ເຣື້ອງທີ່ເກັບບັນທຶກໄວ້
2009-12-22
ນໍ້າຂອງ ເປັນແມ່ນໍ້າທີ່ມີຄວາມຍາວ ອັນດັບ 10 ຂອງໂລກ ທີ່ລໍ່ລ້ຽງຊີວິດ ເຖິງ 70 ລ້ານຄົນ, ແລະ ຈຸດເຣີ່ມຕົ້ນ ຂອງແມ່ນໍ້າຂອງ ຢູ່ທີ່ ເມືອງຕ້າຈູ, ໃນປະເທດຕີ໋ເບດ.
2009-12-22
ເຈົ້າຂອງດິນແຄມ 2 ຟາກທາງ 450 ປີ ຈຳນວນບໍ່ໜ້ອຍ ຂັດຂ້ອງຕໍ່ຄ່າຊົດເຊີຍ ຂອງທາງການລາວ.
2009-12-21
ການໃຫ້ສັມປະທານ ທີ່ດີນຂນາດໃຫ່ຍ ເພື່ອປູກໄມ້ເສຖກິດ ຢູ່ ສປປລາວ ໄດ້ສ້າງບັນຫາຫລາຍຢ່າງ ດັ່ງພວກເຮົາໄດ້ ວິຈັຍໄປແລ້ວຫລາຍຄັ້ງ. ໃນມື້ນີ້ ພົງສວັນ ໄດ້ຮິບໂຮມໂດຍສະເພາະ ຂໍ້ມູນທີ່ກ່ຽວກັບ ຄວາມເປັນມາຂອງ ອຸດສາຫະກັມ ຢາງພາລາ ຊຶ່ງ “ຈເຣີນສຸກ” ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-21
ຫລາຍປະເທດໃນຢູໂຣບ ໃຫ້ສັຕຍາບັນ ສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບປ່າໄມ້ ປະເທດຮ້ອນ.
2009-12-21
ນັກທຸຣະກິຈຕ່າງປະທດ ຍັງໃຊ້ແຜນລົງທຶນ ປູກຕົ້ນໄມ້ ໂດຍຂຸດຄົ້ນເອົາໄມ້ທີ່ມີ ໃນເຂດສັມປະທານນັ້ນ ອອກໄປຂາຍ ໂດຍທີ່ບໍ່ມີພາກສ່ວນ ໃດຮັບຜິດຊອບ.
2009-12-21
ທ່ານ ບົວສອນ ບຸຜາວັນ ນາຍົກຣັຖມົນຕຣີ ສປປລາວ ກ່າວວ່າ ຣັຖບານລາວ ຢາກສ້າງເຂດເສຖກິດພິເສດ ໃຫ້ມີຫລາຍຂື້ນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ມີການລົງທຶນ.
2009-12-21
ການຊອກຫາຜູ້ຮັບເໝົາ ກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ4 ມີຄວາມລ່າຊ້າ ເກີນກຳນົດ.
2009-12-21
ກົມກວດກາ ແລະ ຕ້ານ ການສໍ້ຣາສບັງຫລວງຂອງລາວ ບໍ່ສາມາດປາບປາມ ການສໍ້ຣາສບັງຫລວງ ໄດ້ຢ່າງເຕັມທີ່ ເພາະຍັງຂາດເຂີນພນັກງານ.
2009-12-21
ໂຄງການກໍ່ສ້າງ ເຂື່ອນໄຟຟ້າດອນສະໂຮງ ອາດຈະເລີ້ມພາຍ ໃນປີໜ້ານີ້.
2009-12-18
ນັກກິລາປິ໋ງປ໋ອງທີມຊາຕລາວ ໄດ້ຫລິ້ນຢ່າງສຸດຄວາມສາມາດ ເຖິງບໍ່ໄດ້ຮັບຫລຽນຣາງວັນ ແຕ່ກໍໄດ້ປະສົບກາຣຫລາຍ ເພື່ອຮຽນຮູ້ເຊັ່ນກັນ.
2009-12-18
ຄະນະຜູ້ຈັດງານ ຕ່າງກໍມີຄວາມ ພາກພູມໃຈທີ່ ສປປລາວ ເປັນເຈົ້າພາບກາຣ ແຂ່ງຂັນກິລາຊີເກມສ໌ ຄັ້ງທີ່ 25 ຜ່ານມານີ້.
2009-12-18
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 19 ໃນມື້ນີ້ຈະໄດ້ກ່າວເຖິງ ຕອນທີ່ສະຖານະການ ພາຍໃນສູນສັມມະນາ ບ້ານຫ້ວຍກົກ ທະວີຄວາມຮ້າຍແຮງ ຍິ່ງຂື້ນ ພາຍຫລັງທີ່ທະຫານແນວລາວ ປ້ອງກັນສູນດັ່ງກ່າວ ສອງຄົນຖືກນັກໂທດຂ້າຕາຍ ແລ້ວໄດ້ເອົາຕົວ ຫລົບໜີຈາກສູນໄປ. ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-18
ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ທີ່ນະຄອນຫລວງວຽງຈັນ ໄດ້ປິດລົງໃນວັນທີ 18 ທັນວາ 2009 ໂດຍທີ່ປະເທດໄທ ໄດ້ຮັບຫລຽນຫລາຍ ກວ່າປະເທດອື່ນໆ ຮອງລົງມາກໍແມ່ນວຽດນາມ ອິນໂດເນເຊັຍ. ສ່ວນລາວໄດ້ຫລຽນ ຢູ່ໃນອັນດັບທີ 7 ໃນຈຳນວນ 11 ປະເທດ ທີ່ເຂົ້າຮ່ວມການແຂ່ງຂັນ. ພິທີປິດງານໄດ້ດຳເນີນໄປ ຢ່າງຄຶກຄື້ນພໍສົມຄວນ. ຈຳປາທອງ ມີລາຍງານກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-18
ໃນວັນສຸດທ້າຍຂອງ ກອງປະຊຸມສຸດຍອດ ຜູ້ນໍາ 100 ກວ່າປະເທດວ່າດ້ວຍ ການປ່ຽນແປງຂອງ ດິນຟ້າອາກາດ ທີ່ກຸງໂກເປັນຮາກເກິນ ປະເທດເດັນໝາກ ມີບັນຫາໃດແດ່ ທີ່ຈະເຮັດໃຫ້ກອງປະຊຸມ ບໍ່ສາມາດຕົກລົງກັນໄດ້ ເພື່ອຮັບຮອງເອົາ ຮ່າງສົນທີສັນຍາໃໝ່. ສົມເນ ມີລາຍງານ ມາສະເໜີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-18
ອົງກາຣອະນາມັຍໂລກ ຍັງບໍ່ສາມາດ ທີ່ຈະປາບປາມ ແລະ ປ້ອງກັນກາຣແພ່ຣະບາດ ຂອງໂຣຄໄຂ້ຫວັດໝູ ໃຫ້ໝົດສິ້ນໄປ ໄດ້ໝົດເທື່ອ ໃນປັຈຈຸບັນນີ້.