ສປຈີນເຕືອນການປະຊຸມ ບັນຫາເກົາຫລີເໜືອ

ສປ ຈີນ ກ່າວເຕືອນ ກ່ຽວກັບການ ປະຊຸມ ລະຫ່ວາງ ສະຫະຣັຖ ເກົາຫລີໃຕ້ ແລະ ຍີ່ປຸ່ນ.
ສົມເນ
2010.12.03

ກົດຟັງສຽງ

ທາງການຈີນ ຫລັງຈາກ ຖືກຕອບໂຕ້ ຍ້ອນສະເໜີ ໃຫ້ມີການ ປະຊຸມ ບັນຫາ ເກົາຫລີເໜືອ ແບບ 6 ຝ່າຍຄືນໃໝ່, ໄດ້ກ່າວເຕືອນ ສະຫະຣັຖ ເກົາຫລີໃຕ້ ແລະ ຍີ່ປຸ່ນ ທີ່ຈະປະຊຸມ ກັນຢູ່ທີ່ ກຸງວໍຊິງຕັນ ດີຊີ ໃນອາທິດ ໜ້ານີ້ວ່າ ບໍ່ໃຫ້ເພີ້ມ ຂຍາຍການ ປະເຊີນໜ້າ ກັນກັບ ເກົາຫລີເໜືອ. ເມື່ອອາທິດ ທີ່ແລ້ວນີ້ ເກົາຫລີເໜືອ ໄດ້ຍິງປືນໃຫ່ຽ ນື່ງຮ້ອຍກ່ວາ ນັດ ໃສ່ເກາະ ຂອງ ເກົາຫລີໃຕ້ ເຮັດໃຫ້ພົລເຮືອນ 2 ຄົນ ແລະ ທະຫານມາຣີນ 2 ຄົນ ເສັຽຊີວິດ.

ເຫດທີ່ເກີດຂື້ນ ນີ້ໄດ້ສ້າງ ຄວາມຕືງຄຽດ ໜັກ ລະຫ່ວາງ ເກົາຫລີໃຕ້ ກັບ ເກົາຫລີເໜືອ ແລະ ສະຫະຣັຖ ອະເມຣິກາ. ອີກອັນນື່ງ ການທີ່ເກົາຫລີເໜືອ ປະກາດວ່າ ຕົນກໍາລັງ ສ້າງໂຮງງານ ເພື່ອຜລິດ ທາດຢູເຣນຽມ ສົດ ຍິ່ງເຮັດໃຫ້ ປະຊາຄົມ ສາກົນ ມີຄວາມເປັນຫ່ວງ. ຈີນຜູ້ຊື່ງ ຖືກກົດດັນ ໃຫ້ຄວບຄຸມ ການກະທໍາ ຂອງເກົາຫລີ ເໜືອ ໄດ້ສະເໜີ ໃຫ້ມີການ ເຈຣະຈາ ແບບ 6 ຝ່າຍຄືນໃໝ່ ພາຍໃນຕົ້ນ ເດືອນທັນວາ ນີ້ ແຕ່ຖືກ ສະຫະຣັຖ ເກົາຫລີໃຕ້ ແລະ ຍີ່ປຸ່ນ ປະຕິເສດ ແລະ ໃນວັນຈັນ ທີ່ຈະມາ ນີ້ ສາມປະເທດ ດັ່ງກ່າວ ຈະປະຊຸມກັນ ຢູ່ທີ່ກຸງ ວໍຊິງຕັນ ດີຊີ. ໂຄສົກ ປະຈໍາ ກະຊວງການ ຕ່າງປະເທດຈີນ ມາດາມ Jiang Yu ກ່າວວ່າ ຈີນ ຈະຈັບຕາເບິ່ງ ກອງປະຊຸມ ນີ້ ຢ່າງໃກ້ຊິດ ແລະ ຈີນຫວັງວ່າ ການປະຊຸມ ຈະຫາວິທີ ທາງຜ່ອນຄາຍ ຄວາມຕຶງຄຽດລົງ ແລະ ສົ່ງເສີມ ການເວົ້າຈາກັນ ແທນທີ່ຈະເສີມ ຂຍາຍຄວາມ ຕຶງຄຽດ ແລະ ການປະເຊີນ ໜ້າກັນ.

ເກົາຫລີໃຕ້ ກັບ ສະຫະຣັຖ ຫາກໍສີ້ນສຸດ ການຊ້ອມລົບ ຮ່ວມກັນ ເມືອສອງວັນ ກ່ອນນີ້ເອງ. ໃນຂນະດຽວກັນ ເກົາຫລີເໜືອ ກໍຕິດຕັ້ງ ຖານຍິງ ຈະຣວດທີ່ ສາມາດຍິງ ເຖິງນະຄອນຫລວງ ໂຊນ ຂອງ ເກົາຫລີໃຕ້ໄດ້ ເພີ້ມຕື່ມອີກ. ລາຍງານຂອງ ອົງການຂ່າວ ຢອນຮັບ ຂອງ ເກົາຫລີໃຕ້ວ່າ ເກົາຫລີເໜືອ ໄດ້ເພີ້ມຖານຍິງ ຈະຣວດ ຊນິດ ທີ່ຍິງຫລາຍ ລູກໄດ້ ຂື້ນເປັນຫລາຍ 100 ແຫ່ງ. ຈະຣວດ ປະເພດນີ້ ສາມາດຍິງ ໄກໄດ້ 60 km. ສ່ວນກຸງໂຊນ ກໍຫ່າງຈາກ ຊາຍແດນ ປະມານ 40 km ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.