ກົດຟັງສຽງ
ນາງ Mon Mon Han ເຈົ້າໜ້າທີ່ ສາທາຣະນະສຸຂ ຜູ້ທີ່ສູນເສັຽ ລູກສາວ ໃນເຫດແຜ່ນດິນໄຫວ ກ່າວຕໍ່ ອົງການຂ່າວ ຊີນຮົວ ຂອງທາງການຈີນ ໃນວັນຈັນ ນີ້ວ່າ ພວກເຂົາເຈົ້າ ໄດ້ອາສັຍອາຫານ ທີ່ແຈກຢາຍໃຫ້ ຈາກຣັຖບານ ຂອງພະມ້າເອງ ແລະ ອົງການຈັດຕັ້ງ ພາກເອກກະຊົນ ຫລື NGO ຮວມເຖິງຜູ້ໃຫ້ ການຊ່ວຍເຫລືອ ໃນສ່ວນບຸກຄົນ ຈາກເຂດໃກ້ຄຽງ.
ນາງວ່າຣົດຂົນ ເຄື່ອງຂອງ ບໍຣິຈາກຕ່າງໆ ເຂົ້າໄປບໍ່ຮອດ ໝູ່ບ້ານ ທີ່ຢູ່ຫ່າງໄກ ດັ່ງນັ້ນ ເຄື່ອງຂອງ-ອາຫານ ທັງໝົດ ຈຶ່ງມີການແຈກຢາຍ ຢູ່ເຂດ ທາງໃຫຍ່ບ່ອນທີ່ ພວກເຂົາເຈົ້າອອກ ໄປຖ້າຮັບເອົາ. ເຄື່ອງບໍຣິຈາກ ມີ ໝີ່ສໍາເຣັດຮູບ ປາແຫ້ງ ປາກະປ໋ອງ ແລະ ເຂົ້າຈາກທີມງານ ບັນເທົາທຸກ ຂອງຣັຖບານ ສ່ວນຜ້າຫົ່ມ ໝອນ ສາດ ແລະ ນໍ້າກິນນັ້ນ ສົ່ງມາຈາກ ຊົນເຜົ່າ Shan ໃນທ້ອງຖີ່ນເອງ ແລະ ຊຸມຊົນຊາວຈີນ ທີ່ມີຖານະດີ. ນາງເວົ້າຕື່ມວ່າ ຕອນກາງຄືນ ບໍ່ມີໄຟຟ້າ ມີແຕ່ທຽນໄຂ ທີ່ແຈກຢາຍໃຫ້.
ເມືອງ Monglin ບ່ອນທີ່ໄດ້ຮັບ ຄວາມເສັຽຫາຍ ຫລາຍ ໂດຍສະເພາະ ອາຄານບ້ານເຮືອນ. ຜູ້ປະສົບພັຍ ແຜ່ນດິນໄຫວ ຕ້ອງໄດ້ອາສັຍ ຢູ່ໃນຜາມຜ້າເຕັ້ນ ເພື່ອຄວາມປອດພັຍ ຈາກການສັ່ນສະເທືອນ ຫລັງແຜ່ນດິນໃຫວ ຫລື aftershock, ຜູ້ທີ່ໄດ້ຮັບ ບາດເຈັບ ຖືກນໍາສົ່ງໂຮງໝໍ ທ່າຂີ້ເຫລັກ,
ແຜ່ນດິນໄຫວ ແຮງ 7.0 ໃນເຂດເມືອງ Loimwe ຫ່າງຈາກເມືອງ Kengtung ໃນພາກຕາເວັນອອກ ສ່ຽງເໜືອ ຂອງພະມ້າ ເຂດຊາຍແດນ ທີ່ຕິດກັບລາວ ແລະ ໄທ 56 ຫລັກ ເມື່ອຄືນວັນພຣະຫັດ ເຮັດໃຫ້ມີຜູ້ ເສັຽຊີວິດ 70 ກວ່າຄົນ ແລະ ບາດເຈັບອີກ 125 ຄົນ.