ຈີນ-ໄທ ເຊັນສັນຍາຮ່ວມມື

ຣັຖບານໄທ ໄດ້ລົງນາມ ເຊັນສັນຍາ ຄວາມຮ່ວມມື ກັບຈີນ 6 ສະບັບ ໃນຊ່ວງການ ຢ້ຽມຢາມໄທ ຂອງ ຮອງປະທານ ປະເທດ ຈີນ.
ສິດນີ
2011.12.27

ກົດຟັງສຽງ

ໃນມື້ວານນີ້ ຍານາງ ຍີ່ງລັກ ຊິນນະວັດ ນາຍົກ ຣັຖມົນຕຣີໄທ ໄດ້ແສດງ ຄວາມດີໃຈ ໃນ ຄວາມສຳພັນ ອັນໃກ້ຊິດ ກັບຈີນ ຫລັງຈາກທີ່ ສອງຝ່າຍໄດ້ ລົງນາມ ການຮ່ວມມື 6 ສະບັບ ຣະຫວ່າງກັນ ໃນຊ່ວງການ ໄປຢ້ຽມຢາມ ປະເທດໄທ ຂອງທ່ານ ຊີ ຊີງປີງ ຮອງ ປະທານ ປະເທດຈີນ ໃນອາທິດນີ້ ໃນນັ້ນມີ ຄວາມຮ່ວມມື ໃນການພັທນາ ໂຄງຮ່າງພື້ນຖານ ທາງດ້ານການ ຄົມມະນາຄົມ ທີ່ໄທຕ້ອງການ ຈາກຈີນ.

ນາຍົກ ຣັຖມົນຕຣີໄທ ກ່າວວ່າ ທັງສອງປະເທດ ໄດ້ຕົກລົງກັນ ຈະຍົກຣະດັບ ການຄ້າ ແລະ ການລົງທືນ ຣະຫວ່າງກັນ ໃຫ້ຫລາຍຂື້ນ ໃນຣະຍະ 5 ປີ ຂ້າງຫນ້າ ທີ່ຄາດວ່າ ມູນຄ່າ ການຄ້າ ສອງຝ່າຍ ຈະເພີ້ມຂື້ນ ປະມານ 20% ແລະ ຈຳນວນ ນັກທ່ອງທ່ຽວ ຈາກຈີນເຂົ້າໄທ ຈະເພີ້ມຂື້ນ 15%.

ໃນງານລ້ຽງ ອາຫານຄ່ຳ ຂອງຮອງ ປະທານ ປະເທດຈີນ ທ່ານ ຊີຊີງປີງ ທີ່ ບາງກອກ ໃນມື້ວານນີ້ ຍານາງ ຍີ່ງລັກ ກ່າວວ່າ ທັງສອງ ປະເທດ ຍັງຈະຮ່ວມ ກັນຍົກ ຣະດັບ ການພັທນາ ໂຄງຮ່າງ ພື້ນຖານ ການ ຄົມມະນາຄົມ ແຮງງານ ແລະ ການສືກສາ ແຕ່ບໍ່ໄດ້ກ່າວ ກ່ຽວກັບ ໂຄງການ ສ້າງເສັ້ນທາງ ຣົຖໄຟ ຄວາມໄວສູງ ຈາກ ບາງກອກ ຫາຊຽງໃຫມ່ ແລະ ຈາກບາງກອກ ໄປທາງພາກ ຕາເວັນອອກ ສ່ຽງເໜືອ ຂອງໄທ ທີ່ຣັຖບານໄທ ຕ້ອງການ ການລົງທືນ ຈາກຈີນ ຈີນໄດ້ເພີ້ມ ພົວພັນ ກັບຫລາຍ ປະເທດ ໃນຂົງເຂດ ໃນຣະຍະ ຫລັງໆມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.