ອອງຊານຊູຈິເຂົ້ານັ່ງ ສະພາແຫ່ງຊາດພະມ້າ

ຍານາງ ອອງຊານຊູຈີ ຜູ້ນໍາ ພັກ ສັນນິບາດ ເພື່ອ ປະຊາທິປະໄຕ ພະມ້າ ແລະ ສະມາຊິກ ສະພາ ທີ່ໄດ້ຮັບ ເລືອກຕັ້ງ ໄດ້ມາເຖິງ ສະພາ ແຫ່ງຊາດ ຢູ່ກຸງ ໄນປີດໍ ຕອນເຊົ້າ ວັນພຸດ ວັນທີ 2 ພຶສພາ 2012 ແລະ ໄດ້ເຂົ້ານັ່ງ ໃນສະພາ ແຫ່ງຊາດ ເປັນເທື່ອ ທໍາອິດ.
ໂພໄຊສວັດ
2012.05.02

ກົດຟັງສຽງ

ຍານາງ ຊູຈິ ພ້ອມກັບ ສະມາຊິກ ຈາກພັກ 42 ຄົນ ນອກເໜືອຈາກ ອີກ 3 ຄົນ ທີ່ໄດ້ເດີນທາງ ໄປຢ້ຽມຢາມ ປະເທດ ອອສເຕຣເລັຍ ທຸກຄົນໄດ້ ທໍາພິທີ ສາບານຕົນ ເຂົ້າເປັນ ສະມາຊິກ ສະພາ ເຄິ່ງຊົ່ວໂມງ ຫລັງຈາກ ທີ່ໄດ້ມາເຖິງ ສະພາ.

ພັກສັນນິບາດ ເພື່ອ ປະຊາທິປະໄຕ ພະມ່າ ໄດ້ປະກາດ ໃນມື້ວັນຈັນ ນີ້ວ່າ ຢາກປ່ຽນ ຄໍາສາບານ ຕົນ ຈາກຄໍາວ່າ “ປົກປ້ອງ ຣັຖທັມມະນູນ” ມາເປັນ “ນັບຖື ຣັຖທັມມະນູນ” ແຕ່ເມື່ອ ມາສາບານຕົນ ກໍໄດ້ໃຊ້ ຄໍາວ່າ “ປົກປ້ອງ ຣັຖທັມມະນູນ” ເພື່ອບໍ່ຢາກ ສ້າງເງື່ອນໄຂ ໃຫ້ມີການ ຂັດແຍ່ງ ໃນສະພາ ຕໍ່ໄປອີກ.

ການອ່ອນໂຍນ ຍອມຮັບ ຝ່າຍພັກ ສັນນິບາດ ເພື່ອ ປະຊາທິປະໄຕ ພະມ່າ ຢືນຢັນວ່າ ເພື່ອຕອບສນອງ ຄວາມຕ້ອງການ ຂອງປະຊາຊົນ ສ່ວນໃຫຍ່ ແລະ ຜູ້ທີ່ ໄວ້ເນື້ອເຊື່ອໃຈ ລົງຄະແນນສຽງ ໃຫ້ ແລະເຫັນແກ່ ປະຊາຊົນ ສ່ວນຫລາຍ ຈຶ່ງບໍ່ຍົກ ປະເດັນ ດັ່ງກ່າວມາ ເປັນເງື່ອນໄຂ ອີກຕໍ່ໄປ.

ໃນການເລືອກຕັ້ງ ວັນທີ 1 ເມສາ 2012 ພັກ ສັນນິບາດ ເພື່ອ ປະຊາທິປະໄຕ ພະມ່າ ໄດ້ 43 ບ່ອນນັ່ງ ໃນທັງໝົດ 45 ບ່ອນນັ່ງ 37 ບ່ອນຢູ່ ສະພາຕໍ່າ 4 ບ່ອນ ຢູ່ສະພາສູງ ແລະ 2 ບ່ອນ ຢູ່ ສະພາທ້ອງຖິ່ນ ຫລື ສະພາແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 02, 2012 10:47 PM

ຮູ້ແຈ້ງເຖິງຄວາມຈິງວ່າ ຍົກໃຈເພິ່ນມາໃສ່ໃຈຕົນ ສ້າງສີສັນສັງຄົມໃຫ້ເກີດຄຸນນະພາບ,ປະລີມານບໍ່ມີ ຄວາມສຳຄັນກັບຜົລປະໂຍຊນ໌ໄດໆທັງນັ້ນ,ໄຊຊະນະທາງດ້ານ ອຸດົມການ ຈະຕ້ອງເກີດຄຸນຄ່າກ່ວາທາງອາລົມ,ເດັດແທ້ໆ!!