ເຣື້ອງທີ່ເກັບບັນທຶກໄວ້
2025-02-11
ການທ່ອງທ່ຽວລາວ ຢູ່ແຂວງຫຼວງພຣະບາງ ກໍາລັງດີ້ນຮົນ ຍ້ອນບໍລິສັດທ່ອງທ່ຽວຈີນ ເຂົ້າມາຈັບຈອງ ເອົານັກທ່ອງທ່ຽວຈີນ ເກືອບໝົດ.
2025-02-10
ລາວ ຊີ້ແຈ້ງ ພາຍຫຼັງທີ່ປະຊາຊົນຕັ້ງຄໍາຖາມວ່າ ລາວສະໜອງໄຟຟ້າ ໃຫ້ກຸ່ມແກ້ງຄອນເຊັນເຕີ ຢູ່ເມືອງທ່າຂີ້ເຫຼັກ ມຽນມາ ຫຼືບໍ່? ລາວຈະຫຼຸດຂາຍໄຟຟ້າ ໃຫ້ມຽນມາ ຈາກ 27 ເມກາວັດ ລົງມາບໍ່ເກີນ 13 ເມກາວັດ.
2025-02-10
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 10 ກຸມພາ 2025.
2025-02-10
ແມ່ຍິງລາວ ຜູ້ທີ່ເຄີຍຕົກເປັນເຫຍື່ອ ຖືກນາຍໜ້າຄົນລາວ ຕົວະໃຫ້ໄປແຕ່ງດອງ ກັບຜູ້ຊາຍຈີນ ຂໍຝາກຄຳເຕືອນ ຄວາມເປັນຫ່ວງ ໄປຫາເດັກນ້ອຍແມ່ຍິງ ແລະ ແມ່ຍິງລາວ ຜູ້ທີ່ກໍາລັງຄິດວ່າ ຈະໄປແຕ່ງດອງກັບຄົນຈີນນັ້ນ ວ່າ ໃຫ້ສຶກສາລາຍລະອຽດໃຫ້ດີ ກ່ອນຈະໄປ.
2025-02-09
ໃນລາຍການ ເມືອງລາວ ໃນອາທິດນີ້ EP-83 ສົນທະນາເລື່ອງ ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ໃນເຂດການຂຸດຄົ້ນເກືອກາລີ ຢູ່ແຂວງຄໍາມ່ວນ.
2025-02-07
ໃນປີນີ້ ຢູ່ແຂວງໄຊຍະບູລີ ລາຄາມັນຕົ້ນ ຕົກຕໍ່າຫຼາຍ ເມື່ອທຽບໃສ່ ໃນລະໄລດຽວກັນ ຂອງປີທີ່ຜ່ານມາ ໂດຍມັນຕົ້ນດິບ ຈາກລາຄາ 1,200-1,500 ກີບ ຕໍ່ກິໂລ ຫຼຸດລົງ ເຫຼືອ 900-1,000 ກີບ ຕໍ່ກິໂລ, ສ່ວນມັນຕົ້ນແຫ້ງ ຈາກລາຄາ 5,000 ກີບ ຕໍ່ກິໂລ ຫຼຸດລົງເຫຼືອ 2,000-2,500 ກີບ ຕໍ່ກິໂລ.
2025-02-07
ດິນ ທີ່ທາງການລາວ ມອບໃຫ້ນັກລົງທຶນ ສໍາປະທານ 1 ລ້ານປາຍເຮັກຕາ ນັ້ນ ໄດ້ຮັບການພັດທະນາ ບໍ່ຮອດເຖິງເຄິ່ງໜຶ່ງ ເຮັດໃຫ້ ປະເທດຊາດ ແລະ ປະຊາຊົນ ເສຍຜົນປະໂຫຍດ ຫຼາຍ.
2025-02-07
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 07 ກຸມພາ 2025.
2025-02-07
ບໍລິສັດຂຸດຄົ້ນຖ່ານຫີນ ບາງແຫ່ງ ຂອງຈີນ ຮວມທັງບໍລິສັດ JV SCC–MHC ຂອງຈີນ ຢູ່ເມືອງກະລຶມ ແຂວງເຊກອງ ຫຼຸດຈໍານວນຄົນງານ ລົງຫຼາຍ ຍ້ອນວຽກຂຸດຄົ້ນຖ່ານຫີນ ໜ້ອຍລົງ.
2025-02-06
ເຈົ້າໜ້າທີ່ຕໍາຫຼວດ ແລະທະຫານ ທໍາລາຍສວນຝິ່ນ ຂອງຊາວບ້ານ ທີ່ລັກປູກເພື່ອເອົາເປັນຢາ ປິ່ນປົວສຸກກະພາບ ແລະຂາຍຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ ໃນເນື້ອທີ່ລວມກັນ 34.5 ເຮັກຕາ ແຕ່ນໍາໂຕຜູ້ປູກບໍ່ໄດ້.
2025-02-06
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 06 ກຸມພາ 2025.
2025-02-06
ທາງການລາວ ຍັງຂາຍໄຟຟ້າ ໃຫ້ພະມ້າຕາມປົກກະຕິ ແລະ ຍັງບໍ່ມີ ການຂໍຊື້ໄຟຟ້າເພີ່ມ ຈາກພະມ້າ ສ່ວນແຜນການ ຕັດໄຟຟ້າ ເພື່ອປາບປາມ ແກ້ງຄອລເຊັນເຕີ້ ຕາມລັດຖະບານໄທ ນັ້ນ, ຝ່າຍລາວ ຍັງມິດງຽບ ຢູ່.
2025-02-06
ທາງການ ເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ທັນເປີດເຜີຍ ຄວາມຄືບຫນ້າ ການສືບສວນ-ສອບສວນ ກໍລະນີ ເຫດການນັກທ່ອງທ່ຽວ ຊາວຕ່າງປະເທດ ເສຍຊີວິດ ຍ້ອນດື່ມເຄື່ອງດື່ມທາດເຫລົ້າ ທີ່ມີທາດເບື່ອ ປະສົມຢູ່.
2025-02-05
ຍ້ອນສະພາບບັນຫາເສດຖະກິດ ແລະຄວາມທຸກຍາກ ເຮັດໃຫ້ແມ່ຍິງລາວ ແລະເດັກຍິງລາວຈຳນວນໜຶ່ງ ໄດ້ສະໝັກໃຈ ເຂົ້າບໍລິການ ຮັບຈ້າງຖືພາ ເຮັດເດັກຫຼອດແກ້ວ (IVF) ໃຫ້ແກ່ຄູ່ຜົວເມຍຈີນ ທີ່ເຂົ້າມາເປີດບໍລິການຢູ່ແຂວງພາກເໜືອ.