ພົລເມືອງອິນເດັຽຈະຫຼາຍ ກວ່າຈີນໃນປີ 2025

ອິນເດັຽ ຈະມີພົລເມືອງ ຫລາຍທີ່ສຸດ ໃນໂລກ ຫລາຍກວ່າຈີນ ພາຍໃນປີ 2025.
ອະວາຣີ
2010.12.30

ກົດຟັງສຽງ

ຫ້ອງການ ສຳຣວດພົລເມືອງ ຂອງ ສະຫະຣັຖ ເປີດເຜີຍວ່າ ພົລເມືອງ ຂອງອິນເດັຍ ຈະເພິ້ມຂື້ນເປັນ 1,396 ລ້ານຄົນ ພາຍໃນປີ 15 ຂ້າງໜ້າ ແລະ ຈະຫລາຍກວ່າ ພົລເມືອງຈີນ. ຫ້ອງການສໍາຣວດ ຂອງສະຫະຣັຖ ຣາຍງານ ອີກວ່າ ພົລເມືອງ ຂອງ ອິນເດັຍ ຈະເພິ້ມຂື້ນໄວ ເພາະຜູ້ຍິງ ອິນເດັຍຜູ້ນຶ່ງ ໄລ່ສະເລັ່ຍແລ້ວ ຈະມີລູກ 2.7 ຄົນ; ສ່ວນຜູ້ຍິງຈີນ ນັ້ນ ຈະມີລູກ ພຽງແຕ່ 1.5 ຄົນ. ຕາມຫລັກ ວິຊາການ ຖ້າຫາກຜູ້ຍິງ ປະເທດໃດ ມີລູກ ໜ້ອຍກວ່າ 2.1 ຄົນ ປະເທດນັ້ນ ຈະມີພົລເມືອງ ຫລຸດໜ້ອຍລົງ.

ຫ້ອງການສໍາຣວດ ຂອງສະຫະຣັຖ ອະທິບາຍ ວ່າ ຈີນ ປະຕິບັດ ຕາມນະໂຍບາຍ ລູກຄົນດຽວ ຢ່າງເຂັ້ມງວດ ນັບແຕ່ປີ 1980 ເປັນຕົ້ນມາ; ສະນັ້ນ ພົລເມືອງຂອງຈີນ ຈື່ງຫລຸດລົງ ເລື້ອຍໆ; ປັດຈຸບັນ ຈີນ ເລິ້ມປະສົບກັບ ບັນຫາຂາດແຄນ ຄົນງານ ແລະ ມີຜູ້ເຖົ້າ ອາວຸໂສ ຫລາຍເກີນໄປແລ້ວ. ຫ້ອງການສຳຣວດ ຂອງ ສະຫະຣັຖ ໃຫ້ຂໍ້ສັງເກດ ວ່າການປ່ຽນແປງ ຂອງພົລເມືອງ ຈະສົ່ງຜົນກະທົບ ຕໍ່ເສຖກິດຂອງຈີນ ແລະ ອິນເດັຍ ຢ່າງແນ່ນອນ; ປັດຈຸບັນ ເສຖກິດ ຂອງສອງ ປະເທດນີ້ ກຳລັງຂຍາຍຕົວ ຢ່າງວ່ອງໄວ; ຊາວຈີນຮັ່ງມີ ເປັນດີຂື້ນ ກວ່າຊາວອິນເດັຍ; ແຕ່ໃນຣະຍະ 4-5 ປີ ທີ່ຜ່ານມາ ຊາວອິນເດັຍ ກໍມີຣາຍໄດ້ ສູງຂື້ນ ແລະ ຜູ້ຍິງກໍເລິ້ມ ມີລູກໜ້ອຍລົງ.

ສໍາລັບ ປະເທດອື່ນໆນັ້ນ ຫ້ອງການສໍາຣວດ ພົລເມືອງ ຂອງ ສະຫະຣັຖ ຣາຍງານວ່າ ສະຫະຣັຖ ຍັງຈະເປັນ ປະເທດທີ່ ມີພົລເມືອງ ຫລາຍທີ່ສຸດ ອັນດັບສາມ ຂອງໂລກໃນປີ 2025 ປັດຈຸບັນມີ ພົລເມືອງຢູ່ 300 ລ້ານຄົນ; ອັນດັບທີ່ 4 ແມ່ນ ອິນໂດນີເຊັຍ ມີພົລເມືອງຢູ່ ປະມານ 250 ລ້ານຄົນ ແລະ ຕິດຕາມດ້ວຍ ເບຣຊິນ ປາກິສຖານ ບັງກະລາ ເດັສ ແລະ Nigeria. ສ່ວນປະເທດ ທີ່ຈະມີ ພົລເມືອງ ໜ້ອຍລົງນັ້ນ ນອກຈາກຈີນ ແລ້ວ ກໍມີ ຍີ່ປຸ່ນ ຣັດເຊັຍ ແລະ ເຍັຍຣະມັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.