ເຣື້ອງທີ່ເກັບບັນທຶກໄວ້
2009-11-03
ທາງການ ລາວແລະໄທ ຢືນຢັນວ່າ ຈະສົ່ງຊາວມົ້ງລາວ ໃນໄທ ກັບສປປລາວ ຕາມທີ່ທັງສອງ ປະເທດ ໄດ້ຕົກລົງກັນໄວ້.
2009-11-03
ສູນກາງຊ່ວຍອົພຍົບ ທີ່ບາງກອກຫລື BRC ຈະຫລຸດງົບປະມານ ຊ່ວຍເຫລືອຊາວມົ້ງລາວ ຜູ້ທີ່ມີຖານະ ເປັນບຸກຄົນທີ່ຫນ້າ ເປັນຫ່ວງ ທີ່ຍັງຄ້າງຢູ່ສູນ ໃນບາງກອກ.
2009-11-03
ຫ້ອງການ ສະພາບແວດລ້ອມ ແຂວງບໍຣິຄຳໄຊ ສເນີໃຫ້ໂຄງການ ເຂື່ອນໄຟຟ້າ ນ້ຳເທີນ1 ຫລຸດຄວາມສູງ ຂອງເຂື່ອນລົງ.
2009-11-03
ກອງປະຊຸມຫາຣື ກ່ຽວກັບກາຣປັກປັນ ເຂຕແດນທາງນ້ຳ ຣະຫວ່າງລາວ-ໄທຽ ຈັດຂຶ້ນຢູ່ບາງກອກ ໃນທ້າຍເດືອນຕຸລາ ຜ່ານມາ.
2009-11-03
ກາຣແພ່ຣະບາດ ຂອງຢາເສພຕິດ ຢູ່ ສປປລາວ ມີຄວາມຮຸນແຮງ ກວ່າເກົ່າໃນປີ 2009 ນີ້ ດັ່ງຈະເຫັນໄດ້ ຈາກຈຳນວນເພີ່ມຂຶ້ນ ຂອງຢາບ້າ ຢາຝິ່ນ ຕລອດຮອດຜູ້ຄ້າ ຜູ້ເສພ ແລະໂຮງງານຜລິຕ ທີ່ທາງກາຣກ່ຽວຂ້ອງ ຂອງລາວ ຄວນຈະເອົາມາຕກາຣ ແລະ ເພີ່ມດ້ານງົບປະມານ ເພື່ອແກ້ໄຂ ໂດຽບໍ່ຈຳເປັນ ທີ່ຈະຕ້ອງອາສັຍ ແຕ່ກາຣຊ່ວຍເຫລືອ ຈາກນາໆຊາຕ ເທົ່ານັ້ນ.
2009-11-03
ຊາວບ້ານທີ່ຢູ່ ໃນເຂດຫ່າງໄກ ຕາມພູຕາມດອຍ ທົ່ວແຂວງຊຽງຂວາງ ຍັງມີຄວາມຊິນເຄີຍ ກັບການຖາງປ່າ ເຜົາຫຍ້າເຮັດໄຮ່ ຢູ່ຄືເກົ່າ.
2009-11-02
ລາວ ສືບຕໍ່ ແຜນຍຸທສາດ ການຮ່ວມມື ກັບວຽດນາມ ທາງດ້ານເສຖກິດ, ວັທນະທັມ, ການສຶກສາ, ອຸດສາຫະກັມ, ກະສິກັມ ແລະ ປ່າໄມ້.
2009-11-02
ທາງກາຣ ສປປລາວ ອະນຸຍາຕ ໃຫ້ມີກາຣລົງທຶນ ໃນປະເທສກວ່າ 200 ໂຄງກາຣ ມູລຄ່າຮວມ 4,300 ລ້ານດອລລາຣ໌ ໃນ 9 ເດືອນຂອງປີ 2009 ນີ້.
2009-11-02
ພຣະທາຕຫລວງວຽງຈັນ ເປັນປູຊະນິຍະຖານ ປະຈຳຊາດ ຊຶ່ງແຕ່ໃດໆມາ ປະຊາຊົນລາວ ພາກັນບູຣະນະ ແລະສັກຣະບູຊາ. ຕັ້ງແຕ່ປີ 1991 ເປັນຕົ້ນມາ ຣັຖບາລ ສປປລາວ ຍັງເອົາໃສ່ຕໍ່ ສັນຍາລັກ ປະຈຳປະເທດ. ເຮົາຮູ້ວ່າ ພຣະທາຕຫລວງວຽງຈັນ ຖືກສ້າງຂື້ນໃນ ຣາຊການຂອງພຣະເຈົ້າ ໄຊຍະເສຖາທິຣາດ ໃນສັຕວັດທີ 16 ແຕ່ປວັດການກໍ່ສ້າງ ພຣະທາດຫລວງ ມີມາແນວໃດ? ເຊີນທ່ານຮັບຟັງ ບົດສະຣະຄະດີ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ພົງສວັນ
2009-11-02
ຄນະທູດສະຫະຣັຖ ທີ່ໄປເຈຣະຈາ ໃນພະມ໊າ ອາດຈະບໍ່ໄດ້ ພົບປະກັບ ຜູ້ນຳຜະເດັດການ ທະຫານ.
2009-11-02
ລາວ-ໄທ ເພີ້ມກອງກໍາລັງ ຮັກສາຄວາມປອດພັຍ ການກວດກາ ຕາມລຳແມ່ນ້ຳຂອງ ຫລາຍຂື້ນຫລັງຈາກ ເປີດກາຊີໂນ ໃນແຂວງບໍ່ແກ້ວ.
2009-11-02
ໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳມັງ 1 ທີ່ ແຂວງບໍຣິຄຳໄຊ ຍັງມີການສຳຣວດ ພື້ນທີ່ ໃນບ່ອນທີ່ຈະ ບໍ່ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ຫລາຍປານໃດ ຢູ່ໃນເວລານີ້.
2009-11-02
ເດັກນ້ອຍຍີງລາວ ສອງຄົນ ຖືກຊ່ອຍຊີວີດ ມາໄດ້ ໃນຂນະທີ່ ຖືກກຸ່ມຄ້າມະນຸດ ກຳລັງຈະສົ່ງໄປຈີນ.
2009-11-02
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 12 ໃນມື້ນີ້ຈະໄດ້ ເລົ່າເຖິງຕອນທີ່ ພວກນັກໂຫດ ສັມມະນາກອນ ພາກັນ ປຸກຕູບ ພໍໄດ້ຂຸກຫົວນອນ ໃນຍາມກາງຄືນ ແລະ ຕອນເດິກຂ້ອນຄືນ ນໍ້າໜອກກໍລົງ ນໍ້າຄ້າງກໍຕົກ ບາງຄັ້ງຝົນກໍຕົກ ຊໍ້າເຂົ້າອີກ ປະສົມກັບອາກາດ ທີ່ໜາວເຢັນ ໃນແຕ່ລະຄືນ...... ເຊີນທ່ານຮັບຟັງໄດ້ ສເນີໂດຍ: ໂມທະນາ