ເຣື້ອງທີ່ເກັບບັນທຶກໄວ້
2009-09-30
ສະຫະຣັດ ແລະ ພະມ້າ ມີກຳນົດພົບປະກັນ ທີ່ນະຄອນນິ໊ວຢ໊ອກ ໃນວັນອັງຄານ ນີ້.
2009-09-30
ລາວ, ໄທ ແລະວຽດນາມ ຈັດສັມມະນາ ເພື່ອຈັດຕັ້ງແຜນ ປະຕິບັດຕ້ານ ຢາເສພຕິດ ຮ່ວມກັນ ທີ່ປະເທດໄທ.
2009-09-30
ເຈົ້າໜ້າທີ່ ທາງການລາວ ແຂວງເຊກອງ ແລະແຂວງຄຳມ່ວນ ພວມຫ້າງຫາກະຕຽມ ເພື່ອຮັບມືກັບ ລົມພະຍຸໃຕ້ຝຸ່ນເກສນາ (Ketsana) ທີ່ກຳລັງພັດ ເຂົ້າວຽຕນາມ ແລະຄາດວ່າຈະພັດ ເຂົ້າທາງພາກກາງ ຂອງປະເທດລາວ ໃນໄວໆນີ້. ດັ່ງ: ໄມຊູລີ ມີຂໍ້ຄວາມມາ ສເນີທ່ານໃນ ອັນດັບຕໍ່ໄປ.
2009-09-30
ທາງການອາຈຍົກ ລະດັບສນາມບິນ ຫລວງນ້ຳທາເປັນ ສະໜາມບິນນາໆຊາຕ ແຫ່ງທີ5.
2009-09-30
ຊາວບ້ານສີ່ຄົນ ຖືກຈັບໃນຂໍ້ຫາ ໝິ່ນປະໝາດ ທາງການ ໃນຣະຫວ່າງການ ຮຽກຮ້ອງເຣື້ອງ ຄ່າທົດແທນ ຂອງໂຄງການສ້າງ ສນາມກ໋ອຟ ທີ່ຫລວງພຣະບາງ.
2009-09-29
ທາງກາຣ ສປປລາວ ຮຽກທວງໃຫ້ມີ ກາຣປະຕິຮູບ ໃນສະຫະປະຊາຊາຕ ພ້ອມຍັງຮຽກຮ້ອງ ໃຫ້ບັນດາປະເທສ ສະມາຊິກຕ່າງໆ ໄດ້ໃຫ້ສັຕຍາບັນ ແກ່ສົນທິສັນຍາ Oslo ວ່າດ້ວຍກາຣຫ້າມໃຊ້ ແລະໃຫ້ກຳຈັດຣະເບີດ ລູກຫວ່ານ ໃຫ້ໝົດສິ້ນໄປ.
2009-09-29
ຍານາງ ອອງຊານຊູຈີ ຫົວໜ້າຝ່າຍຄ້ານ ພະມ້າ ຢາກພົບປະຫາລື ກັບຜູ້ຕາງໜ້າ ປະເທດຕາເວັນຕົກ ກ່ຽວກັບບັນຫາ ທີ່ວ່າຈະສືບ ຕໍ່ຫລືຍົກເລີກການ ລົງໂທດທາງດ້ານ ເສຖກິດຕໍ່ຣັຖບານ ທະຫານພະມ້າ.
2009-09-29
ເດັກນ້ອຍ ຢູ່ແຂວງຫົວພັນ ເຖິງ30ສ່ວນຮ້ອຍ ບໍ່ໄດ້ຮຽນໜັງສື ຍ້ອນໂຮງຮຽນຢູ່ໄກ ແລະ ທຸກຍາກຂາດເຂີນ ຈຳເປັນຕ້ອງ ເຮັດວຽກຊ່ວຍພໍ່ແມ່.
2009-09-29
ສປຈີນ ເປັນປະເທດ ອັນດັບ2 ໃນບັນດາປະເທດ ທີ່ເຂົ້າມາ ລົງທຶນຢູ່ລາວ ແລະກຳລັງຈະກາຍເປັນ ອັນດັບ1 ໃນບໍ່ຊ້ານີ້.
2009-09-29
ທາງການທະຫານໄທ ໄດ້ສົ່ງຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ຜູ້ທີ່ສມັກໃຈ ກັບລາວ ເປັນຄັ້ງທີ18 ຈຳນວນ85ຄົນ ໃນມື້ວັນທີ29 ກັນຍາ2009. ແຕ່ທາງການລາວ ຢືນຢັນວ່າ ໄດ້ຮັບພຽງແຕ່ 50ຄົນ.
2009-09-29
ແຂວງຄຳມ່ວນ ຕົກຢູ່ໃນພາວະສ່ຽງ ທີ່ຈະໄດ້ຮັບ ຜົນກະທົບ ຈາກລົມພະຍຸ ເກສນາ.
2009-09-28
ໃນກອງປະຊຸມ ສຸດຍອດຄັ້ງທີ່9 ໃນເດືອນ ຕຸລາ ປີ 2003 ຢູ່ທີ່ເກາະ Bali ປະເທດອີນໂດເນເຊັຽ. ກຸ່ມອາຊ້ຽນໄດ້ ຖແລງຢ່າງ ສະງ່າຜ່າເຜີຍ ຕໍ່ການຂຍາຍຕົວ ໃນສາມດ້ານ ຄື:ດ້ານເສຖກິດ ດ້ານຄວາມປອດພັຍ ດ້ານສັງຄົມແລະ ວັທນະທັມ. ຈົນເຖິງທຸກມື້ນີ້ ໂຄງການສາມຢ່າງ ກ້າວໜ້າໄປຮອດ ຂັ້ນໃດແລ້ວ ຂໍເຊີນທ່ານຮັບຟັງ ບົດວິຈັຍ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ຮິບໂຮມໂດຍ: ພົງສວັນ ແລະ ສເນີໂດຍ : ຈະເຣີນສຸກ
2009-09-28
ແຂວງບໍ່ແກ້ວ ບໍ່ສາມາດຄວບຄຸມ ຄົນງານຕ່າງດ້າວ ທີ່ອອກແຮງງານ ແບບຜິດກົດຫມາຍ ແລະກໍຫລາຍເກີນ ຈຳນວນທີ່ໄດ້ ຕົກລົງກັນໄວ້ ກັບທາງການຂອງລາວ.
2009-09-28
ຫໍພິພິທພັນຂ່າວ ເປັນຫໍເກັບກຳຂ່າວ ເປັນສຖາບັນທີ່ ບອກເລົ່າເຖິງຄວາມ ເປັນມາຂອງຂ່າວ ເປັນສຖານທີ່ ໃນລັກສນະໃຫ້ ຜູ້ຄົນເຂົ້າຊົມ ແບບທັສນະສຶກສາ, ຮຽນຮູ້ເຖິງຄວາມ ສຳຄັນຂອງການ ມີເສຣີພາບ ໃນການປາກເວົ້າ ແລະຂີດຂຽນ. ປະຊາຊົນ ມີສິດທີ່ຈະຮູ້, ນັກຂ່າວມີສິດ ບອກໃຫ້ຮູ້ ໃນເຫດການ ທີ່ເກີດຂື້ນໃນ ແຕ່ລະວັນ ຂອງໂລກພາຍ ແລະ ພາຍໃນປະເທດ. ສຖານບັນນີ້ ສະແດງເຖິງ ສິດເສຣີພາບ ແລະຈະຢູ່ຄຽງຄູ່ ກັນໄປກັບຄຳວ່າ ປະຊາທິປະຕັຍ.
2009-09-28
ທາງການລາວ ໄດ້ໃຫ້ການວ່າ ບໍ່ມີບ່ອນຜລິດ ຢາເສພຕິດ ຢູ່ທາງພາກເໜືອ ຂອງປະເທດ ແຕ່ຢ່າງໃດ.