ເຣື້ອງທີ່ເກັບບັນທຶກໄວ້
2009-10-21
ຕົວແທນ ເຍົາວະຊົນລາວ ໃນກອງປະຊຸມ ເວທີຊາວຫນຸ່ມ ອາຊຽນ ພະຍາມຫລີກການ ສົນທະນາ ຫລື ສະແດງຄວາມຄິດ ຄວາມເຫັນ ທາງດ້ານການເມືອງ ໃນທີ່ປະຊຸມເພາະ ຍັງມີຄວາມຢໍາເກງ ຕໍ່ຣັຖບານ.
2009-10-21
ຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ແລະ ສິ່ງແວດລ້ອມ ອັນປອດໂປ່ງຢູ່ ສປປລາວ ໄດ້ຮັບຄວາມເສັຍຫາຍ ຢ່າງຫລວງຫລາຍ ໃນ 30 ກວ່າປີມານີ້ ແມ່ນເກີດມາຈາກ ແຜນພັທນາ ເສຖກິດ-ສັງຄົມ ທີ່ບໍ່ມີການ ຄິດໄລ່ ໃຫ້ຣະອຽດຮອບຄອບ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ..
2009-10-21
ປະຊາຊົນລາວ ໃນເຂຕແຂວງພາຄໃຕ້ ທີ່ໄດ້ຮັບຜົລກະທົບ ຈາກລົມພາຍຸ ໃຕ໊ຝຸ່ນ ທີ່ພັດເຂົ້າຖະລົ່ມ ໃນຣະຍະຜ່ານ ຍັງຕ້ອງກາຣ ຄວາມຊ່ວຍເຫລືອ ຢ່າງຫລວງຫລາຍ ເຖີງແມ່ນທາງກາຣ ຣັຖບາລໄດ້ ຣະດົມຫາທຶນ ກາຣຊ່ວຍເຫລືອ ຕລອດມານັ້ນ ກໍຕາມ ແຕ່ກໍຍັງບໍ່ທັນ ພຽງພໍກັບຄວາມ ຕ້ອງກາຣເທື່ອ ໃນປັຈຈຸບັນນີ້. ດັ່ງ: ຫວາດ ສີມູລ ຈະນຳມາສເນີ ໃນອັນດັບ ຕໍ່ໄປ.
2009-10-21
ງານສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 6 ໄດ້ມີຂື້ນ ເພື່ອຮັບເອົາ ແຫລ່ງການຄ້າເສຣີ ທີ່ໃຫຍ່ທີ່ສຸດ ໃນເອເຊັຍ.
2009-10-21
ນັກສຶກສາ ຈາກໂຄງການ ສຶກສາແມ່ນ້ຳຂອງ ສະແດງຄວາມເປັນຫ່ວງຕໍ່ ຜົນກະທົບທີ່ ອາດຈະເກີດ ຈາກການ ສ້າງເຂື່ອນໄຟຟ້າ ຢູ່ລາວ.
2009-10-20
ຜູ້ນໍາ ຊາວວີເກີ Rebiya Kadeer ທີ່ລີ້ພັຍ ຢູ່ຕ່າງປະເທດ ຈະເດີນທາງ ໄປຍີ່ປຸ່ນ ໃນວັນ ອັງຄານນີ້ ຊຶ່ງປາກົດວ່າ ຈະເປັນການ ຢ້ຽມຢາມ ທີ່ສ້າງຄວາມ ບໍ່ພໍໃຈ ໃຫ້ແກ່ຜູ້ນໍາ ສປຈີນ ຕາມຣາຍງານຂ່າວ ຈາກ ກຸງໂຕກຽວ.
2009-10-20
ທາງການ ແຂວງບໍ່ແກ້ວ ຍັງຄ້າງຄາກັບ ບັນຫາ ການຈັດສັນ ທີ່ດິນຕອນໃໝ່ ໃຫ້ບໍຣິສັດ ເກົາຫລີໃຕ້ ກ່ອນທີ່ຈະເລີ້ມ ກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ໄດ້.
2009-10-20
ກຸ່ມຊົນ ທີ່ຮັກ ຊຽງຂອງ ໃນໄທ ຮຽກຮ້ອງ ໃຫ້ຣັຖບານ ໄທ ທົບທວນນະໂຍບາຍ ການຮ່ວມມືທາງ ເສຖກິດ ກັບລາວ ແລະ ບັນດາປະເທດ ແມ່ນ້ຳຂອງ ຄືນໃໝ່.
2009-10-20
ທາງການລາວ ເປັນຫ່ວງນໍາ ສະຖານະການ ອາສຍາກັມ ຂ້າມຊາດ ໂດຍສະເພາະ ການຄ້າມະນຸດ
2009-10-19
ຣາຍການ ສາຣະຄະດີເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 10 ໃນມື້ນີ້ຈະໄດ້ ເລົ່າເຖິງຕອນທີ່ ຜູ້ບັງຄັບບັນຊາ ການທະຫານ ກອງພັນລາບທີ 306 ທີ່ເມືອງພະລານ ພ້ອມດ້ວຍນາຍທະຫານ ຊັ້ນຮອງຕ່າງໆ ຕລອດຮອດ ຜູ້ບັງຄັບກອງຮ້ອຍ ໄດ້ຖືກຈັບ. ເຊີນທ່ານຮັບຟັງໄດ້. ສເນີໂດຍ : ໂມທະນາ
2009-10-19
ໃນກອງປະຊຸມ ສມັຍສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາຕ ສປປລາວ ຊຸດທີ 6 ໄດ້ຮັບເອົາ ກົດໝາຍໃຫມ່ ສະບັບນຶ່ງ ວ່າດ້ວຍ ”ແນວລາວສ້າງຊາຕ” ຊຶ່ງມີຈຸດໝາຍ ອໍານວຍການ ປະກອບສ່ວນ ຂອງຄົນລາວ ໃນຕ່າງປະເທດ ເຂົ້າຮ່ວມໃນການ ພັທນາປະເທດ. ຣາຍລະອຽດ ແລະ ພາກປະຕິບັດ ຕົວຈິງເປັນແນວໃດ ພົງສວັນ ໄດ້ຮິບໂຮມຂໍ້ມູນ ຊຶ່ງວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ...
2009-10-19
ໜັງສືພິມ ພາສາອັງກິດ The Nation ຂອງໄທ ຣາຍງານວ່າ ໃນຂນະນີ້ ເຖິງວ່າ ເສຖກິດ ຂອງບາງປະເທດ ໃນເຂດ ອ່າງແມ່ນ້ຳຂອງ ຄືມີທ່າທີ ຈະຄ່ອຍເລິ້ມຟື້ນໂຕ ແຕ່ໃນສະພາບ ຄວາມເປັນຈິງແລ້ວ ເສຖກິດ ໃນພາກພື້ນ ແມ່ນ້ຳຂອງຍັງຕົກຕ່ຳຢູ່.
2009-10-19
ບໍຣິສັດ ລາວເອເຊັຍ ໂທຣະຄົມ ມະນາຄົມ ຮ່ວມມືກັບ ບໍຣິສັດ ທະຫານວຽດນາມ ຂຍາຍ ເຄືອຂ່າຍ ການໃຊ້ໂທຣະສັພ ມືຖື ຢູ່ລາວ.
2009-10-19
ສປປລາວ ແລະ ສປຈີນ ຕັ້ງຫ້ອງການ ປະສານງານ ປາບປາມ ການຄ້າມະນຸດຂື້ນ ເພື່ອເຈົ້າໜ້າ ທັງສອງຝ່າຍ ຈະໄດ້ ປະສານງານ ແລະ ຮ່ວມມືກັນ ຢ່າງໃກ້ຊິດ. ການຄ້າຜູ້ຍິງ ແລະເດັກນ້ອຍ ໃນບໍຣິເວນ ເຂດຊາຍແດນ ຣະຫວ່າງພາກເໜືອ ຂອງລາວ ແລະ ພາກໃຕ້ຂອງຈີນ.