ການຊ້ອມຣົບ ສະຫະຣັຖແລະຍີ່ປຸ່ນ
2010.12.03
ທີ່ເກົາຫລີໃຕ້ ໃນທະເລເຫລືອງ: ໃນຕອນທີ່ ສະຫະຣັດ ແລະ ເກົາຫລີໃຕ້ ມີການຮ່ວມ ຊ້ອມຣົບ ໃນວັນທີ 30 ພຶສຈິກາ 2010
ກົດຟັງສຽງ
ການຊ້ອມຣົບ ທາງເຮືອ ຄັ້ງຍິ່ງໃຫຍ່ ຂອງ ສະຫະຣັຖ ແລະ ຍີ່ປຸ່ນ ເລີ້ມຂຶ້ນ ໃນມື້ວັນສຸກ ທີ 3 ທັນວາ 2010 ນີ້ ໃນນ່ານນໍ້າ ໃກ້ເຂດເຄັ່ງຕຶງ ແຫລມເກົາຫລີ, ໃນຂນະທີ່ ອົງການ ສິ້ງຊອມ ອາວຸດນິວເຄລັຍ ສະຫະປະຊາຊາດ ສະແດງຄວາມ ເປັນຫ່ວງຢ່າງແຮງ ກ່ຽວກັບຄວາມ ທະເຍີທະຍານ ຂອງ ໂຄງການ ອາວຸດນິວເຄລັຍ ເກົາຫລີເໜືອ.
ການຊ້ອມຣົບ ໃນທະເລຈີນ ຕາເວັນອອກ ທີ່ຍິ່ງໃຫຍ່ ເທື່ອນີ້ ເຮັດໃຫ້ການ ຊ້ອມຣົບ ສະຫະຣັຖ ກັບ ເກົາຫລີໃຕ້ ໃນທະເລ ເຫລືອງ ເຫັນວ່ານ້ອຍໆ ເຖິງວ່າການ ຊ້ອມຣົບ ດັ່ງກ່າວ ຈະເປັນການສະແດງ ແສນຍານຸພາບ ໃສ່ເກົາຫລີເໜືອ ກໍຕາມ.
ໃນການສະແດງ ແສນຍານຸພາບ ທາງທະຫານ ທີ່ມີຊື່ວ່າ "ຄົມດາບ" ທີ່ຈັດຂຶ້ນຢູ່ ໃນທະເລ ຍີ່ປຸ່ນ ພາກໃຕ້ ເທື່ອນີ້, ສະຫະຣັຖ ແລະ ພັນທະມິດ ໃນປາຊີຝິກ ຍີ່ປຸ່ນ ຈະໃຊ້ເວລາ 8 ມື້, ມີເຮືອຣົບ 60 ລໍາ, ເຄື່ອງບິນຣົບ 500 ລໍາ ແລະ ທະຫານ 44,000 ຄົນ.
ການຊ້ອມຣົບ ເທື່ອນີ້ ໄດ້ໃຊ້ ເວລາເປັນປີ ໃນການກະຕຽມ ທ່າມກາງບັນຫາ ຂັດແຍ່ງຫລາຍຢ່າງ, ເຊັ່ນ ຈີນ ຂັດແຍ່ງ ທາງທະເລ ກັບ ຍີ່ປຸ່ນ ແລະ ຈີນ ຂັດແຍ່ງ ກັບປະເທດ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້ ກ່ຽວກັບໝູ່ເກາະ ໃນທະເລ ຈີນ ໃຕ້.
ສະຫະປະຊາຊາດ ໄດ້ອອກມາ ສະແດງຄວາມ ເປັນຫ່ວງຢ່າງແຮງ ກ່ຽວກັບການ ຊ້ອມຣົບເທື່ອນີ້ ເພາະອາດຈະ ກໍ່ໃຫ້ເກີດ ບັນຫາລຸກລານ ໃຫຍ່ໂຕຂຶ້ນ, ຫລັງຈາກທີ່ ເກົາຫລີ ເໜືອ ບໍ່ພໍໃຈ ກັບແຜນການ ຊ້ອມຣົບ ຂອງ ສະຫະຣັຖ ກັບ ເກົາຫລີໃຕ້ ມາແລ້ວ ແລະ ໄດ້ຍິງປືນໃຫຍ່ ຖະລົ່ມ ເຂດເກົາຫລີໃຕ້, ແຕ່ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ຜູ້ໃໝ່ ຂອງເກົາຫລີໃຕ້ ເຕືອນວ່າ ຫາກຖືກ ໂຈມຕີອີກ ຈະໃຊ້ ເຄື່ອງບິນຣົບ ໂຕ້ຕອບ.









