ພາສາລາວ ເປັນພາສາທີ່ມີຊີວິດຊີວາ ເຕັມໄປດ້ວຍປະຫວັດຄວາມເປັນມາ
ພາສາລາວປ່ຽນ ພວກເຮົາກໍປ່ຽນ.
May 22, 2024
ໂດຍ: ມາດາມ ຈິ່ນນີ້ ສະຕີ່ນ, ບັນນາທິການບໍລິຫານ, ຜູ້ຊີ້ນຳ ເຂດເອເຊຍຕາເວັນອອກສຽງໃຕ້ ແຫ່ງວິທະຍຸເອເຊຍເສລີ
ໂດຍ: ມາດາມ ຈິ່ນນີ້ ສຕີ່ນ, ບັນນາທິການບໍຣິຫານ, ຜູ້ຊີ້ນຳ ເຂດເອເຊັຽຕາເວັນອອກສຽງໃຕ້ ແຫ່ງວິທຍຸເອເຊັຽເສຣີ
Legend:
Lao new script: ການພິມພາສາລາວໃໝ່
Lao old script: ການພິມພາສາລາວເດີມ
ໃນປະເທດລາວ ມີປະຊາກອນ 7 ລ້ານປາຍຄົນ ອັນປະກອບດ້ວຍ 49 ເຜົ່າ, ເຊິ່ງແຕ່ລະເຜົ່າ ກໍມີພາສາປາກເວົ້າ ຂອງເຜົ່າຕົນ ແລະ ມີສຳນຽງປາກເວົ້າ ທີ່ຫຼາກຫຼາຍ.
ມີການບັນທຶກ ຮ່ອງຮອຍພາສາລາວ ທີ່ເກົ່າແກ່ທີ່ສຸດ ແມ່ນເກີດຂຶ້ນ ເມື່ອສັດຕະວັດ ທີ 13. ຜ່ານໄປຫຼາຍສັດຕະວັດ, ພາສາລາວ ກໍຄ່ອຍໆຖືກວິວັດ, ຮັບເອົາອິດທິພົນ ດ້ານພາສາ ແລະ ວັດທະນະທຳ ຈາກປະເທດເພື່ອນບ້ານ, ໂດຍສະເພາະແມ່ນ ພາສາບາລີ ແລະ ສັນສະກິດ ທັງໄດ້ຮັບອິດທິພົນ ດ້ານພາສາບາງສ່ວນ ຈາກພາສາອັງກິດ, ຈີນ, ຝລັ່ງ ແລະ ພາສາອື່ນໆ.
ຜ່ານໄປຫຼາຍຍຸກ ຫຼາຍສະໄໝ, ການອອກສຽງ ກໍມີການວິວັດໄປແດ່, ບາງຄຳສັບ ແລະ ປະໂຫຍກ ກໍໄດ້ຢືມຈາກຕ່າງປະເທດ ແລະ ມີບາງຄຳສັບ ກໍຖືກສ້າງຂຶ້ນ, ການຂຽນ ກໍປ່ຽນແປງໄປ ເຮັດໃຫ້ຄວາມໝາຍ ກໍປ່ຽນໄປແດ່ ແລະ ການເຂົ້າມາ ຂອງເຕັກໂນໂລຈີ້ ກໍມີອິດທິພົນສູງ ເຮັດໃຫ້ພາສາລາວ ມີການປ່ຽນແປງໄປ.
ນັບຕັ້ງແຕ່ ພະລາດຊະອານາຈັກລາວ ຖືກສ້າງຕັ້ງ ໃນປີ 1953, ພາສາລາວ ກໍຖືກຮັບຮູ້ວ່າ ເປັນພາສາທາງການ ຂອງປະເທດ ແລະ ຂະບວນການ ເຮັດໃຫ້ພາສາລາວ ມີມາດຕະຖານ ກໍຖືກຈັດຕັ້ງຂຶ້ນ ເພື່ອຮັບປະກັນ ໃນການໃຊ້ພາສາລາວ ໃຫ້ມີຄວາມເປັນເອກະພາບ.
ການປ່ຽນແປງ ຄັ້ງໃຫຍ່ທີ່ສຸດ ຂອງພາສາລາວ ແມ່ນມີຂຶ້ນ ໃນປີ 1975 ເມື່ອວັດຈະນານຸກົມ ພາສາລາວ ສະບັບມາດຕະຖານ ຖືກນຳເອົາມາໃຊ້ ໃນສັງຄົມລາວ. ການຂຽນພາສາລາວ ແບບສະກົດຕາມການຜັນສຽງ ແລະ ການລຶບບາງໂຕອັກສອນ ທີ່ບໍ່ໄດ້ອອກສຽງ ໄດ້ເຮັດໃຫ້ຮູບແບບ ການຂຽນພາສາລາວ ປ່ຽນແປງໄປ.
ໃນຍຸກສະໄໝ ແຫ່ງການຫັນເປັນດິຈິຕອນ ນີ້, ວິທຍຸເອເຊັຽເສຣີ ຕັ້ງໃຈວ່າ ຈະໃຫ້ຜູ້ຕິດຕາມຂ່າວ ແລະ ລາຍການຕ່າງໆ ຂອງວິທຍຸເອເຊັຽເສຣີ ໃນທົ່ວທຸກມຸມໂລກ ຮັບຂໍ້ມູນຂ່າວສານ ຜ່ານການພິມພາສາລາວ ໃນຮູບແບບໃໝ່ ທີ່ຜູ້ຄົນສ່ວນໃຫຍ່ ໃນປະເທດລາວ ອ່ານ ແລະ ຂຽນ.
ປະຫວັດສາດ ຂອງການຂຽນພາສາລາວ ໃນຮູບແບບເກົ່ານັ້ນ, ເປັນສິ່ງທີ່ຖືກຍອມຮັບຢູ່ແລ້ວ ແລະ ເລື່ອງລາວຕ່າງໆ ກ່ຽວກັບພາສາລາວ ຈະຖືກຂຽນ ແລະ ມີການສືບຕໍ່ໄປ.
ໃນປະເທດລາວ ມີປະຊາກອນ 7 ລ້ານປາຍຄົນ ອັນປະກອບດ້ວຍ 49 ເຜົ່າ, ເຊິ່ງແຕ່ລະເຜົ່າ ກໍມີພາສາປາກເວົ້າ ຂອງເຜົ່າຕົນ ແລະ ມີສຳນຽງປາກເວົ້າ ທີ່ຫຼາກຫຼາຍ.
ມີການບັນທຶກ ຮ່ອງຮອຍພາສາລາວ ທີ່ເກົ່າແກ່ທີ່ສຸດ ແມ່ນເກີດຂຶ້ນ ເມື່ອສັຕວັດ ທີ 13. ຜ່ານໄປຫຼາຍສັຕວັດ, ພາສາລາວ ກໍຄ່ອຍໆຖືກວິວັທ, ຮັບເອົາອິດທິພົລ ດ້ານພາສາ ແລະ ວັທນະທັມ ຈາກປະເທດເພື່ອນບ້ານ, ໂດຍສະເພາະແມ່ນ ພາສາບາລີ ແລະ ສັນສກຣິດ ທັງໄດ້ຮັບອິດທິພົລ ດ້ານພາສາບາງສ່ວນ ຈາກພາສາອັງກິດ, ຈີນ, ຝຣັ່ງ ແລະ ພາສາອື່ນໆ.
ຜ່ານໄປຫຼາຍຍຸກ ຫຼາຍສໄມ, ການອອກສຽງ ກໍມີການວິວັທໄປແດ່, ບາງຄຳສັບ ແລະ ປໂຍກ ກໍໄດ້ຢືມຈາກຕ່າງປະເທດ ແລະ ມີບາງຄຳສັບ ກໍຖືກສ້າງຂຶ້ນ, ການຂຽນ ກໍປ່ຽນແປງໄປ ເຮັດໃຫ້ຄວາມໝາຍ ກໍປ່ຽນໄປແດ່ ແລະ ການເຂົ້າມາ ຂອງເຕັກໂນໂລຈີ້ ກໍມີອິດທິພົນສູງ ເຮັດໃຫ້ພາສາລາວ ມີການປ່ຽນແປງໄປ.
ນັບຕັ້ງແຕ່ ພຣະຣາຊອານາຈັກລາວ ຖືກສ້າງຕັ້ງ ໃນປີ 1953, ພາສາລາວ ກໍຖືກຮັບຮູ້ວ່າ ເປັນພາສາທາງການ ຂອງປະເທດ ແລະ ຂບວນການ ເຮັດໃຫ້ພາສາລາວ ມີມາຕຖານ ກໍຖືກຈັດຕັ້ງຂຶ້ນ ເພື່ອຮັບປະກັນ ໃນການໃຊ້ພາສາລາວ ໃຫ້ມີຄວາມເປັນເອກພາບ.
ການປ່ຽນແປງ ຄັ້ງໃຫຍ່ທີ່ສຸດ ຂອງພາສາລາວ ແມ່ນມີຂຶ້ນ ໃນປີ 1975 ເມື່ອວັຈນານຸກົມ ພາສາລາວ ສບັບມາຕຖານ ຖືກນຳເອົາມາໃຊ້ ໃນສັງຄົມລາວ. ການຂຽນພາສາລາວ ແບບສະກົດຕາມການຜັນສຽງ ແລະ ການລຶບບາງໂຕອັກສອນ ທີ່ບໍ່ໄດ້ອອກສຽງ ໄດ້ເຮັດໃຫ້ຮູບແບບ ການຂຽນພາສາລາວ ປ່ຽນແປງໄປ.
ໃນຍຸກສໄມ ແຫ່ງການຫັນເປັນດິຈິຕອລ ນີ້, ວິທຍຸເອເຊັຽເສຣີ ຕັ້ງໃຈວ່າ ຈະໃຫ້ຜູ້ຕິດຕາມຂ່າວ ແລະ ຣາຍການຕ່າງໆ ຂອງວິທຍຸເອເຊັຽເສຣີ ໃນທົ່ວທຸກມຸມໂລກ ຮັບຂໍ້ມູນຂ່າວສານ ຜ່ານການພິມພາສາລາວ ໃນຮູບແບບໃໝ່ ທີ່ຜູ້ຄົນສ່ວນໃຫຍ່ ໃນປະເທດລາວ ອ່ານ ແລະ ຂຽນ.
ປວັດສາຕ ຂອງການຂຽນພາສາລາວ ໃນຮູບແບບເກົ່ານັ້ນ, ເປັນສິ່ງທີ່ຖືກຍອມຮັບຢູ່ແລ້ວ ແລະ ເຣື່ອງລາວຕ່າງໆ ກ່ຽວກັບພາສາລາວ ຈະຖືກຂຽນ ແລະ ມີການສືບຕໍ່ໄປ.

ທ່ານ ບັນນາທິການ ຂອງວິທຍຸເອເຊັຽເສຣີ ຜແນກພາສາລາວ ໄດ້ສາທິດໃຫ້ເຫັນ ເຖິງຄວາມແຕກຕ່າງ ລະຫວ່າງຮູບແບບການຂຽນ ພາສາລາວ ແບບໃໝ່ ຢູ່ດ້ານລຸ່ມ ແລະ ຮູບແບບການຂຽນ ພາສາລາວ ແບບດັ້ງເດີມ ຢູ່ຂ້າງເທິງ ໂດຍໃຊ້ປໂຍກ ວ່າ “ຄົນລາວເຮົາ ຮັກຊາຕ, ສາສນາ, ຮີດຄອງປະເພນີ ແລະ ວັທນະທັມລາວ.” ຮູບແບບການຂຽນ ພາສາລາວ ແບບໃໝ່ ໃນປັດຈຸບັນນີ້ ໄດ້ຍຶດເອົາ ລະບົບການຜັນສຽງ ທີ່ສະກົດ ຕາມ ສຽງສຣະໂດຍຕຣົງ, ເຊິ່ງໄດ້ລຶບສຣະ ແລະ ພະຍັນຊະນະ ທີ່ບໍ່ໄດ້ຜັນສຽງ ອອກໄປ.(ທ່ານ ລີໂອ ຄິມ / RFA)
ພວກເຮົາໂອ້ລົມຕໍ່ກັນຈັ່ງໃດ?
ມັນເປັນຍາມໃບໄມ້ປົ່ງ ຢູ່ນະຄອນຫຼວງ ວໍ່ຊິງຕັ້ນ ດີຊີ ແລະ ນາງ ລິລີ່ ແລະ ແມ່ຂອງລາວ ນາງ ວິໄຊ ພວມສຳຜັດ ກັບອາກາດທີ່ອົບອຸ່ນ ຈາກຊານ ດ້ານຫຼັງເຮືອນ ຂອງພວກເຂົາ ຢ່າງເບີກບານໃຈ.
ເມື່ອ 32 ປີກ່ອນ, ນາງ ວິໄຊ ທີ່ຍັງເປັນສາວໂສດ ໄດ້ອົບພະຍົບ ເດີນທາງມາດຳລົງຊີວິດ ຢູ່ປະເທດສະຫະລັດອາເມຣິກາ ພາຍຫຼັງທີ່ປະເທດລາວ, ອັນເປັນປະເທດ ບ້ານເກີດເມືອງນອນ ຂອງນາງ ທີ່ເບິ່ງຊົງແລ້ວ ຄືຈະບໍ່ມີອະນາຄົດ ສຳລັບນາງ ຖ່າມກາງທີ່ຜູ້ຄົນ ກໍພົບພໍ້ຄວາມຫຍຸ້ງຍາກ ທີ່ຈະທຳມາຫາກິນ.
ຊີວິດຫຍຸ້ງຍາກຫຼາຍ ໃນຕອນມາຮອດໃໝ່, ແຕ່ນາງ ກໍພົບພໍ້ກັບສາມີ ຂອງນາງ ແລະ ໄດ້ຍ້າຍມາອາໄສຢູ່ ລັດເວີຈິເນັຽ ເພື່ອເລີ່ມຕົ້ນຊີວິດຄອບຄົວ.
ນາງ ລິລີ່ ຜູ້ເປັນລູກສາວດຽວ ຂອງຄອບຄົວ, ຕອນນີ້ອາຍຸ 31 ປີ. ນາງ ໄດ້ຮຽນເວົ້າພາສາລາວ ກ່ອນທີ່ຈະເວົ້າພາສາອັງກິດ.
“ຕອນທີ່ລາວອາຍຸ 4 ຫຼື 5 ປີ, ລາວສາມາດສື່ສານ ກັບພວກເຮົາ ເປັນພາສາລາວ ແລະ ບາງເທື່ອ ກໍເປັນພາສາອັງກິດ.”, ນາງ ວິໄຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ແລະ ໄດ້ກ່າວເພີ່ມວ່າ ນາງຮູ້ສຶກວ່າ ການເວົ້າພາສາລາວ ຖືເປັນສິ່ງຈຳເປັນ ໃນວັດທະນະທໍາລາວ.
“ຖ້າຫາກລູກສາວຂ້ອຍ ເວົ້າພາສາລາວບໍ່ໄດ້, ລາວກໍຈະບໍ່ສາມາດ ລົມກັບພີ່ນ້ອງປ້ອງປາຍໄດ້ ແລະ ພວກເພິ່ນ ກໍຄົງຈະຕຳນິຂ້ອຍ ທີ່ບໍ່ບອກບໍ່ສອນລູກ ໃຫ້ຮູ້ຈັກເວົ້າພາສາລາວ.”
ນາງ ວິໄຊ ເວົ້າພາສາອັງກິດ, ແຕ່ກໍບໍ່ຄ່ອງແຄ້ວປານໃດ. ເມື່ອລູກ ແລະ ແມ່ ຢູ່ເຮືອນນຳກັນ, ພວກເຂົາກໍເວົ້າພາສາລາວ. ພາສາລາວນີ້ແຫຼະ ທີ່ເຮັດໃຫ້ລູກ ແລະ ແມ່ ເຂົ້າກັນໄດ້.
ນາງ ລິລີ່ ເວົ້າວ່າ ນາງຂຽນພາສາລາວ ບໍ່ໄດ້ດີປານໃດ, ລາວຈຶ່ງຂຽນທັງແບບໃໝ່ ແລະ ແບບເກົ່າ ປົນກັນ.
ນາງກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ນາງ ດີໃຈ ທີ່ໄດ້ຮຽນພາສາລາວ. “ຂ້ອຍຮູ້ສຶກວ່າ ການຮຽນພາສາລາວ ມັນເຮັດໃຫ້ຂ້ອຍ ເຂົ້າເຖິງວັດທະນະທຳລາວໄດ້.”, ນາງກ່າວ.
ປະສົບການອັນນີ້ ຂອງນາງ ໄດ້ສະທ້ອນໃຫ້ເຫັນພາບ ຂອງລູກລາວ-ຫຼານລາວ ທີ່ເກີດຈາກບັນດາຄອບຄົວ ຊາວລາວອົບພະຍົບ.
“ຕາມທີ່ຂ້ອຍສັງເກດແລ້ວ, ຊາວລາວໃນຕ່າງແດນ ຮຽນພາສາລາວ ບໍ່ທາງໃດກໍທາງໜຶ່ງ ທີ່ຜ່ານການຮຽນນຳຄູພິເສດ ຫຼືຫ້ອງຮຽນພິເສດ. ບາງຄັ້ງ ກໍຜ່ານກິດຈະກຳ ຂອງຊຸມຊົນລາວ ນຳກັນເອງ.”
ເປັນເວລາຫຼາຍກວ່າ 50 ປີແລ້ວ ທີ່ພວກເດັກນ້ອຍ ທີ່ເຂົ້າໂຮງຮຽນ ໃນປະເທດລາວ ຖືກສອນພາສາລາວ ໃນຮູບແບບການຂຽນແບບໃໝ່.
ນາງ ລິລີ່ ເວົ້າພາສາລາວ ໃນຮູບແບບການຂຽນແບບໃໝ່ ຂະນະທີ່ແມ່ຂອງລາວ ເຕີບໃຫຍ່ມາກັບການຮຽນພາສາລາວ ໃນຮູບແບບການຂຽນ ໃນຍຸກພະລາດຊະອານາຈັກລາວ, ເຊິ່ງມັນບໍ່ແຕກຕ່າງກັນ ພໍເທົ່າໃດ ໃນການເວົ້າ. ສິ່ງທີ່ແຕກຕ່າງ ສ່ວນຫຼາຍແລ້ວ ແມ່ນເກີດຂຶ້ນ ໃນເວລາຂຽນພາສາລາວ.
“ຂ້ອຍບໍ່ເຫັນ ຄວາມແຕກຕ່າງ ພໍເທົ່າໃດ ໃນຮູບແບບການຂຽນ ພາສາລາວແບບໃໝ່ ແລະ ຮູບແບບການຂຽນ ພາສາລາວແບບເກົ່າ. ສ່ວນໃຫຍ່ແລ້ວ, ບໍ່ຄ່ອຍແຕກຕ່າງເລີຍ.”, ນາງກ່າວ. ນາງກ່າວຕື່ມວ່າ “ຂ້ອຍຮູ້ສຶກດີໃຈ ທີ່ມີການປະນີປະນອມກັນ ກ່ຽວກັບພາສາລາວ ລະຫວ່າງ ຮູບແບບການຂຽນພາສາລາວ ໃນ 2 ພາກສ່ວນນີ້ ເພື່ອເອື້ອອຳນວຍ ໃຫ້ການສື່ສານຕໍ່ກັນ ດີຂຶ້ນ.
ໂດຍ: ອຸ່ນແກ້ວ ສຸກສະຫວັນ
ພວກເຮົາໂອ້ລົມຕໍ່ກັນຈັ່ງໃດ?
ມັນເປັນຍາມໃບໄມ້ປົ່ງ ຢູ່ນະຄອນຫຼວງ ວໍ່ຊິງຕັ້ນ ດີຊີ ແລະ ຍານາງ ລິລີ່ ແລະ ແມ່ຂອງລາວ ຍານາງ ວິໄຊ ພວມສຳຜັດ ກັບອາກາດທີ່ອົບອຸ່ນ ຈາກຊານ ດ້ານຫຼັງເຮືອນ ຂອງພວກເຂົາ ຢ່າງເບີກບານໃຈ.
ເມື່ອ 32 ປີກ່ອນ, ຍານາງ ວິໄຊ ທີ່ຍັງເປັນສາວໂສດ ໄດ້ອົພຍົບ ເດີນທາງມາດຳຣົງຊີວິຕ ຢູ່ປະເທດສະຫະຣັຖອາເມຣິກາ ພາຍຫຼັງທີ່ປະເທດລາວ, ອັນເປັນປະເທດ ບ້ານເກີດເມືອງນອນ ຂອງຍານາງ ທີ່ເບິ່ງຊົງແລ້ວ ຄືຈະບໍ່ມີອະນາຄົດ ສຳລັບຍານາງ ຖ່າມກາງທີ່ຜູ້ຄົນ ກໍພົບພໍ້ຄວາມຫຍຸ້ງຍາກ ທີ່ຈະທຳມາຫາກິນ.
ຊີວິຕຫຍຸ້ງຍາກຫຼາຍ ໃນຕອນມາຮອດໃໝ່, ແຕ່ຍານາງ ກໍພົບພໍ້ກັບສາມີ ຂອງຍານາງ ແລະ ໄດ້ຍ້າຍມາອາສັຍຢູ່ ຣັຖເວີຈິເນັຽ ເພື່ອເຣີ່ມຕົ້ນຊີວິຕຄອບຄົວ.
ຍານາງ ລິລີ່ ຜູ້ເປັນລູກສາວດຽວ ຂອງຄອບຄົວ, ຕອນນີ້ອາຍຸ 31 ປີ. ຍານາງ ໄດ້ຮຽນເວົ້າພາສາລາວ ກ່ອນທີ່ຈະເວົ້າພາສາອັງກິດ.
“ຕອນທີ່ລາວອາຍຸ 4 ຫຼື 5 ປີ, ລາວສາມາດສື່ສານ ກັບພວກເຮົາ ເປັນພາສາລາວ ແລະ ບາງເທື່ອ ກໍເປັນພາສາອັງກິດ.”, ຍານາງ ວິໄຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ແລະ ໄດ້ກ່າວເພີ່ມວ່າ ຍານາງຮູ້ສຶກວ່າ ການເວົ້າພາສາລາວ ຖືເປັນສິ່ງຈຳເປັນ ໃນວັທນະທັມລາວ.
“ຖ້າຫາກລູກສາວຂ້ອຍ ເວົ້າພາສາລາວບໍ່ໄດ້, ລາວກໍຈະບໍ່ສາມາດ ລົມກັບພີ່ນ້ອງປ້ອງປາຍໄດ້ ແລະ ພວກເພິ່ນ ກໍຄົງຈະຕຳນິຂ້ອຍ ທີ່ບໍ່ບອກບໍ່ສອນລູກ ໃຫ້ຮູ້ຈັກເວົ້າພາສາລາວ.”
ຍານາງ ວິໄຊ ເວົ້າພາສາອັງກິດ, ແຕ່ກໍບໍ່ຄ່ອງແຄ້ວປານໃດ. ເມື່ອລູກ ແລະ ແມ່ ຢູ່ເຮືອນນຳກັນ, ພວກເຂົາກໍເວົ້າພາສາລາວ. ພາສາລາວນີ້ແຫຼະ ທີ່ເຮັດໃຫ້ລູກ ແລະ ແມ່ ເຂົ້າກັນໄດ້.
ຍານາງ ລິລີ່ ເວົ້າວ່າ ຍານາງຂຽນພາສາລາວ ບໍ່ໄດ້ດີປານໃດ, ລາວຈຶ່ງຂຽນທັງແບບໃໝ່ ແລະ ແບບເກົ່າ ປົນກັນ. ຍານາງກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ຍານາງ ດີໃຈ ທີ່ໄດ້ຮຽນພາສາລາວ. “ຂ້ອຍຮູ້ສຶກວ່າ ການຮຽນພາສາລາວ ມັນເຮັດໃຫ້ຂ້ອຍ ເຂົ້າເຖິງວັທນະທັມລາວໄດ້.”, ຍານາງກ່າວ.
ປະສົບການອັນນີ້ ຂອງຍານາງ ໄດ້ສະທ້ອນໃຫ້ເຫັນພາບ ຂອງລູກລາວ-ຫຼານລາວ ທີ່ເກີດຈາກບັນດາຄອບຄົວ ຊາວລາວອົພຍົບ.
“ຕາມທີ່ຂ້ອຍສັງເກດແລ້ວ, ຊາວລາວໃນຕ່າງແດນ ຮຽນພາສາລາວ ບໍ່ທາງໃດກໍທາງນຶ່ງ ທີ່ຜ່ານການຮຽນນຳຄຣູພິເສດ ຫຼືຫ້ອງຮຽນພິເສດ. ບາງຄັ້ງ ກໍຜ່ານກິຈກັມ ຂອງຊຸມຊົນລາວ ນຳກັນເອງ.”
ເປັນເວລາຫຼາຍກວ່າ 50 ປີແລ້ວ ທີ່ພວກເດັກນ້ອຍ ທີ່ເຂົ້າໂຮງຮຽນ ໃນປະເທດລາວ ຖືກສອນພາສາລາວ ໃນຮູບແບບການຂຽນແບບໃໝ່.
ຍານາງ ລິລີ່ ເວົ້າພາສາລາວ ໃນຮູບແບບການຂຽນແບບໃໝ່ ຂະນະທີ່ແມ່ຂອງລາວ ເຕີບໃຫຍ່ມາກັບການຮຽນພາສາລາວ ໃນຮູບແບບການຂຽນ ໃນຍຸກພຣະຣາຊອານາຈັກລາວ, ເຊິ່ງມັນບໍ່ແຕກຕ່າງກັນ ພໍເທົ່າໃດ ໃນການເວົ້າ. ສິ່ງທີ່ແຕກຕ່າງ ສ່ວນຫຼາຍແລ້ວ ແມ່ນເກີດຂຶ້ນ ໃນເວລາຂຽນພາສາລາວ.
“ຂ້ອຍບໍ່ເຫັນ ຄວາມແຕກຕ່າງ ພໍເທົ່າໃດ ໃນຮູບແບບການຂຽນ ພາສາລາວແບບໃໝ່ ແລະ ຮູບແບບການຂຽນ ພາສາລາວແບບເກົ່າ. ສ່ວນໃຫຍ່ແລ້ວ, ບໍ່ຄ່ອຍແຕກຕ່າງເລີຍ.”, ຍານາງກ່າວ.
ຍານາງກ່າວຕື່ມວ່າ “ຂ້ອຍຮູ້ສຶກດີໃຈ ທີ່ມີການປະນີປະນອມກັນ ກ່ຽວກັບພາສາລາວ ລະຫວ່າງ ຮູບແບບການຂຽນພາສາລາວ ໃນ 2 ພາກສ່ວນນີ້ ເພື່ອເອື້ອອຳນວຍ ໃຫ້ການສື່ສານຕໍ່ກັນ ດີຂຶ້ນ.
ໂດຽ: ອຸ່ນແກ້ວ ສຸກສະຫວັນ

ຍານາງ ທິດາວອນ ວົງໄກສອນ ແລະ ແມ່ຂອງລາວ, ຍານາງ ວິໄຈ, ພວມຢູ່ເຮືອນພວກເຂົາ ໃນຂົງເຂດວູດບຣິດຈ໌, ຣັຖເວີຈິເນັຽ ໃນວັນທີ 22 ເດືອນມີນາ ປີ 2024. (ທ່ານ ລີໂອ ຄິມ / RFA)
ຂ້ອຍຈະຂຽນອັນນີ້ແນວໃດ?
ເວລາໃດກໍຕາມ ທີ່ເວົ້າເຖິງການຂຽນພາສາລາວ, ກໍມັກຈະມີການຖົກຖຽງກັນ ແບບບໍ່ຈົບບໍ່ສິ້ນຈັກເທື່ອ. ໃນການຖົກຖຽງນັ້ນ, ກໍມັກຈະມີຄວາມພະຍາຍາມ ທີ່ຈະນຳເອົາການຂຽນພາສາລາວ ທີ່ບໍ່ໃຫ້ເສຍຄວາມໝາຍ ຫຼືຮັກສາຮາກສັບ ຂອງພາສາລາວ.
ສິ່ງດັ່ງກ່າວ ຍິ່ງເປັນຈິງ ແລະ ຈະແຈ້ງຂຶ້ນຕື່ມ ໃນທຸກມື້ນີ້ ເມື່ອຮູບແບບ ໃນການຂຽນພາສາລາວ ໄດ້ຮັບອິດທິພົນ ຈາກການປ່ຽນແປງທີ່ໄວ ພາຍຫຼັງການມາເຖິງ ຂອງສື່ສັງຄົມອອນລາຍ.
ໃນຊຸມປີ 2010, ຊາວລາວພຽງ 7% ເທົ່ານັ້ນ ທີ່ເຂົ້າເຖິງອິນເຕີເນັດ. ແຕ່ໃນສູ່ມື້ນີ້, ມີຊາວລາວ ເຂົ້າເຖິງອິນເຕີເນັດ ເຖິງ 50% ແລະ ມີຜູ້ໃຊ້ ສື່ສັງຄົມອອນລາຍ ກາຍ 3 ລ້ານຄົນແລ້ວ. ຂະນະທີ່ ບາງພາກສ່ວນ ຂອງອົງການຈັດຕັ້ງລັດ ພວມເປັນຫ່ວງ ຕໍ່ຜົນກະທົບ ຂອງສື່ສັງຄົມອອນລາຍ ທີ່ພວມຂະຫຍາຍໂຕ ໄປໃນທາງທີ່ກົງກັນຂ້າມນີ້, ນັກອະນຸຮັກພາສາລາວ ກໍຍິ່ງເປັນຫ່ວງວ່າ ຮາກເຫງົ້າ-ເຄົ້າເດີມ ຂອງພາສາລາວ ຈະສູນເສຍໄປ.
“ພວກເຮົາພົບພໍ້ກັບ ອຸປະສັກ ຈາກອິດທິພົນ ດ້ານພາສາ ຂອງປະເທດເພື່ອນບ້ານ. ສະຖານະການນີ້ ໄດ້ກໍ່ໃຫ້ເກີດ ການປະສົມປະສານກັນ ຂອງພາສາໄທ ໃນການໃຊ້ພາສາລາວ.”, ນັກພາສາສາດ ຜູ້ຂໍສະຫງວນຊື່ ແລະ ຕຳແໜ່ງ ໄດ້ອະທິບາຍ ໃຫ້ແກ່ວິທຍຸເອເຊັຽເສຣີ ຟັງ.
ດ້ວຍການໃຊ້ພາສາລາວ ທີ່ມີການຂຽນ ໃນຮູບແບບໃໝ່ ນອກເໜືອຈາກ ສື່ສັງຄົມອອນລາຍ ແລ້ວ, ມີການຂຽນພາສາລາວ ໜ້ອຍຫຼາຍ ຜ່ານສື່ອື່ນໆ. ໃນປະເທດລາວ, ການມີຢູ່ ຂອງສື່ດິຈິຕອນ ແລະ ການບັນທຶກຕ່າງໆ ດ້ານດິຈິຕອນ ຖືວ່າຍັງມີຢູ່ໜ້ອຍ. ການຂຽນພາສາລາວ ໃນຮູບແບບໃໝ່ ໂດຍການຂຽນແບບຜັນສຽງ ໄດ້ກາຍເປັນຮູບແບບການຂຽນ ຢ່າງເປັນທາງການ.
ຂະນະທີ່ ລັດຖະບານລາວ ໄດ້ກຳນົດໃຫ້ນຳໃຊ້ ວັດຈະນານຸກົມ ບາງສະບັບ ເພື່ອໃຫ້ສື່ມວນຊົນລາວ ຕ້ອງນຳໃຊ້ນັ້ນ, ພາສາລາວ ທີ່ນຳໃຊ້ ໃນສື່ສັງຄົມອອນລາຍ ພັດມີການກ້າວໄປຢ່າງໄວ ຈົນກາຍເປັນເຄື່ອງຈັກ ແຫ່ງການວິວັດ ພາສາລາວ.
ການສະກົດ ແລະ ຮູບແບບການພິມ ທີ່ເປັນມາດຕະຖານ ໄດ້ພົບພໍ້ກັບສະຖານະການ ທີ່ພາສາລາວ ພວມຖືກກືນກິນ ຜ່ານສື່ສັງຄົມອອນລາຍ ທີ່ເປັນພາສາໄທ.
“ປັດຈຸບັນນີ້, ພວກເຮົາເສບສື່ໄທ ຫຼາຍເກີນໄປ. ບາງຄຳສັບ ພວກເຮົາອາດຈະບໍ່ຮູ້ເລີຍວ່າ ພວກມັນມາຈາກພາສາລາວ ຂະນະທີ່ບາງຄຳສັບ ຖືກຢືມມາຈາກພາສາໄທ ແລ້ວຖືກໃຊ້ ແລະ ເຜີຍແຜ່ ຢ່າງເປັນປົກກະຕິ.”, ອະດີດພະນັກງານ ດ້ານສື່ສານມວນຊົນ ທີ່ອອກບຳນານແລ້ວ ຜູ້ຂໍສະຫງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີ.
ຖ່າມກາງທີ່ເຄືອຂ່າຍ ອິນເຕີເນັດ ພວມຂະຫຍາຍໂຕ ໄປທົ່ວປະເທດລາວນີ້, ການຖົກຖຽງກັນ ກ່ຽວກັບພາສາລາວ ຈະຍັງຄົງສືບຕໍ່ໄປ ເພື່ອກະຕຸ້ນໃຫ້ຄົນພາຍໃນປະເທດ ພະຍາຍາມສືບຕໍ່ ອະນຸຮັກພາສາລາວ ແລະ ເອກະລັກຄວາມເປັນລາວ. ສິ່ງທ້າທາຍ ຕໍ່ພາສາລາວ ກໍຍັງຈະມີຢູ່ຕໍ່ໄປ.
ໂດຍ: ໄຊຍາ
ຂ້ອຍຈະຂຽນອັນນີ້ແນວໃດ?
ເວລາໃດກໍຕາມ ທີ່ເວົ້າເຖິງການຂຽນພາສາລາວ, ກໍມັກຈະມີການຖົກຖຽງກັນ ແບບບໍ່ຈົບບໍ່ສິ້ນຈັກເທື່ອ. ໃນການຖົກຖຽງນັ້ນ, ກໍມັກຈະມີຄວາມພະຍາຍາມ ທີ່ຈະນຳເອົາການຂຽນພາສາລາວ ທີ່ບໍ່ໃຫ້ເສັຽຄວາມໝາຍ ຫຼືຮັກສາຮາກສັບ ຂອງພາສາລາວ.
ສິ່ງດັ່ງກ່າວ ຍິ່ງເປັນຈິງ ແລະ ຈະແຈ້ງຂຶ້ນຕື່ມ ໃນທຸກມື້ນີ້ ເມື່ອຮູບແບບ ໃນການຂຽນພາສາລາວ ໄດ້ຮັບອິດທິພົນ ຈາກການປ່ຽນແປງທີ່ໄວ ພາຍຫຼັງການມາເຖິງ ຂອງສື່ສັງຄົມອອນລາຍນ໌.
ໃນຊຸມປີ 2010, ຊາວລາວພຽງ 7% ເທົ່ານັ້ນ ທີ່ເຂົ້າເຖິງອິນເຕີເນັຕ. ແຕ່ໃນສູ່ມື້ນີ້, ມີຊາວລາວ ເຂົ້າເຖິງອິນເຕີເນັຕ ເຖິງ 50% ແລະ ມີຜູ້ໃຊ້ ສື່ສັງຄົມອອນລາຍນ໌ ກາຍ 3 ລ້ານຄົນແລ້ວ. ຂະນະທີ່ ບາງພາກສ່ວນ ຂອງອົງການຈັດຕັ້ງຣັຖ ພວມເປັນຫ່ວງ ຕໍ່ຜົນກະທົບ ຂອງສື່ສັງຄົມອອນລາຍນ໌ ທີ່ພວມຂຍາຍໂຕ ໄປໃນທາງທີ່ຕຣົງກັນຂ້າມນີ້, ນັກອະນຸຮັກພາສາລາວ ກໍຍິ່ງເປັນຫ່ວງວ່າ ຮາກເຫງົ້າ-ເຄົ້າເດີມ ຂອງພາສາລາວ ຈະສູນເສັຽໄປ.
“ພວກເຮົາພົບພໍ້ກັບ ອຸປສັກ ຈາກອິດທິພົນ ດ້ານພາສາ ຂອງປະເທດເພື່ອນບ້ານ. ສະຖານະການນີ້ ໄດ້ກໍ່ໃຫ້ເກີດ ການປະສົມປະສານກັນ ຂອງພາສາໄທຍ ໃນການໃຊ້ພາສາລາວ.”, ນັກພາສາສາຕ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ອະທິບາຍ ໃຫ້ແກ່ວິທຍຸເອເຊັຽເສຣີ ຟັງ.
ນອກເໜືອຈາກ ສື່ສັງຄົມອອນລາຍນ໌ ແລ້ວ, ມີການຂຽນພາສາລາວ ໜ້ອຍຫຼາຍ ຜ່ານສື່ອື່ນໆ. ໃນປະເທດລາວ, ການມີຢູ່ ຂອງສື່ດິຈິຕອລ ແລະ ການບັນທຶກຕ່າງໆ ດ້ານດິຈິຕອລ ຖືວ່າຍັງມີຢູ່ໜ້ອຍ. ການຂຽນພາສາລາວ ໃນຮູບແບບໃໝ່ ໂດຽການຂຽນແບບຜັນສຽງ ໄດ້ກາຍເປັນຮູບແບບການຂຽນ ຢ່າງເປັນທາງການ.
ຂະນະທີ່ ຣັຖບານລາວ ໄດ້ກຳນົດໃຫ້ນຳໃຊ້ ວັຈນານຸກົມ ບາງສບັບ ເພື່ອໃຫ້ສື່ມວນຊົນລາວ ຕ້ອງນຳໃຊ້ນັ້ນ, ພາສາລາວ ທີ່ນຳໃຊ້ ໃນສື່ສັງຄົມອອນລາຍນ໌ ພັດມີການກ້າວໄປຢ່າງໄວ ຈົນກາຍເປັນເຄື່ອງຈັກ ແຫ່ງການວິວັທ ພາສາລາວ.
ການສະກົດ ແລະ ຮູບແບບການພິມ ທີ່ເປັນມາຕຖານ ໄດ້ພົບພໍ້ກັບສະຖານະການ ທີ່ພາສາລາວ ພວມຖືກກືນກິນ ຜ່ານສື່ສັງຄົມອອນລາຍນ໌ ທີ່ເປັນພາສາໄທຍ.
“ປັດຈຸບັນນີ້, ພວກເຮົາເສພສື່ໄທຍ ຫຼາຍເກີນໄປ. ບາງຄຳສັບ ພວກເຮົາອາຈບໍ່ຮູ້ເລີຍວ່າ ພວກມັນມາຈາກພາສາລາວ ຂະນະທີ່ບາງຄຳສັບ ຖືກຢືມມາຈາກພາສາໄທຍ ແລ້ວຖືກໃຊ້ ແລະ ເຜີຍແຜ່ ຢ່າງເປັນປົກກະຕິ.”, ອະດີດພະນັກງານ ດ້ານສື່ສານມວນຊົນ ທີ່ອອກບຳນານແລ້ວ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີ.
ຖ່າມກາງທີ່ເຄືອຂ່າຍ ອິນເຕີເນັຕ ພວມຂຍາຍໂຕ ໄປທົ່ວປະເທດລາວນີ້, ການຖົກຖຽງກັນ ກ່ຽວກັບພາສາລາວ ຈະຍັງຄົງສືບຕໍ່ໄປ ເພື່ອກະຕຸ້ນໃຫ້ຄົນພາຍໃນປະເທດ ພະຍາຍາມສືບຕໍ່ ອະນຸຮັກພາສາລາວ ແລະ ເອກລັກຄວາມເປັນລາວ. ສິ່ງທ້າທາຍ ຕໍ່ພາສາລາວ ກໍຍັງຈະມີຢູ່ຕໍ່ໄປ.
ໂດຽ: ໄຊຍາ

ຍານາງ ວິໄຊ ວົງໄກສອນ ຂຽນໂຕຢ່າງພາສາລາວ ໃນຮູບແບບການຂຽນ ພາສາລາວ ແບບໃໝ່. ຮູບນີ້ຖືກຖ່າຍ ທີ່ເຮືອນຂອງຍານາງ ໃນຂົງເຂດວູດບຣິດຈ໌, ຣັຖເວີຈິເນັຽ ໃນວັນທີ 22 ເດືອນມີນາ ປີ 2024. (ທ່ານ ລີໂອ ຄິມ / RFA)
ໜັງສືຜູກໃບລານ
ໜັງສືຜູກໃບລານ
ໜັງສືຜູກໃບລານ ແມ່ນຮູບແບບການບັນທຶກຂໍ້ມູນ ທີ່ເປັນຄຳສອນ ແລະ ເປັນການເທດສະໜາ ຂອງພະສົງ ໃນວັດວາອາລາມຕ່າງໆ ທີ່ນິຍົມກັນ ໃນທົ່ວປະເທດລາວ ຕັ້ງແຕ່ສະໄໝອະດີດ ຜ່ານມາຫຼາຍຮ້ອຍປີ.
ໜັງສືຜູກໃບລານ ແມ່ນຮູບແບບການບັນທຶກຂໍ້ມູນ ທີ່ເປັນຄຳສອນ ແລະ ເປັນການເທສນາ ຂອງພຣະສົງ ໃນວັດວາອາຣາມຕ່າງໆ ທີ່ນິຍົມກັນ ໃນທົ່ວປະເທດລາວ ຕັ້ງແຕ່ສໄມອະດີດ ຜ່ານມາຫຼາຍຮ້ອຍປີ.
ໜັງສືຜູກໃບລານ ເຫຼົ່ານີ້, ແມ່ນໜັງສືຜູກໃບລານ ທີ່ບັນທຶກຄຳສອນ ແລະ ການເທດສະໜາຕ່າງໆ ຂອງພະສົງລາວ ໃນແຂວງສະຫວັນນະເຂດ ທີ່ມີອາຍຸ 200 ປີຂຶ້ນໄປ.
ໜັງສືຜູກໃບລານ ເຫຼົ່ານີ້, ແມ່ນໜັງສືຜູກໃບລານ ທີ່ບັນທຶກຄຳສອນ ແລະ ການເທສນາຕ່າງໆ ຂອງພຣະສົງລາວ ໃນແຂວງສວັນນະເຂດ ທີ່ມີອາຍຸ 200 ປີຂຶ້ນໄປ.

ການບັນທຶກຂໍ້ມູນ ທີ່ເປັນຄຳສອນ ແລະ ການເທດສະໜາ ຂອງພະສົງລາວ ໃສ່ໜັງສືຜູກໃບລານ ແມ່ນໄດ້ບັນທຶກ ດ້ວຍການໃຊ້ພາສາລາວ ແລະ ໂຕອັກສອນລາວ ແບບດັ້ງເດີມ ແລະ ການໃຊ້ໂຕອັກສອນທຳ ທີ່ໄດ້ອິດທິພົນ ມາຈາກພາສາບາລີ, ສັນສະກິດ ແລະ ພາສາຂອມ.
ການບັນທຶກຂໍ້ມູນ ທີ່ເປັນຄຳສອນ ແລະ ການເທສນາ ຂອງພຣະສົງລາວ ໃສ່ໜັງສືຜູກໃບລານ ແມ່ນໄດ້ບັນທຶກ ດ້ວຍການໃຊ້ພາສາລາວ ແລະ ໂຕອັກສອນລາວ ແບບດັ້ງເດີມ ແລະ ການໃຊ້ໂຕອັກສອນທັມ ທີ່ໄດ້ອິດທິພົລ ມາຈາກພາສາບາລີ, ສັນສະກຣິດ ແລະ ພາສາຂອມ.

ປັດຈຸບັນ, ໃນບາງໂອກາດ ພະສົງໃນລາວ ກໍນຳເອົາບົດເທດສະໜາ ທີ່ບັນທຶກໄວ້ ໃນໜັງສືຜູກໃບລານ ມາອ່ານ ຫຼືເທດສະໜາ ໃຫ້ແກ່ຊາວພຸດລາວ ທີ່ໄປຮ່ວມເຮັດບຸນສິນກິນທານ ໄດ້ຮ່ວມຟັງເທດຟັງທຳ ໃນໂອກາດບຸນສຳຄັນຕ່າງໆ ປະຈຳປີ ເປັນຕົ້ນວ່າ ບຸນພະເຫວດ ຫຼືພະເຫວດສັນດອນ.
ປັດຈຸບັນ, ໃນບາງໂອກາດ ພຣະສົງໃນລາວ ກໍນຳເອົາບົດເທສນາ ທີ່ບັນທຶກໄວ້ ໃນໜັງສືຜູກໃບລານ ມາອ່ານ ຫຼືເທສນາ ໃຫ້ແກ່ຊາວພຸທລາວ ທີ່ໄປຮ່ວມເຮັດບຸນສິນກິນທານ ໄດ້ຮ່ວມຟັງເທສຟັງທັມ ໃນໂອກາດບຸນສຳຄັນຕ່າງໆ ປະຈຳປີ ເປັນຕົ້ນວ່າ ບຸນພຣະເວສ ຫຼືພຣະເວສສັນດອນ.

ໜັງສືຜູກໃບລານ ອາຍຸ 200 ປີ ເຫຼົ່ານີ້, ຂຽນດ້ວຍໂຕອັກສອນລາວ ແບບດັ້ງເດີມ ແລະ ໂຕອັກສອນທຳ ຂອງພະສົງລາວ ໃນແຂວງສະຫວັນນະເຂດ. ຖ່າຍຮູບເມື່ອ: ເດືອນເມສາ ປີ 2024.
ໜັງສືຜູກໃບລານ ອາຍຸ 200 ປີ ເຫຼົ່ານີ້, ຂຽນດ້ວຍໂຕອັກສອນລາວ ແບບດັ້ງເດີມ ແລະ ໂຕອັກສອນທັມ ຂອງພຣະສົງລາວ ໃນແຂວງສວັນນະເຂດ. ຖ່າຍຮູບເມື່ອ: ເດືອນເມສາ ປີ 2024.
ໃບອະນຸຍາດ ສ້າງຕັ້ງວັດ ຈາກພະເຈົ້າແຜ່ນດິນລາວ
ລາດຊະວົງ ລ້ານຊ້າງຮົ່ມຂາວ ຫຼື ຄອບຄົວ ພະລາດຊະວົງລາວ ໄດ້ປົກຄອງ ພະລາດຊະອານາຈັກລາວ ແຕ່ປີ 1904 ເຖິງປີ 1975.
ໃນປີ 1975, ຂະບວນການປະເທດລາວ ນຳພາໂດຍ ສະເດັດເຈົ້າ ສຸພານຸວົງ, ໄດ້ໂຄ່ນລົ້ມລັດຖະບານ ພະລາດຊະອານາຈັກລາວ ດ້ວຍກຳລັງ ແລະ ໄດ້ຈັບສະມາຊິກລາດຊະວົງ ຫຼາຍພະອົງ ເປັນຕົ້ນວ່າ ເຈົ້າຊີວິດ, ພະມະເຫສີ, ອົງມຸງກຸດ ແລະ ອ້າຍ-ເອື້ອຍນ້ອງ ຂອງເຈົ້າຊີວິດ ເພື່ອໄປສຳມະນາ ຢູ່ເຂດຫ່າງໄກສອກຫຼີກ, ອັນເຊື່ອໄດ້ວ່າ ສະມາຊິກລາດຊະວົງ ຫຼາຍພະອົງ ໄດ້ຈົບຊີວິດລົງ ຢູ່ທີ່ນັ້ນ ເຖິງວ່າຈະບໍ່ມີການແຈ້ງການ ໃຫ້ສັງຄົມຮັບຮູ້ ຢ່າງເປັນທາງການກໍຕາມ.
ນັບຕັ້ງແຕ່ກຸ່ມຄອມມິວນິດ ຍຶດອຳນາດ, ພັກປະຊາຊົນປະຕິວັດລາວ ໄດ້ຕັ້ງໜ້າລຶບລ້າງ ຫຼາຍຮ່ອງຮອຍ ຈາກລະບອບ ພະລາດຊະອານາຈັກລາວ ໃຫ້ຫາຍໄປຈາກ ການຮັບຮູ້ ຂອງຄົນໃນປະເທດ. ຮູບແບບການຂຽນພາສາລາວ ທີ່ໃຊ້ໃນລະບອບ ພະລາດຊະອານາຈັກລາວ ຖືກປະກາດລຶບລ້າງ ແລະ ຮູບແບບການຂຽນພາສາລາວ ໃນຮູບແບບໃໝ່ ຖືກນຳມາໃຊ້ແທນ.
ເອກະສານນີ້ ໃຊ້ວິທີການ ພິມພາສາລາວ ແບບດັ້ງເດີມ ຜ່ານໃບອະນຸຍາດ ຂໍສ້າງວັດ, ໂດຍແມ່ນພະເຈົ້າແຜ່ນດິນລາວ ອະນຸມັດໃຫ້ສ້າງວັດ.
ໃບອະນຸຍາດ ມີເນື້ອໃນວ່າ: “ສົມເດັດພະເຈົ້າ ລ້ານຊ້າງຮົ່ມຂາວ ພະບໍລົມມະເສດຖາ ຂັດຕິຍະສຸລິຍະວົງສາ ພະມະຫາ ສີສະຫວ່າງວັດທະນາ ຊົງເຫັນຊອບຕາມຄຳຂໍ ລົງວັນທີ 4 ມິຖຸນາ ພ.ສ 2511 ຫຼືປີ ຄ.ສ 1968 ເພື່ອສ້າງວັດ ທີ່ບ້ານສຸນັນທາ, ຕາແສງສຸນັນທາ, ເມືອງກຳແພງນະຄອນສະຫວັນນະເຂດ, ແຂວງສະຫວັນນະເຂດ ໃສ່ຊື່ວັດວ່າ: (ວັດສຸນັນທາລາມ) ແລະ ພະລາດຊະທານອະນຸມັດ ໃນວັນທີ 2 ກັນຍາ ປີ 1968, ເຊິ່ງລົງພະປະລະມາພິໄທ ຫຼືລົງລາຍເຊັນ ໂດຍ: (ພະມະຫາ ສີສະຫວ່າງວັດທະນາ).”

ທ່ານ ປາກຽນ ວີລະວົງ, ເປັນນັກຄົ້ນຄວ້າດ້ານພາສາລາວ ແລະ ຍັງເປັນນັກເຄື່ອນໄຫວ ເພື່ອສິດທິເສລີພາບ ແລະ ປະຊາທິປະໄຕ. ປັດຈຸບັນ, ທ່ານອາຍຸ 84 ປີ ແລະ ທ່ານເປັນລູກຊາຍ ຂອງອະດີດມື້ລາງ ທ່ານ ມະຫາ ສີລາ ວີລະວົງ, ຜູ້ເຊິ່ງຖືກຂະໜານນາມວ່າ ເປັນບິດາ ແຫ່ງພາສາລາວ ແລະ ປະຫວັດສາດລາວ.
ນອກຈາກນີ້, ທ່ານຍັງເປັນອະດີດນັກໜັງສືພິມ ແລະ ເປັນບັນນາທິການ ໃຫ້ແກ່ສຳນັກໜັງສືພິມ ຊື່ວ່າ: “ຊາດລາວລາຍວັນ” ທີ່ນະຄອນວຽງຈັນ, ພະລາດຊະອານາຈັກລາວ ໃນຊຸມປີ 1970 ຫຼືໄລຍະ ກ່ອນທີ່ຈະມີການປ່ຽນແປງ ລະບອບການປົກຄອງ ມາເປັນປະເທດລາວ ທີ່ປົກຄອງ ດ້ວຍລະບອບພັກດຽວ ກຳອຳນາດ.
ປັດຈຸບັນ, ທ່ານຍັງຕໍ່ສູ້ ເພື່ອໃຫ້ມີການໃຊ້ພາສາລາວ ໃນຮູບແບບດັ້ງເດີມ.
“ພາສາລາວ ມີເຄົ້າເດີມ ແລະ ຄວາມໝາຍ ມາຈາກພາສາບາລີ, ສັນສະກິດ ແລະ ພາສາຂອມ. ໂດຍສະເພາະຢ່າງຍິ່ງ ພາສາລາວ ແມ່ນມີຄວາມເຊື່ອມໂຍງ ກັບພຸດທະສາດສະໜາ ແລະ ຖ້າຫາກບໍ່ມີການໃຊ້ ແລະ ຂາດການນຳໃຊ້ ກໍຈະເຮັດໃຫ້ຫາຍສາບສູນໄປຊື່ໆ.”, ທ່ານໄດ້ໃຫ້ຄວາມເຫັນ ແກ່ວິທຍຸເອເຊັຽເສຣີ ຈາກນະຄອນຊິດນີ້, ປະເທດອອດສະເຕຣເລຍ ບ່ອນທີ່ທ່ານ ແລະ ຄອບຄົວອາໄສຢູ່.
“ເຖິງວ່າພາສາລາວ ແບບດັ້ງເດີມ ມັນຈະບໍ່ສົມບູນທີ່ສຸດ, ແຕ່ມັນກໍຍັງມີຄວາມໃກ້ຄຽງ ກັບຄຳເຄົ້າເດີມ ຫຼາຍພໍສົມຄວນ ແລະ ມີຄວາມຈຳເປັນ ທີ່ຕ້ອງໃຊ້ໃຫ້ຖືກຕ້ອງ ບໍ່ວ່າຈະເປັນການຂຽນ ແລະ ການພິມ ຕ້ອງໃຊ້ໃຫ້ຖືກຄວາມໝາຍ ຮັກສາໄດ້ເຄົ້າເດີມ ຂອງພາສາລາວ.”
ທ່ານ ປາກຽນ ວີລະວົງ ໂຕ້ແຍ້ງວ່າ ຮູບແບບການຂຽນພາສາລາວ ໃນແບບໃໝ່ ຖືກທີ່ນຳມາໃຊ້ ຕັ້ງແຕ່ປີ 1975 ໄດ້ເຮັດໃຫ້ ພາສາລາວ ຄ່ອຍໆຖືກທຳລາຍໄປ.
ທ່ານຍັງຮຽກຮ້ອງວ່າ ພາກສ່ວນທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນ ຂອງສັງຄົມລາວ ໃນທົ່ວໂລກ ຄວນມີວິທີການ ສິດສອນພາສາລາວ ໃຫ້ແກ່ລູກຫຼານ ຢ່າງຖືກຕ້ອງກວ່ານີ້ ເພາະພາສາລາວ ຖືເປັນຄວາມພູມໃຈ ຂອງຄົນລາວ ໃນທົ່ວໂລກ.
ໂດຍ: ມາດາມ ຈິ່ນນີ້ ແລະ ພູວົງສ໌

ໃບອະນຸຍາດ ສ້າງຕັ້ງວັດ ຈາກພຣະເຈົ້າແຜ່ນດິນລາວ
ຣາຊວົງສ໌ ລ້ານຊ້າງຮົ່ມຂາວ ຫຼື ຄອບຄົວ ພຣະຣາຊວົງສ໌ລາວ ໄດ້ປົກຄອງ ພຣະຣາຊອານາຈັກລາວ ແຕ່ປີ 1904 ເຖິງປີ 1975.
ໃນປີ 1975, ຂບວນການປະເທດລາວ ນຳພາໂດຍ ສະເດັດເຈົ້າ ສຸພານຸວົງສ໌, ໄດ້ໂຄ່ນລົ້ມຣັຖບານ ພຣະຣາຊອານາຈັກລາວ ດ້ວຍກຳລັງ ແລະ ໄດ້ຈັບສະມາຊິກຣາຊວົງສ໌ ຫຼາຍພຣະອົງ ເປັນຕົ້ນວ່າ ເຈົ້າຊີວິຕ, ພຣະມະເຫສີ, ອົງມຸງກຸດ ແລະ ອ້າຍ-ເອື້ອຍນ້ອງ ຂອງເຈົ້າຊີວິຕ ເພື່ອໄປສັມມະນາ ຢູ່ເຂດຫ່າງໄກສອກຫຼີກ, ອັນເຊື່ອໄດ້ວ່າ ສະມາຊິກຣາຊວົງສ໌ ຫຼາຍພຣະອົງ ໄດ້ຈົບຊີວິຕລົງ ຢູ່ທີ່ນັ້ນ ເຖິງວ່າຈະບໍ່ມີການແຈ້ງການ ໃຫ້ສັງຄົມຮັບຮູ້ ຢ່າງເປັນທາງການກໍຕາມ.
ນັບຕັ້ງແຕ່ກຸ່ມຄອມມິວນິສ ຍຶດອຳນາດ, ພັກປະຊາຊົນປະຕິວັດລາວ ໄດ້ຕັ້ງໜ້າລຶບລ້າງ ຫຼາຍຮ່ອງຮອຍ ຈາກຣະບອບ ພຣະຣາຊອານາຈັກລາວ ໃຫ້ຫາຍໄປຈາກ ການຮັບຮູ້ ຂອງຄົນໃນປະເທດ. ຮູບແບບການຂຽນພາສາລາວ ທີ່ໃຊ້ໃນຣະບອບ ພຣະຣາຊອານາຈັກລາວ ຖືກປະກາດລຶບລ້າງ ແລະ ຮູບແບບການຂຽນພາສາລາວ ໃນຮູບແບບໃໝ່ ຖືກນຳມາໃຊ້ແທນ.
ເອກສານນີ້ ໃຊ້ວິທີການ ພິມພາສາລາວ ແບບດັ້ງເດີມ ຜ່ານໃບອະນຸຍາດ ຂໍສ້າງວັດ, ໂດຍແມ່ນພຣະເຈົ້າແຜ່ນດິນລາວ ອະນຸມັດໃຫ້ສ້າງວັດ.
ໃບອະນຸຍາດ ມີເນື້ອໃນວ່າ: “ສົມເດັດພຣະເຈົ້າ ລ້ານຊ້າງຮົ່ມຂາວ ພຣະບໍຣົມມະເສດຖາ ຂັດຕິຍະສຸຣິຍະວົງສາ ພຣະມະຫາ ສີສວ່າງວັທນາ ຊົງເຫັນຊອບຕາມຄຳຂໍ ລົງວັນທີ 4 ມິຖຸນາ ພ.ສ 2511 ຫຼືປີ ຄ.ສ 1968 ເພື່ອສ້າງວັດ ທີ່ບ້ານສຸນັນທາ, ຕາແສງສຸນັນທາ, ເມືອງກຳແພງນະຄອນສວັນນະເຂດ, ແຂວງສວັນນະເຂດ ໃສ່ຊື່ວັດວ່າ: (ວັດສຸນັນທາຣາມ) ແລະ ພຣະຣາຊທານອະນຸມັດ ໃນວັນທີ 2 ກັນຍາ ປີ 1968, ເຊິ່ງລົງພຣະປະຣະມາພິໄທ ຫຼືລົງລາຍເຊັນ ໂດຽ: (ພຣະມະຫາ ສີສວ່າງວັທນາ).”

ທ່ານ ປາກຽຣຕິ ວີຣະວົງສ໌, ເປັນນັກຄົ້ນຄວ້າດ້ານພາສາລາວ ແລະ ຍັງເປັນນັກເຄື່ອນໄຫວ ເພື່ອສິດທິເສຣີພາບ ແລະ ປະຊາທິປະຕັຍ. ປັດຈຸບັນ, ທ່ານອາຍຸ 84 ປີ ແລະ ທ່ານເປັນລູກຊາຍ ຂອງອະດີດມື້ລາງ ທ່ານ ມະຫາ ສີລາ ວີຣະວົງສ໌, ຜູ້ເຊິ່ງຖືກຂນານນາມວ່າ ເປັນບິດາ ແຫ່ງພາສາລາວ ແລະ ປວັດສາຕລາວ.
ນອກຈາກນີ້, ທ່ານຍັງເປັນອະດີດນັກໜັງສືພິມ ແລະ ເປັນບັນນາທິການ ໃຫ້ແກ່ສຳນັກໜັງສືພິມ ຊື່ວ່າ: “ຊາຕລາວຣາຍວັນ” ທີ່ນະຄອນວຽງຈັນ, ພຣະຣາຊອານາຈັກລາວ ໃນຊຸມປີ 1970 ຫຼືໄລຍະ ກ່ອນທີ່ຈະມີການປ່ຽນແປງ ຣະບອບການປົກຄອງ ມາເປັນປະເທດລາວ ທີ່ປົກຄອງ ດ້ວຍຣະບອບພັກດຽວ ກຳອຳນາດ.
ປັດຈຸບັນ, ທ່ານຍັງຕໍ່ສູ້ ເພື່ອໃຫ້ມີການໃຊ້ພາສາລາວ ໃນຮູບແບບດັ້ງເດີມ.
“ພາສາລາວ ມີເຄົ້າເດີມ ແລະ ຄວາມໝາຍ ມາຈາກພາສາບາລີ, ສັນສກຣິດ ແລະ ພາສາຂອມ. ໂດຍສະເພາະຢ່າງຍິ່ງ ພາສາລາວ ແມ່ນມີຄວາມເຊື່ອມໂຍງ ກັບພຸທສາສນາ ແລະ ຖ້າຫາກບໍ່ມີການໃຊ້ ແລະ ຂາດການນຳໃຊ້ ກໍຈະເຮັດໃຫ້ຫາຍສາບສູນໄປຊື່ໆ.”, ທ່ານໄດ້ໃຫ້ຄວາມເຫັນ ແກ່ວິທຍຸເອເຊັຽເສຣີ ຈາກນະຄອນຊິດນີ້, ປະເທດອອສເຕຣເລັຽ ບ່ອນທີ່ທ່ານ ແລະ ຄອບຄົວອາສັຍຢູ່.
“ເຖິງວ່າພາສາລາວ ແບບດັ້ງເດີມ ມັນຈະບໍ່ສົມບູນທີ່ສຸດ, ແຕ່ມັນກໍຍັງມີຄວາມໃກ້ຄຽງ ກັບຄຳເຄົ້າເດີມ ຫຼາຍພໍສົມຄວນ ແລະ ມີຄວາມຈຳເປັນ ທີ່ຕ້ອງໃຊ້ໃຫ້ຖືກຕ້ອງ ບໍ່ວ່າຈະເປັນການຂຽນ ແລະ ການພິມ ຕ້ອງໃຊ້ໃຫ້ຖືກຄວາມໝາຍ ຮັກສາໄດ້ເຄົ້າເດີມ ຂອງພາສາລາວ.”
ທ່ານ ປາກຽຣຕິ ວີຣະວົງສ໌ ໂຕ້ແຍ້ງວ່າ ຮູບແບບການຂຽນພາສາລາວ ໃນແບບໃໝ່ ຖືກທີ່ນຳມາໃຊ້ ຕັ້ງແຕ່ປີ 1975 ໄດ້ເຮັດໃຫ້ ພາສາລາວ ຄ່ອຍໆຖືກທຳລາຍໄປ.
ທ່ານຍັງຮຽກຮ້ອງວ່າ ພາກສ່ວນທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນ ຂອງສັງຄົມລາວ ໃນທົ່ວໂລກ ຄວນມີວິທີການ ສິດສອນພາສາລາວ ໃຫ້ແກ່ລູກຫຼານ ຢ່າງຖືກຕ້ອງກວ່ານີ້ ເພາະພາສາລາວ ຖືເປັນຄວາມພູມໃຈ ຂອງຄົນລາວ ໃນທົ່ວໂລກ.
ໂດຽ: ມາດາມ ຈິ່ນນີ້ ແລະ ພູວົງສ໌

ຜົນງານສິນລະປະ ທີ່ມອບແດ່ ສະມາຊິກລາດຊະວົງ
ຜົລງານສິລປະ ທີ່ມອບແດ່ ສະມາຊິກຣາຊວົງສ໌
ທ່ານ ເນລະມິດ ບັນດາວົງ-ລັດຕະນະກອນ, ອາຍຸ 26 ປີ ເປັນນາຍຊ່າງຕີເງິນຊາວລາວ ຮຸ່ນທີ 5 ຂອງຄອບຄົວ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ອັນມີຜົນງານ ການຕີເງິນ ມາຕັ້ງແຕ່ອະດີດ.
ທ່ານ ເນຣະມິດ ບັນດາວົງສ໌-ຣັດຕະນະກອນ, ອາຍຸ 26 ປີ ເປັນນາຍຊ່າງຕີເງິນຊາວລາວ ຮຸ່ນທີ 5 ຂອງຄອບຄົວ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ອັນມີຜົລງານ ການຕີເງິນ ມາຕັ້ງແຕ່ອະດີດ.
ເປັນເວລາຫຼາຍຮ້ອຍປີ ທີ່ນະຄອນຫຼວງພະບາງ ທີ່ຕັ້ງຢູ່ທາງພາກເໜືອນີ້ ເຄີຍເປັນນະຄອນຫຼວງ ແລະ ເມືອງການປົກຄອງ ຂອງພະລາດຊະອານາຈັກລາວ. ນະຄອນແຫ່ງນີ້ ຍັງເປັນສູນກາງ ຂອງພຸດທະສາດສະໜາ.
ເປັນເວລາຫຼາຍຮ້ອຍປີ ທີ່ນະຄອນຫຼວງພຣະບາງ ທີ່ຕັ້ງຢູ່ທາງພາກເໜືອນີ້ ເຄີຍເປັນນະຄອນຫຼວງ ແລະ ເມືອງການປົກຄອງ ຂອງພຣະຣາຊອານາຈັກລາວ. ນະຄອນແຫ່ງນີ້ ຍັງເປັນສູນກາງ ຂອງພຸທສາສນາ.
ນັບຕັ້ງແຕ່ຊຸມປີ 1900 ພຽງຢ່າງດຽວ, ປະເທດລາວ ໄດ້ພົບພໍ້ກັບ ການລ່າຫົວເມືອງຂຶ້ນ ຂອງຝລັ່ງເສດ, ການປົກຄອງ ຂອງຍີ່ປຸ່ນ, ສົງຄາມເພື່ອເອກະລາດ ແລະ ສົງຄາມກາງເມືອງ ທີ່ຈົບລົງ ໃນປີ 1975 ພາຍຫຼັງທີ່ ຂະບວນການປະເທດລາວ ໄດ້ຍຶດອຳນາດ ແລະ ປົກຄອງປະເທດ. ຈົນເຖິງປັດຈຸບັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍັງຄົງເປັນໜຶ່ງໃນບັນດາ ລັດຄອມມິວນິດ ທີ່ມີບໍ່ເທົ່າໃດປະເທດໃນໂລກ ທີ່ຍັງຫຼົງເຫຼືອຢູ່.
ນັບຕັ້ງແຕ່ຊຸມປີ 1900 ພຽງຢ່າງດຽວ, ປະເທດລາວ ໄດ້ພົບພໍ້ກັບ ການລ່າຫົວເມືອງຂຶ້ນ ຂອງຝຣັ່ງເສດ, ການປົກຄອງ ຂອງຍີ່ປຸ່ນ, ສົງຄາມເພື່ອເອກະຣາສ ແລະ ສົງຄາມກາງເມືອງ ທີ່ຈົບລົງ ໃນປີ 1975 ພາຍຫຼັງທີ່ ຂບວນການປະເທດລາວ ໄດ້ຍຶດອຳນາດ ແລະ ປົກຄອງປະເທດ. ຈົນເຖິງປັດຈຸບັນ, ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ຍັງຄົງເປັນນຶ່ງໃນບັນດາ ຣັຖຄອມມິວນິສ ທີ່ມີບໍ່ເທົ່າໃດປະເທດໃນໂລກ ທີ່ຍັງຫຼົງເຫຼືອຢູ່.
ເຖິງວ່າຈະຜ່ານເຫດການ ຄວາມບໍ່ສະຫງົບ ທາງດ້ານການເມືອງຕ່າງໆນັ້ນ, ຄອບຄົວທ່ານ ເນລະມິດ ຍັງຄົງສືບຕໍ່ຕີເງິນ ຈາກຮ້ານນ້ອຍໆ ທີ່ຢູ່ລະຫວ່າງ ເຮືອນພັກ ໃກ້ແມ່ນ້ຳຂອງ ອັນມີວັດ ຢູ່ທາງດ້ານຫຼັງຮ້ານ.
ເຖິງວ່າຈະຜ່ານເຫດການ ຄວາມບໍ່ສງົບ ທາງດ້ານການເມືອງຕ່າງໆນັ້ນ, ຄອບຄົວທ່ານ ເນຣະມິດ ຍັງຄົງສືບຕໍ່ຕີເງິນ ຈາກຮ້ານນ້ອຍໆ ທີ່ຢູ່ລະຫວ່າງ ເຮືອນພັກ ໃກ້ແມ່ນ້ຳຂອງ ອັນມີວັດ ຢູ່ທາງດ້ານຫຼັງຮ້ານ.
ຊື່ສຽງ ຂອງຄອບຄົວ ໃນຖານະເປັນ ສະກຸນຊ່າງຕີເງິນ ແມ່ນເລີ່ມມາຈາກ ພໍ່ຕູ້-ພໍ່ປູ່ ທີ່ຖືກມອບໝາຍ ໃນຕີຂັນເງິນ ແດ່ຄອບຄົວລາດຊະວົງລາວ.
ຊື່ສຽງ ຂອງຄອບຄົວ ໃນຖານະເປັນ ສະກຸນຊ່າງຕີເງິນ ແມ່ນເຣີ່ມມາຈາກ ພໍ່ຕູ້-ພໍ່ປູ່ ທີ່ຖືກມອບໝາຍ ໃນຕີຂັນເງິນ ແດ່ຄອບຄົວຣາຊວົງສ໌ລາວ.

ຜ່ານຫຼາຍຮຸ່ນຄົນ ຈົນມາເຖິງປັດຈຸບັນ, ທ່ານ ເນຣະມິດ ຍັງຖືກເອີ້ນ ໃຫ້ຮັບກຽດຕີເງິນ ທີ່ຄ້າຍຄືກັບບັນພະບຸລຸດ. ໃນປີ 2022, ທູດລາວ ປະຈຳປະເທດໄທ ໄດ້ຮ້ອງຂໍ ໃຫ້ທ່ານ ເນລະມິດ ຕີຂັນເງິນ ເພື່ອມອບໃຫ້ແກ່ ສົມເດັດພະເທບ.
ຜ່ານຫຼາຍຮຸ່ນຄົນ ຈົນມາເຖິງປັດຈຸບັນ, ທ່ານ ເນຣະມິດ ຍັງຖືກເອີ້ນ ໃຫ້ຮັບກຽດຕີເງິນ ທີ່ຄ້າຍຄືກັບບັນພະບຸຣຸສ. ໃນປີ 2022, ທູຕລາວ ປະຈຳປະເທດໄທຍ ໄດ້ຮ້ອງຂໍ ໃຫ້ທ່ານ ເນຣະມິດ ຕີຂັນເງິນ ເພື່ອມອບໃຫ້ແກ່ ສົມເດັດພຣະເທພ.
ທ່ານ ເນລະມິດ ໄດ້ສະຫຼັກຊື່ພະເທບ ດ້ວຍພາສາລາວ ແບບດັ້ງເດີມ ໃນຊຸມປີ 1960. ທ່ານ ຍັງເປັນສ່ວນນຶ່ງ ທີ່ຮັກສາ ການນຳໃຊ້ພາສາລາວ ແບບດັ້ງເດີມ ເພື່ອຮັກສາຄວາມໝາຍ ຂອງພາສາລາວ ທີ່ແທ້ຈິງ.
ທ່ານ ເນຣະມິດ ໄດ້ສລັກຊື່ພຣະເທພ ດ້ວຍພາສາລາວ ແບບດັ້ງເດີມ ໃນຊຸມປີ 1960. ທ່ານ ຍັງເປັນສ່ວນນຶ່ງ ທີ່ຮັກສາ ການນຳໃຊ້ພາສາລາວ ແບບດັ້ງເດີມ ເພື່ອຮັກສາຄວາມໝາຍ ຂອງພາສາລາວ ທີ່ແທ້ຈິງ.
ທ່ານ ເນລະມິດ ບັນດາວົງ-ລັດຕະນະກອນ, ອາຍຸ 26 ປີ ນາຍຊ່າງຕີເງິນຊາວລາວ ຮຸ່ນທີ 5 ຂອງຄອບຄົວ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ. ຖ່າຍຮູບເມື່ອ: ປີ 2022
ທ່ານ ເນຣະມິດ ບັນດາວົງສ໌-ຣັດຕະນະກອນ, ອາຍຸ 26 ປີ ນາຍຊ່າງຕີເງິນຊາວລາວ ຮຸ່ນທີ 5 ຂອງຄອບຄົວ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ. ຖ່າຍຮູບເມື່ອ: ປີ 2022

“ພາສາລາວດັ້ງເດີມ ມີຄວາມໝາຍ ແລະ ຄວາມສຳຄັນ ໃນໂຕຂອງມັນເອງ ພ້ອມທັງມີສະເໜ່.”, ທ່ານ ເນລະມິດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ.
“ພາສາລາວດັ້ງເດີມ ມີຄວາມໝາຍ ແລະ ຄວາມສຳຄັນ ໃນໂຕຂອງມັນເອງ ພ້ອມທັງມີສເນ່.”, ທ່ານ ເນຣະມິດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ.
“ມັນສົມຄວນທີ່ສຸດ ທີ່ຈະອະນຸຮັກພາສາລາວ ແບບດັ້ງເດີມ ແລະ ສອນຄົນລາວຮຸ່ນຫຼັງ ໃຫ້ຮູ້ເຖິງທີ່ມາທີ່ໄປ ຂອງພາສາລາວ.”, ທ່ານກ່າວຕື່ມ.
“ມັນສົມຄວນທີ່ສຸດ ທີ່ຈະອະນຸຮັກພາສາລາວ ແບບດັ້ງເດີມ ແລະ ສອນຄົນລາວຮຸ່ນຫຼັງ ໃຫ້ຮູ້ເຖິງທີ່ມາທີ່ໄປ ຂອງພາສາລາວ.”, ທ່ານກ່າວຕື່ມ.
ພາສາລາວ ແບບດັ້ງເດີມ ຖືກສະຫຼັກໃສ່ຂັນເງິນຕັກບາດ ຖ່າຍຮູບເມື່ອ: ປີ 2022.
ອັກສອນພາສາລາວ ແບບດັ້ງເດີມ ຖືກສລັກໃສ່ຂັນເງິນຕັກບາທ ຖ່າຍຮູບເມື່ອ: ປີ 2022
ສຳລັບທ່ານ ເນລະມິດ ແລ້ວ, ການອະນຸຮັກ ວັດທະນະທຳລາວ ໃຫ້ຢູ່ຄູ່ກັບສັງຄົມ ແມ່ນຄວາມພູມໃຈ ແລະ ທ່ານກໍຫວັງວ່າ ທ່ານຈະເປັນແຮງບັນດານໃຈ ໃຫ້ຄົນອື່ນໆ ອະນຸຮັກເຊັ່ນກັນ.
ສຳລັບທ່ານ ເນຣະມິດ ແລ້ວ, ການອະນຸຮັກ ວັທນະທັມລາວ ໃຫ້ຢູ່ຄູ່ກັບສັງຄົມ ແມ່ນຄວາມພູມໃຈ ແລະ ທ່ານກໍຫວັງວ່າ ທ່ານຈະເປັນແຮງບັນດານໃຈ ໃຫ້ຄົນອື່ນໆ ອະນຸຮັກເຊັ່ນກັນ.
ທ່ານອະນຸຮັກພາສາລາວ ແບບດັ້ງເດີມ ຜ່ານຜົນງານສິນລະປະ ຂອງທ່ານ ທຸກຄັ້ງທີ່ມີໂອກາດ ແລະ ທ່ານຍັງສະຫຼັກຊື່ລູກຄ້າ ແລະ ປີທີ່ຜະລິດຂຶ້ນ ເປັນພາສາລາວ ແລະ ເລກລາວ ແບບດັ້ງເດີມ ເມື່ອລູກຄ້າ ສັ່ງສິນຄ້າ.
ທ່ານອະນຸຮັກພາສາລາວ ແບບດັ້ງເດີມ ຜ່ານຜົລງານສິລປະ ຂອງທ່ານ ທຸກຄັ້ງທີ່ມີໂອກາດ ແລະ ທ່ານຍັງສລັກຊື່ລູກຄ້າ ແລະ ປີທີ່ຜລິຕຂຶ້ນ ເປັນພາສາລາວ ແລະ ເລຂລາວ ແບບດັ້ງເດີມ ເມື່ອລູກຄ້າ ສັ່ງສິນຄ້າ.
“ດ້ວຍການເຮັດແບບນີ້, ຂ້າພະເຈົ້າ ສາມາດຮັກສາຄວາມໝາຍ ທີ່ແທ້ຈິງ ຂອງພາສາລາວ.”
“ດ້ວຍການເຮັດແບບນີ້, ຂ້າພະເຈົ້າ ສາມາດຮັກສາຄວາມໝາຍ ທີ່ແທ້ຈິງ ຂອງພາສາລາວ.”
ໂດຍ: ພູວົງສ໌
ໂດຽ: ພູວົງສ໌
Video banner by Lauren Kim, Amanda Weisbrod
-------------
Photo editing by Gemunu Amarasinghe
-------------
Edited by Max Avary, Bounchanh Mouangkham, Mat Pennington, Abby Seiff, Kayasith Soulisak, Ginny Stein
-------------
Visual editing by H. Léo Kim, Paul Nelson
-------------
Web page produced by Minh-Ha Le
-------------
© 2024 RFA
-------------
Facebook - Youtube - Twitter
Back to top