ເກົາຫລີເຜີຍວ່າກໍາລັງ ກັ່ນທາດຢູເຣນຽມ

ເກົາຫລີເປີດເຜີຍ ວ່າຕົນ ກໍາລັງ ດໍາເນີນ ການກັ່ນທາດ ຢູເຣນຽມ ເຮັດໃຫ້ ປະຊາຄົມໂລກ ໃຈຮ້າຍ.
ສົມເນ
2010.11.22
F-n-korea ທີ່ເກົາຫລີໃຕ້: ຜູ້ຕາງໜ້າ ສະຫະຣັດ ທ່ານ Stephen Bosworth (ຂວາ) ສົນທະນາ ກັບຫົວໜ້າສູງສຸດ ຝ່າຍນີວເຄລັຽ ທ່ານ Wi Sung-Lac (ໜ້າ) ໃນກອງປະຊຸມ ຕອນອາຫານເຊົ້າ ໃນວັນທີ 22 ພຶສຈິກາ 2010 ຊື່ງກ່ຽວກັບ ແຫລ່ງກັ່ນພະລັງ ນີວເຄລັຽ ແຫ່ງໃໝ່ ຂອງ ເກົາຫລີເໜືອ.
AFP PHOTO/JUNG YEON-JE

ກົດຟັງສຽງ

ເກົາຫລີເໜືອ ອ້າງ ໃນວັນຈັນ ນີ້ວ່າ ຕົນກໍາລັງ ສ້າງໂຮງງານ ກັ່ນທາດ ຢູເຣນຽມ
ຊື່ງອາດນໍາ ພາໄປສູ່ ການທົດລອງ ນີວເຄລັຽ ໃນຮອບສອງ ເຮັດໃຫ້ ສະຫະຣັຖ ເກົາຫລີໃຕ້ ແລະຍີປຸ່ນ ເກີດໂມໂຫ ໂທໂສຂື້ນ, ຕາມລາຍງານ ຂອງອົງການ ຂ່າວ
ເອແອບພີ.

ເຈົ້າໜ້າທີ່ ປ້ອງກັນ ປະເທດ ຫລາຍຄົນເວົ້າວ່າ ໂຮງງານທີ່ ເກົາຫລີເໜືອ ກໍາລັງສ້າງ ຂື້ນໃໝ່ນີ້ ຈະເຣັດໃຫ້ ເກົາຫລີເໜືອ ສາມາດສ້າງ ອາວຸດນີວເຄລັຽ ຫລາຍລູກໄດ້. ທູດພິເສດ ຂອງ ສະຫະຣັຖ ທ່ານ Stephen Bosworth ເວົ້າວ່າ ການທີ່ ເກົາຫລີເໜືອ ເຮັດແນວນີ້ ເປັນການທ້າທາຍ ແຕ່ບໍ່ແມ່ນ ວິກິດ. ພ້ອມດຽວກັນ ທ່ານ ກໍວ່າ ສະຫະຣັຖ ຍັງເປີດປະຕູ ເພື່ອພົວພັນ ກັບເກົາຫລີເໜືອ ຕໍ່ໄປ. ສັນຍານເຕືອນໄພ ໄດ້ມີຂື້ນ ຫລັງຈາກ ນັກວິທຍາສາດ ສະຫະຣັຖ ໄດ້ເປີດເຜີຽ ວ່າຕົນໄດ້ ເຂົ້າໄປເບິ່ງ ໂຮງງານ ທີ່ທັນສມັຍ ຫລັງໃໝ່ທີ່ ປະກອບດ້ວຍ ອຸປກອນ ກັ່ນທາດ ຢູເຣນຽມ ຢ່າງນ້ອຍ 1,000 ຫນ່ວຍ ເມື່ອວັນທີ 12 ພຶສຈິກາ ຜ່ານມາ ຢູ່ທີ່ສູນ ນີວເຄລັຽ ຢົງບີຢອນ.

ສາສດາຈານ Siegfried hecker ຈາກ ມະຫາວິທຍາໄລ ສະແຕັນເຟີດ ເວົ້າວ່າ ລາວຕື່ນຕົກໃຈ ທີ່ໄດ້ເຫັນ ສະຖານທີ່ ແຫ່ງນັ້ນ ແລະ ເວົ້າຕື່ມວ່າ ເຈົ້າໜ້າທີ່ ເກົາຫລີເໜືອ ໄດ້ບອກກັບ ທ່ານ ວ່າໄດ້ເລີ້ມ ກັ່ນທາດ ຢູເຣນຽມ ສົດເກຣດຕໍ່າແລ້ວ ເຖິງແມ່ນວ່າ ບໍ່ມີການ ຢືນຢັນວ່າ ຂະບວນການ ກັ່ນທາດ ຢູເຣນຽມ ທໍາງານເຕັມ ຄວາມສາມາດ ແລ້ວຫລືບໍ່.

ທ່ານວ່າ ມັນເປັນໄປໄດ້ ທີ່ເກົາຫລີເໜືອ ຕ້ອງການປັ່ນ ກະແສໄຟຟ້າ ຊື່ງເກົາຫລີ ຕ້ອງການ ຫລາຍທີ່ສຸດ ແຕ່ເມື່ອເວົ້າເຖິງ ເທັກໂນໂລຈີ ແລ້ວ ມັນອາດສາມາດ ກັ່ນທາດ ຢູເຣນຽມ ເກຣດສູງ ເພື່ອໃຊ້ທາງ ການທະຫານ ໄດ້.

ເຈົ້າໜ້າທີ່ ເກົາຫລີເໜືອ ບອກກັບທ່ານ ວ່າ ປັດຈຸບັນ ມີເຄື່ອງປັ່ນທາດ ຢູເຣນຽມ ສົດເກຣດຕໍ່າ 2,000 ຊຸດ ສໍາລັບເປັນ ເຊື້ອເພີງ ຂອງເຄື່ອງປັ່ນ ກະແສໄຟຟ້າ ປະຣາມະນູ ເພື່ອໃຊ້ ໃນທາງ ພົລເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.