ເຣື້ອງທີ່ເກັບບັນທຶກໄວ້
2009-10-19
ໃນກອງປະຊຸມ ສມັຍສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາຕ ສປປລາວ ຊຸດທີ 6 ໄດ້ຮັບເອົາ ກົດໝາຍໃຫມ່ ສະບັບນຶ່ງ ວ່າດ້ວຍ ”ແນວລາວສ້າງຊາຕ” ຊຶ່ງມີຈຸດໝາຍ ອໍານວຍການ ປະກອບສ່ວນ ຂອງຄົນລາວ ໃນຕ່າງປະເທດ ເຂົ້າຮ່ວມໃນການ ພັທນາປະເທດ. ຣາຍລະອຽດ ແລະ ພາກປະຕິບັດ ຕົວຈິງເປັນແນວໃດ ພົງສວັນ ໄດ້ຮິບໂຮມຂໍ້ມູນ ຊຶ່ງວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ...
2009-10-19
ໜັງສືພິມ ພາສາອັງກິດ The Nation ຂອງໄທ ຣາຍງານວ່າ ໃນຂນະນີ້ ເຖິງວ່າ ເສຖກິດ ຂອງບາງປະເທດ ໃນເຂດ ອ່າງແມ່ນ້ຳຂອງ ຄືມີທ່າທີ ຈະຄ່ອຍເລິ້ມຟື້ນໂຕ ແຕ່ໃນສະພາບ ຄວາມເປັນຈິງແລ້ວ ເສຖກິດ ໃນພາກພື້ນ ແມ່ນ້ຳຂອງຍັງຕົກຕ່ຳຢູ່.
2009-10-19
ບໍຣິສັດ ລາວເອເຊັຍ ໂທຣະຄົມ ມະນາຄົມ ຮ່ວມມືກັບ ບໍຣິສັດ ທະຫານວຽດນາມ ຂຍາຍ ເຄືອຂ່າຍ ການໃຊ້ໂທຣະສັພ ມືຖື ຢູ່ລາວ.
2009-10-19
ສປປລາວ ແລະ ສປຈີນ ຕັ້ງຫ້ອງການ ປະສານງານ ປາບປາມ ການຄ້າມະນຸດຂື້ນ ເພື່ອເຈົ້າໜ້າ ທັງສອງຝ່າຍ ຈະໄດ້ ປະສານງານ ແລະ ຮ່ວມມືກັນ ຢ່າງໃກ້ຊິດ. ການຄ້າຜູ້ຍິງ ແລະເດັກນ້ອຍ ໃນບໍຣິເວນ ເຂດຊາຍແດນ ຣະຫວ່າງພາກເໜືອ ຂອງລາວ ແລະ ພາກໃຕ້ຂອງຈີນ.
2009-10-19
ເຈົ້າໜ້າທີ່ຂັ້ນສູງ ຈາກກົມປ່າໄມ້ ສປປລາວ ເປີດເຜີຍວ່າ ປັດຈຸບັນນີ້ ການພັທນາ ພື້ນຖານໂຄງຮ່າງ ຕ່າງໆທີ່ເກີດຂື້ນ ຢ່າງກວ້າງຂວາງ ທົ່ວປະເທດ ເປັນສາເຫດສຳຄັນ ອັນນຶ່ງທີ່ເຮັດໃຫ້ ພື້ນທີ່ປ່າໄມ້ ໂດຍຮວມ ຫລຸດໜ້ອຍລົງເລື້ອຍໆ.
2009-10-19
ບັນຫາສີ່ງແວດລ້ອມ ແລະ ການສືກສາ ເປັນບັນຫາ ທີ່ຈະຕ້ອງມີ ການແກ້ໄຂ ໃນລາວ ຊື່ງເປັນ ທັສນະແນວຄິດ ຂອງ ເຍົາວະຊົນລາວ ທີ່ໄດ້ນໍາສເນີ ຕໍ່ກອງຊຸມ ເຍົາວະຊົນ ອາຊຽນ ທີ່ຫົວຫີນ ປະເທດໄທ.
2009-10-17
ສັມພາດ ຄຣີມ ທິດາສວັນ, Cream Thidasavanh, ສິລປິນ ນັກຮ້ອງສາວ ປະເພດ pop, soft rock, R&B, ຊຶ່ງກໍາລັງ ໄດ້ຮັບຄວາມນິຍົມ ຢ່າງກ້ວາງຂວາງ ແລະ ເປັນຂັວນໃຈ ໜຸ່ມສາວ ທັງພາຍໃນ ແລະ ຕ່າງປະເທດ.
2009-10-16
ອົງການຈັດຕັ້ງຕ່າງໆ ໃນສປປລາວ ຮ່ວມຈັດງານ ເນື່ອງໃນວັນ ອາຫານໂລກ.
2009-10-16
ແຮງງານລາວ ທີ່ຜິດກົດຫມາຍ ໃນປະເທດໄທ ຕ້ອງໄດ້ລົງທະບຽນ ເພື່ອພິສູດສັນຊາດ ໃຫ້ແລ້ວກ່ອນ ເດືອນກຸມພາ ປີ 2010.
2009-10-16
ເຈົ້າໜ້າທີ່ ແລະ ນັກກິລາລາວ ກຳລັງກະຕຽມ ຈັດງານມະຫາກັມ ກິລາຊີເກມ ຢ່າງເອົາຈິງເອົາຈັງ ຄນະກັມມະການ ປະຊຸມກັນ ເລື້ອຍໆ ສ່ວນນັກກິລາ ກໍກຳລັງ ຝຶກຊ້ອມຢ່າງໜັກ. ອາວະຣີ ມີຣາຍລະອຽດ ມາສເນີທ່ານ ຕື່ມໃນອັນດັບ ຕໍ່ໄປ.
2009-10-16
ກັມພູຊາ ເປັນເຈົ້າພາບ ກອງປະຊຸມເພື່ອ ກາຣຕຣຽມພ້ອມ ແກ້ໄຂບັນຫາ ພັຍທັມມະຊາຕ ຊື່ງຈັດຂື້ນ ທີ່ ກຸງພະນົມເປັນ ໃນມື້ວັນ ພຣະຫັດນີ້ ໂດຽຜູ້ຕາງໜ້າ ຈາກ ສປຈີນ ລາວ ໄທຽ ພະມ້າ ແລະວຽຕນາມ ເຂົ້າຮ່ວມ.
2009-10-16
ປັດຈຸບັນ ຊາວໂລກ ກໍາລັງປະເຊີນ ກັບຄວາມທຸກຍາກ ແລະອຶດຫິວ ຫລາຍເພີ່ມຂຶ້ນ. ຈໍານວນຜູ້ອຶດຍາກ ເພີ່ມຂຶ້ນເປັນ 1 ພັນກວ່າລ້ານຄົນ ແລະຢ່າງໜ້ອຍ 400 ລ້ານຄົນ ເປັນເດັກນ້ອຍ ຊຶ່ງໃນນັ້ນ ມີປະຊາຊົນ ແລະເດັກນ້ອຍລາວ ຮວມຢູ່ນຳດ້ວຍ ແຕ່ກໍມີຂ່າວດີ ທີ່ບັນດາ ຜູ້ນໍາໂລກ ໃຫ້ສັນຍາວ່າ ຈະສນັບສນູນ ຂໍ້ລິເລີ່ມເພື່ອ ຮັບປະກັນ ດ້ານອາຫານເຖິງ 22 ພັນລ້ານໂດລາ ແລະຣັຖບານຂອງ ທ່ານ ບາຣັກ ໂອບາມາ ຂອງສະຫະຣັດ ອາເມຣິກາ ກໍມີຍຸທສາດໃໝ່ ເພື່ອຕໍ່ສູ້ຕ້ານ ຄວາມອຶດຫິວ. ຈຳປາທອງ ມີລາຍງານກ່ຽວກັບ ເລື້ອງນີ້ ມາສເນີທ່ານ.
2009-10-16
ໂຄງການເຂື່ອນ ນໍ້າໂມ້ ໃນແຂວງຊຽງຂວາງ ຂອງບໍຣິສັດ ວຽດນາມ ກໍາລັງຈະເລີ່ມ ລົງມືກໍ່ສ້າງແລ້ວ.
2009-10-16
ທີ່ດິນທີ່ຖືກ ຈັດສັນສຳຫລັບ ກາຣສັມປະທານ ມີພຽງສ່ວນໜ້ອຍ ເທົ່ານັ້ນ ທີ່ຖືກຕ້ອງຕາມ ກົດໝາຍ ຈຶ່ງເຮັດໃຫ້ ປະຊາຊົນໄດ້ ຮັບຄວາມເສັຽຫາຍ ຢ່າງຫລວງຫລາຍ.
2009-10-16
ບັນດາ ພໍ່ຄ້າ ໄທ ທີ່ນໍາສິນຄ້າ ໄປຂາຍ ໃນລາວ ຈໍານວນນຶ່ງ ສວຍໂອກາດ ຄ້າມະນຸສ ແລະ ລັກລອບ ຄ້າຂາຍ ຣົຖຍົນມືສອງ.