ຫົງສາລິກໄນຕ໌ ມີຜົນຮ້າຍແນ່ນອນ

ນັກຊ່ຽວຊານ ເວົ້າວ່າ ໂຮງງານ ໄຟຟ້າ ຫົງສາ ລິກໄນຕ໌ ຈະສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໃນຫລາຍດ້ານ.
ສິດນີ
2012.11.14
F-Hongsa-lignite-power-plant3 ໂຮງານໄຟຟ້າ ຫົງສາລິກໄນຕ໌ ທີ່ກໍາລັງກໍ່ສ້າງ
Lao_voice

ຜູ້ຊ່ຽວຊານ ດ້ານ ສິ່ງແວດລ້ອມ ຂອງລາວ ທ່ານນື່ງ ໄດ້ໃຫ້ຂໍ້ມູນ ທີ່ຫນ້າສົນໃຈ ກ່ຽວກັບ ໂຄງການ ໄຟຟ້າ ຖ່ານຫີນ ທີ່ ເມືອງຫົງສາ ແຂວງ ໄຊຍະບູຣີ ວ່າ ເຖິີງແມ່ນວ່າ ຣັຖບານລາວ ແລະ ນັກລົງທຶນ ຈະຢືນຢັນວ່າ ໂຄງການ ດັ່ງກ່າວ ຈະບໍ່ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຫລາຍປານໃດ ກໍຕາມ ແຕ່ຄວາມຈິງ ແລ້ວ ໂຄງການ ດັ່ງກ່າວນັ້ນ ຈະສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ຢ່າງແນ່ນອນ. ທ່ານກ່າວວ່າ:

"ເຣື້ອງຫົງສາ ເມື່ອເວລາ ໄດ້ພົບປະ ໂອ້ລົມກັບ ຣັຖບານ ຫລືວ່າ ບໍຣິສັດ ທີ່ກ່ຽວຂ້ອງ ກັບສີ່ງແວດລ້ອມ ເຂົາກໍວ່າ ມັນກໍມີ ຫລາຍແນວ ຫນ້າເປັນຫ່ວງ ນັ້ນແຫລະ ມັນກໍມີ ຜົລກະທົບ ກ່ຽວກັບ ສີ່ງແວດລ້ອມຫມົດ ແຕ່ວ່າຄື ໂດຍພາບຮວມແລ້ວ ມັນກໍຄື ປະເທດ ຕ້ອງການ ການພັທນາ ສະນັ້ນ ການພັທນາ ຄັນເຮົາຊີ່ໄປ ຂັດຂວາງເພີ່ນ ເຂົາກໍບໍ່ຮັບ".

ຫລັງຈາກ ມີການປະກາດ ຈະເລີ້ມ ໂຄງການ ໄຟຟ້າ ຫົງສາລິກໄນຕ໌ ຝ່າຍຣັຖບານ ແລະນັກລົງທຶນ ກໍຖແລງວ່າ ໂຄງການດັ່ງກ່າວ ຈະບໍ່ສົ່ງ ຜົລກະທົບ ຕໍ່ປະຊາຊົນ ແລະ ສີ່ງແວດລ້ອມ ຍ້ອນມີການ ຄວບຄຸມ ເປັນຢ່າງດີ. ແຕ່ສໍາລັບ ນັກຊ່ຽວຊານ ທ່ານນີ້ ເວົ້າວ່າ ອົງການປົກປ້ອງ ສີ່ງແວດລ້ອມ ແລະ ເຈົ້າຫນ້າທີ່ ຣັຖບານ ບາງຄົນ ກໍຍັງເປັນຫ່ວງ ກ່ຽວກັບ ຜົລກະທົບ ຕໍ່ ສີ່ງແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ ຈາກໂຄງການ ດັ່ງກ່າວ ນີ້ຢູ່ ແຕ່ບໍ່ສາມາດ ຂັດຂວາງ ການພັທນາ ຂອງ ຣັຖບານໄດ້ ເພາະຣັຖບານ ຕ້ອງການເງີນ ມາສ້າງສາ ປະເທດຊາດ.

ທ່ານວ່າ ບັນຫາ ທີ່ຫນ້າເປັນຫ່ວງ ຫລາຍກວ່າຫມູ່ ກໍແມ່ນເຣື່ອງ ມົລພິດ ໃນອາກາດ ເນື່ອງຈາກ ໂຮງງານໄຟຟ້າ ຖ່ານຫີນ ຈະເຮັດໃຫ້ ເກີດ ຝຸ່ນຣະອອງ ຂອງຖ່ານຫີນ ໃນອາກາດ ທີ່ຈະເປັນ ອັນຕຣາຍຕໍ່ ສຸຂພາບ ຂອງຄົນແລະສັດ.

ຕົວຢ່າງທີ່ມີ ໃຫ້ເຫັນ ໃນປະເທດໄທ ຄື ໂຮງໄຟຟ້າ ຖ່ານຫີນ ແມ່ເຫມາະ ທີ່ ແຂວງລຳປາງ ມີຊາວບ້ານ ໄດ້ຮັບຜົລກະທົບ ຈຳນວນ 103 ຄົນ ແລະ ມີຜູ້ເສັຽຊີວີດ 18 ຄົນ ຈາກມົລພິດ ຂອງໂຮງງານ ໄຟຟ້າຖ່ານຫີນ ທີ່ສ້າງຂື້ນນັ້ນ.

ອີກບັນຫາອື່ນໆ ກໍແມ່ນວ່າ ບັນຫາ ນ້ຳເສັຽ ຍ້ອນໂຮງໄຟຟ້າ ຕ້ອງເຮັດເຂື່ອນ ເຮັດອ່າງເກັບນ້ຳ ໄວ້ໃຊ້ ໃນການຜລິດ ແລະ ນ້ຳທີ່ໃຊ້ແລ້ວ ກໍກາຍເປັນ ນໍ້າເສັຍ ຊື່ງຈະຖືກປ່ອຍ ອອກຈາກອ່າງ ແລ້ວກໍຈະໄຫລ ລົງສູ່ ແຫລ່ງນ້ຳ ທັມມະຊາດ ຈະເຮັດໃຫ້ເກີດ ຜົລກະທົບ ຕໍ່ຊຸມຊົນ ແລະ ສັດສາວາສີ່ງ ທີ່ກິນ ແລະໃຊ້ນ້ຳ ທີ່ມີມົລພິດ ໃນທີ່ສຸດ ສາຍນ້ຳສາຂາ ກໍຈະໄຫລ ລົງສູ່ ແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.