກໍສາມາດ ລະເມີດ ແລະ ກະທຳຜິດ ກົດໝາຍໄດ້ ເພາະເຊື່ອວ່າ ກົດໝາຍລາວ ສາມາດປ່ຽນແປງ ໄດ້ຕາມ ອຳນາດ ບາຣະມີ ຂອງຜູ້ຍິ່ງໃຫຍ່ ເຈົ້ານາຍ ແລະ ຜູ້ມີເງິນ ໂດຍການສັ່ງ ຫລືຂໍໃຫ້ ຫລຸດຍ່ອນ ປະສິດທິພາບ ແລະ ຄວາມສັກສິດ ຂອງກົດໝາຍ ລົງໄດ້.

ອົງການກວດສອບ ແຫ່ງຣັຖ ເປັນອົງການ ເພື່ອກວດສອບ ການປະຕິບັດ ໜ້າທີ່ ຂອງພາກຣັຖ ທັງໝົດ ໂດຍຈະກວດສອບ ການທຸຈຣິດ, ການຊື້ຈ້າງ ຈອບອອຍ ແລະ ການສໍ້ຣາສ ບັງຫລວງ ຂອງ ພະນັກງານຣັຖ, ໂດຍສະເພາະ ອົງກອນ ທີ່ກ່ຽວຂ້ອງ ກັບການ ອະນຸຍາດ ສັມປະທານ, ກົມພາສີ ສ່ວຍສາອາກອນ, ອົງກອນ ທີ່ກ່ຽວຂ້ອງກັບ ການອະນຸຍາດ ໃຫ້ສັມປະທານ ການຂຸດຄົ້ນ ບໍ່ແຮ່ ແລະ ປ່າໄມ້ ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.