ການເກັບກູ້ຣະເບີດ ເປັນໄປຢ່າງຫລ້າຊ້າ

ຣະເບີດ ທີ່ບໍ່ ທັນແຕກ ຍັງມີ ຢ່າງຫລວງຫລາຍ ໃນທົ່ວ ປະເທສ.
ຫວາດ ສີມູນ
2011.06.27
F-truck ຣົດຂອງອົງການ ເກັບກູ້ຣະເບີດ ໄດ້ຮັບຈາກ ການຊ່ວຍເຫລືອ ຂອງ ຕ່າງປະເທດ
RFA

ກົດຟັງສຽງ

ວຽກງານ ກາຣ ເກັບກູ້ ຣະເບີດ ທີ່ຍັງ ບໍ່ທັນແຕກ ຍັງເປັນ ໜຶ່ງໃນ ບໍຣິມະສິທ ຂອງ ວຽກງານ ດ້ານກາຣ ພັທນາ ເສຖກິຈ ສັງຄົມ ໃນລາວ ຊຶ່ງຜ່ານ ກາຣຈັດຕັ້ງ ແລະ ປະຕິບັຕ ມາຈົນຮອດ ປັຈຈຸບັນນີ້ ເປັນເວລາ ທັງໝົດ ບໍ່ຕໍ່າກວ່າ 16 ປີ ຜ່ານມານີ້ ທີ່ໄດ້ ຮັບກາຣ ຊ່ວຍເຫລືອ ຕລອດມາ ແຕ່ກໍຍັງ ປາກົດວ່າ ບັນຫາ ຂອງ ຣະເບີດ ທີ່ຍັງບໍ່ ທັນແຕກ ຍັງມີຢ່າງ ຫລວງຫລາຍ ອັນເປັນ ກາຣສົ່ງຜົລ ກະທົບ ຕໍ່ໂຄງກາຣ ພັທນາ. ດັ່ງທ່ານ ເພັດສວ່າງ ສຸນນາຣາດ ຮອງ ຫົວໜ້າ ຫ້ອງກາຣ ຄນະກັມມະກາຣ ຄຸ້ມຄອງ ແຫ່ງຊາຕ ເພື່ອແກ້ໄຂ ບັນຫາ ຣະເບີດ ບໍ່ທັນແຕກ ໄດ້ກ່າວ່າ:

“ບັນຫາ ຣະເບີດ ຕົກຄ້າງ ເປັນບັນຫາ ໜັກໜ່ວງ ທີ່ສຸດ ຢູ່ ສປປລາວ ໃນຈຳນວນ ເກືອບ 3 ລ້ານໂຕນ ຂອງ ຣະເບີດ ທີ່ຖິ້ມໃສ່ ໃນລາວ ໃນຈຳນວນນັ້ນ 30% ຍັງບໍ່ທັນແຕກ ໝາຍຄວາມວ່າ ຍັງປະມານ 80 ລ້ານລູກ ຮວມໆແລ້ວ ປະມານ 5  ລ້ານ ລູກທີ່ວ່າ ຖືກແກ້ໄຂ ໄປແລ້ວ ແຕ່ວ່າຣະເບີດ ລູກຫວ່ານ ຊື່ໆ ກໍໝາຍຄວາມ ວ່າຍັງປະມານ 70 ລ້ານລູກ”.

ພ້ອມດຽວ ກັນນີ້ ທ່ານກໍວ່າ ປະຊາຊົນ ໃນທ້ອງຖິ່ນ ມີຄວາມ ຍາກຈົນ ໄດ້ປະກອບ ອາຊີພ ຄົ້ນຫາ ເສດອາວຸທ ແລະ ວັຕຖຸ ປະເພທ ໂລຫະ ເຫລົ່ານີ້ ເພື່ອນຳເອົາ ໄປຂາຍ ຊຶ່ງເຂົາເຈົ້າ ກາຍເປັນໜຶ່ງ ໃນ 4 ຂອງ ຈຳນວນ ຜູ້ເສັຽ ຊີວີຕ ແລະ ໄດ້ຮັບ ບາດເຈັບ ຍ້ອນຣະເບີດ ແຕກໃສ່ ໃນແຕ່ ລະປີ. ເຖິງແມ່ນວ່າ ທາງເຈົ້າ ໜ້າທີ່ ກ່ຽວຂ້ອງ ສາມາດ ເກັບກູ້ ຣະເບີດ ອອກໄດ້ ໃນຈຳນວນ ໜຶ່ງແລ້ວນັ້ນ ກໍຕາມ.

ຢ່າງໃດ ກໍຕາມ ປະຊາກອນ ລາວ ມີປະມານ 7 ລ້ານຄົນ ແຕ່ກໍຍັງຈັດ ເປັນປະເທສ ທີ່ມີອັຕຣາສເລັ່ຽ ຂອງ ຈຳນວນ ຣະເບີດ ຕໍ່ຫົວ ຫລາຍທີ່ສຸດ ໃນໂລກ ອັນເປັນ ສາເຫຕ ເຮັດໃຫ້ ທາງກາຣລາວ ຕ້ອງໄດ້ຫາ ຄວາມຊ່ວຍເຫລືອ ຈາກ ຕ່າງປະເທສ ໃຫ້ຊ່ວຍ ໃນໂຄງກາຣ ເກັບກູ້ ຣະເບີດ ດັ່ງກ່າວ ນີ້ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.