ເຣື້ອງທີ່ເກັບບັນທຶກໄວ້
2023-02-06
ອົງການຢູນິເຊຟ ສນັບສນຸນ ໂຄງການນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມ ໃຫ້ຊົນເຜົ່າຢ້າວ ຢູ່ບ້ານພັງຊານ ເມືອງຍອດອູ ແຂວງຜົ້ງສາລີ ພາຍຫລັງ ພວກເຂົາເຈົ້າ ມີນ້ໍາຊົມໃຊ້ ບໍ່ພຽງພໍ ມາດົນຫລາຍປີ ໂດຍໄດ້ຮັບການສນັບສນຸນ ງົບປະມານຈາກ ຄອບຄົວ ຮາກິວາຣະ ຜ່ານອົງການຢູນິເຊຟ ປະຈໍາຍີ່ປຸ່ນ.
2023-02-06
ພະນັກງານຣັຖ ຊັ້ນຜູ້ນ້ອຍ ແລະ ປະຊາຊົນໂດຍທົ່ວໄປ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກອັຕຣາເງິນເຟີ້ເພີ່ມສູງຂຶ້ນ ແລະຮຽກຮ້ອງ ໃຫ້ຣັຖບານລາວ ແກ້ໄຂບັນຫາຢ່າງໄວວາ ຊຶ່ງກໍຍັງບໍ່ເຫັນຫົນທາງວ່າ ຣັຖບານ ຈະມີວິທີແກ້ໄຂໄດ້ແນວໃດ ນອກຈາກນັບມື້ຍິ່ງເຟີ້ສູງຂຶ້ນ.
2023-02-05
ຫົວໜ້າສະຫະພັນ ແຮງງານຄົນສຳຄັນ ຂອງກັມພູຊາ ເຂົ້າຮ່ວມກຸ່ມຕໍ່ຕ້ານ ຣັຖບານ ຂອງພັກຝ່າຍຄານ ກັມພູຊາ ເພື່ອຈະໃຫ້ຊະນະ ການເລືອກຕັ້ງ ທີ່ຈະມີຂຶ້ນໃນກາງປີປີນີ້ ຊຶ່ງພັກຣັຖບານ ສ້າງຄວາມແຕກແຍກ ແລະກໍ່ກວນພັກຝ້າຍ ມາໂດຍຕລອດ.
2023-02-05
ຄົນງານລາວ ທີ່ຖືກຈັບຢູ່ ມາເລເຊັຽ ກັບເຖິງບ້ານແລ້ວ, ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.
2023-02-03
ນະຄອນຫຼວງວຽງຈັນ ຈະເລັ່ງແກ້ໄຂບັນຫາອຸປະສັກ ແລະສິ່ງກີດຂວາງຕ່າງໆ ເພື່ອສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ເພື່ອໃຫ້ຂຍາຍໂຕເພີ່ມຂຶ້ນ ໃນປີ 2023 ນີ້ ຮວມທັງເຣື່ອງການສຶກສາ ແລະການຝຶກອົບຮົມ ຂັ້ນຕອນ ການຂໍອະນຸຍາດ ດໍາເນີນທຸຣະກິຈ ແບບອັດຕະໂນມັດ.
2023-02-03
ມີຂະບວນການລັກຣົຖ ຈາກໄທຍ ໄປຂາຍໃນລາວແບບໃໝ່ ໂດຍອ້າງກຳມະສິດ ເປັນເຈົ້າຂອງຣົຖ ແລະເຮັດໃບອະນຸຍາດ ອອກນອກປະເທດ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ຣົຖດັ່ງກ່າວ ບໍ່ກັບຄືນມາປະເທດໄທຍ.
2023-02-03
ຣັຖບານລາວໃຫ້ຄວາມສໍາຄັນ ຕໍ່ວຽກງານຂົນສົ່ງສິນຄ້າ ຊຶ່ງສຳຄັນໃນການເປັນທາງຜ່ານ ຂອງສິນຄ້າລະຫວ່າງປະເທດ, ມີທ່າບົກເປັນບ່ອນຮັບ ແລະຂົນຖ່າຍສິນຄ້າ ເຂົ້າສູ່ລະບົບ ການຂົນສົ່ງທາງຖນົນ ແລະທາງຣົຖໄຟ ລາວ-ຈີນ.
2023-02-03
ທີ່ຜ່ານມາ ຂແນງການທີ່ກ່ຽວຂ້ອງ ຕັ້ງແຕ່ສູນກາງຫາຂັ້ນທ້ອງຖິ່ນ ເຮັດວຽກປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ເຮັດວຽກແບບບໍ່ລວມສູນ, ຂາດທັກສະຄວາມຮູ້ ໃນການປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ທາງການລາວ ຈຶ່ງມີແຜນ ສ້າງຄວາມເຂັ້ມແຂງ ລະບົບປົກປ້ອງເດັກນ້ອຍ ເພື່ອຊ່ວຍເຫຼືອເດັກນ້ອຍ.
2023-02-03
ກອງປະຊຸມປຶກສາຫາລື ຢູ່ປະເທດໄທຍ ກ່ຽວກັບຜົລກະທົບ ຂອງເຂື່ອນແມ່ນ້ຳຂອງ ໃນຈີນ ແລະ ສປປ ລາວ ຮວມທັງໂຄງການເຂື່ອນ ຊະນະຄາມ ທີ່ຫ່າງຈາກເມືອງຊຽງຄານ ຂອງໄທຍ ພຽງ 2 ກິໂລແມັດ, ຊຶ່ງຂໍ້ມູນຕ່າງໆ ຈາກກອງປະຊຸມ ຈະນໍາໄປສຶກສາ ເພື່ອຈະເອົາໄປເຈຣະຈາ ກັບທາງການລາວ ໃນມໍ່ໆນີ້.
2023-02-02
ໃນທ້າຍປີ 2022 ທີ່ຜ່ານມາ ແຂວງອັດຕະປື ໄດ້ອອກໂຄຕ້າຣ໌ ອະນຸຍາດໃຫ້ ຫົວໜ່ວຍທຸຣະກິຈ 15 ຫົວໜ່ວຍ ຕັດໄມ້ປະມານ 100,000 ແມັດກ້ອນ ສ່ວນ ເຈົ້າແຂວງອັດຕະປື ປະຕິເສດເຣື່ອງນີ້.
2023-02-02
ກະຊວງກະສິກັມ ແລະປ່າໄມ້ ຮຽກຮ້ອງໃຫ້ ກຸ່ມກະສິກອນລາວ ເປີດບັນຊີທະນາຄານ ທີ່ມີພຽງ 2 ເອກສານ ຄືໜັງສື ລົງທະບຽນກຸ່ມ ແລະໜັງສືແຕ່ງຕັ້ງ ຜູ້ຮັບຜິດຊອບ ກຸ່ມເປີດໄດ້ ເພື່ອຊ່ອຍປ້ອງກັນ ການທຸຈຣິດ.
2023-02-02
ການກໍ່ສ້າງ ສນາມບິນສາກົລ ບໍ່ແກ້ວ ຂອງກຸ່ມບໍຣິສັດດອກງິ້ວຄໍາ ທີ່ຕັ້ງຢູ່ບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃກ້ກັບເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ມີຄວາມຄືບໜ້າ 90% ແລ້ວ ຄາດວ່າ ຈະເປີດໃຫ້ບໍຣິການ ບໍ່ເກີນທ້າຍປີ 2023 ນີ້.
2023-02-02
ຮອງນາຍົກຣັຖມົນຕຣີ ແນະນໍາໃຫ້ຍົກລະດັບ ການປ້ອງກັນຄວາມສງົບ ຢູ່ເຂດເສຖກິຈ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍ້ອນມີເຫດການບໍ່ດີເກີດຂຶ້ນ ຢູ່ເລື້ອຍໆ ຮວມທັງການຕີກັນ ແລະທໍາຮ້າຍຮ່າງກາຍ.
2023-02-02
ທາງການລາວ ອະນຸຍາດໃຫ້ບໍຣິສັດ Sinohydro Holding ປະເທດຈີນ ເຣີ່ມດໍາເນີນການກໍ່ສ້າງພື້ນຖານໂຄງຮ່າງຈໍາເປັນ ເປັນຕົ້ນ: ເສັ້ນທາງ ແລະ ຂົວຂ້າມນໍ້າຂອງ ເພື່ອກະຕຣຽມຄວາມພ້ອມ ໃນການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງ ຈຸດເມືອງປາກລາຍ ຫຼືເຂື່ອນປາກລາຍ ທີ່ຕັ້ງຢູ່ເມືອງປາກລາຍ ແຂວງໄຊຍະບູຣີ.
2023-02-01
ນາຍົກຣັຖມົນຕຣີ ຄົນໃໝ່ ຂຶ້ນດຳລົງຕຳແໜ່ງ ໄດ້ພຽງເດືອນດຽວ ປ່ຽນຣັຖມົນຕຣີເຖິງ 3 ຄົນ ຊຶ່ງກ່າວກັນວ່າ ເພື່ອຫວັງ ຈະເຮັດໃຫ້ຄະນະຣັຖບານ ຂອງທ່ານປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕທີ່ຍັງເຫລືອອີກປະມານ 3 ປີ ໃຫ້ໄດ້ຮັບຜົລສໍາເຣັດ ຕາມຄາດໝາຍ ໃນຂະນະທີ່ເສຖກິຈ-ການເງິນຕົກເຂົ້າໃນສະພາບວິກິຕຢູ່ນີ້.