ແມ່ຍິງແລະເດັກນ້ອຍລາວ ຍັງຖືກຂົ່ມເຫັງ

ການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນລາວ ມີເພີ່ມຂຶ້ນ.
ມະນີຈັນ
2010.12.20

ກົດຟັງສຽງ

ການໃຊ້ຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ ສປປລາວ ຍັງມີຢູ່ ຕລອດມາ ໃນຫລາຍຄອບຄົວ ແລະ ຢູ່ຕາມຊຸມຊົນ ຕ່າງໆ ເຖິງແມ່ນວ່າ ກົດໝາຍ ໃຫ້ຄວາມສໍາຄັນ ໃນການສົ່ງເສີມ ສິດສເມີພາບ ຣະຫວ່າງ ຍິງ-ຊາຍ ເພື່ອປົກປ້ອງ ສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກນ້ອຍ ກໍຕາມ. ຕາມຄໍາເວົ້າ ຂອງ ຍານາງ ປານີ ຢາທໍຕູ້ ຮອງປະທານ ສະພາແຫ່ງຊາດ. 

ຍານາງ ຈັນທິມ ລັດມະນີ ຮອງປະທານ ສູນກາງ ສະຫະພັນ ແມ່ຍິງລາວ ກໍໄດ້ກ່າວວ່າ ໃນລະຍະ ທີ່ຜ່ານມາ ໄດ້ມີການ ຕໍ່ຕ້ານຈາກຫລາຍ ພາກສ່ວນ ແຕ່ການໃຊ້ ຄວາມຮຸນແຮງ ຕໍ່ຜູ້ຍິງຍັງ ມີຂຶ້ນຢູ່ ເລື້ອຍໆ ຊຶ່ງຕ້ອງໄດ້ ແກ້ໄຂ ຢ່າງຮີບດ່ວນ.

ນັບແຕ່ເດືອນ ມົກກະຣາ ປີ 2006 ເຖິງເດືອນກັນຍາ ປີ 2010 ມີແມ່ຍິງ ແລະ ເດັກນ້ອຍເຖິງ 30 ພັນ ກວ່າຄົນ ເຂົ້າໄປຂໍຄໍາ ປຶກສາ ນໍາສູນໃຫ້ ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ ຂອງ    ສະຫະພັນ ແມ່ຍິງລາວ ໂດຍສະເພາະ ການຢ່າຮ້າງ ເປັນບັນຫາ ທີ່ເຫັນໄດ້ ແຈ່ມແຈ້ງ ຫລາຍກວ່າໝູ່. ຂໍ້ມູນຂອງ ທາງສູນນັ້ນ ຣະບຸວ່າ ມີຜູ້ເຄາະຮ້າຍ ຈາກການໃຊ້ ຄວາມຮຸນແຮງ ເຂົ້າມາບໍາບັດ        ດ້ານຈິດໃຈ ແລະ ຮ່າງກາຍ 183 ຄົນ. ໃນນັ້ນ ມີຜູ້ອາຍຸ ຕໍ່າກວ່າ 18 ປີ 116 ຄົນ. ການປະຮ້າງກັນ ຢູ່ລາວ ເວລານີ້ ມີແນວໂນ້ມ ເພີ່ມຂຶ້ນຫລາຍ ເມື່ອທຽບໃສ່ກັບ ລະຍະຜ່ານມາ ສ່ວນຫລາຍແມ່ນຢູ່ ຕາມຕົວເມືອງໃຫຍ່. 

ນອກຈາກນັ້ນ ກໍມີເລື່ອງ ການທໍາຮ້າຍ ຮ່າງກາຍ, ການຂົ່ມຂືນ, ການຄ້າມະນຸດ ເປັນຕົ້ນ. ການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ໃນລາວ ເປັນບັນຫາ ທີ່ມີມາເປັນ ເວລາດົນນານ ແລະ ມີຫລາຍ ສາເຫດ ຕົ້ນຕໍ ຊຶ່ງສ່ວນນຶ່ງ ກໍຍ້ອນ ຮີດຄອງປະເພນີ, ຄວາມເຊື່ອຖື, ຄວາມທຸກຍາກ, ຣະດັບການ ສຶກສາຍັງຕໍ່າ ແລະ ສິ່ງບໍ່ດີຕ່າງໆ ໃນສັງຄົມ. 

ທ່ານ ດວງດີ ອຸດທະຈັກ ປະທານ ສະມາຄົມ ສະມາຊິກ ສະພາ ແຫ່ງຊາດລາວ ເພື່ອ ປະຊາກອນ ແລະ ການພັທນາ ໄດ້ກ່າວວ່າ ສະພາແຫ່ງຊາດ ຈະກວດກາ ແລະ ທົບທວນ ນະໂຍບາຍ ກ່ຽວກັບ ບັນຫານີ້ ເພື່ອກ້າວໄປເຖິງ ການຮ່າງກົດໝາຍ ວ່າດ້ວຍການ ຕ້ານ ແລະ ຣະງັບການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ຢູ່ສປປລາວ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.