ເຣື້ອງທີ່ເກັບບັນທຶກໄວ້
2010-01-27
ສປປລາວ ເປັນເຈົ້າພາບກອງປະຊຸມ ກ່ຽວກັບການທົດລອງ ໃຊ້ຣະບົບຄອມພິວເຕີ ເພື່ອປະເມີນຜົນ ໃນການຄຸ້ມຄອງ ຊັພຍາກອນປ່າໄມ້.
2010-01-27
ລາວ ຍອມຮັບວ່າ ໄດ້ປະຕິເສດຄຳຮ້ອງ ຂອງ ສະຫະປະຊາຊາດ ທີ່ຢາກເຂົ້າໄປ ຢ້ຽມຢາມຊາວມົ້ງລາວ.
2010-01-26
ບັນຫາທີ່ເຮັດໃຫ້ ສະຫະຣັຖ ແລະສປຈີນ ຂັດໃຈກັນ ກໍນັບວ່າມີຫລາຍ ສົມຄວນແລ້ວ ແຕ່ເມື່ອມໍ່ໆມານີ້ ຊ້ຳພັດມີເຣື້ອງບໍຣິສັດດ Google ຍັກໃຫຍ່ອະເມຣິກັນດ້ານ internet ຂູ່ວ່າຈະຖອນ ກິຈການ ອອກຈາກປະເທດຈີນ ຍ້ອນທົນຕໍ່ການ ແຊກແຊງ ແລະ ກວດກາຢ່າງເຂັ້ມງວດ ຂອງທາງການຈີນ ອີກຕໍ່ໄປບໍ່ໄຫວ. ບັນຫາຂັດແຍ້ງລ້າສຸດ ເກີດຂຶ້ນໄດ້ແນວໃດ ແລະມີຄວາມສຳຄັນ ຕໍ່ຣັຖບານ ສະຫະຣັຖຫລາຍປານໃດ ຈຶ່ງເຮັດໃຫ້ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອອກມາໃຫ້ຄວາມຄິດວາມເຫັນ ກ່ຽວກັບບັນຫາ ດັ່ງກ່າວ ຊຶ່ງວຽງໄຊ ຈະສເນີຣາຍລະອຽດ ສູ່ທ່ານຟັງ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-26
ການຂຍາຍຕົວ ທາງດ້ານເສຖກິດ ໃນສປປລາວ ມີຄວາມແຕກຕ່າງກັນ ໃນແຕ່ລະພາກ, ແຕ່ລະແຂວງ, ໃນຕົວເມືອງ ແລະ ຊົນນະບົດ, ຊຶ່ງ ດຣ.ມານະ ສຸດທິຈັກ ຈະອະທິບາຍສູ່ທ່ານຟັງ ໃນຣາຍການ ເສຖກິດ ປະຈໍາສັປດາ… ຈັດມາສາເນີທ່ານ ໂດຍ: ຈະເຣີນສຸກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-26
ຣັຖບານລາວ ສເນີໃຫ້ບໍຣິສັດ OJI Lao ປູກຕົ້ນໄມ້ ອຸດສາຫະກັມ
2010-01-26
ທາງການລາວ ທໍາລາຍສິນຄ້າກ່າຍແບບ ຫລືສິນຄ້າ ລະເມີດລິຂສິດ ຄັ້ງໃຫ່ຽໃນລາວ.
2010-01-26
ສປປລາວ ມີໂຄງການຈະສ້າງ ເຂື່ອນໄຟຟ້າ ນ້ຳຕົກອີກແປດແຫ່ງ ຢູ່ແຂວງຈຳປາສັກ.
2010-01-26
ການຂຸດຄົ້ນແຮ່ຄຳ ຢູ່ແຂວງຊຽງຂວາງ ທຳລາຍສິ່ງແວດລ້ອມ ແລະ ສັດສາວາສິ່ງ.
2010-01-25
ໃນບົດວິຈັຍ ຫລາຍສັປດາມາແລ້ວ ເຮົາໄດ້ເວົາເຖິງ ເຂດພັທນາເສຖກິດ ຊຶ່ງກ່ຽວພັນກັບລາວ ແລະປະເທດເພື່ອນບ້ານ ຫລາຍໂຄງການ. ນຶ່ງໃນເງື່ອນໄຂ ທີ່ຈະເຮັດໃຫ້ໂຄງການ ເຫລົ່ານີ້ ບັນລຸຜົນ ໄດ້ຄືເສັນທາງ ຄົມນາຄົມ. ມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນຕ່າງໆ ກ່ຽວກັບເສັ້ນທາງ ຄົມນາຄົມ ທີ່ເຊື່ອມໂຍງຣະຫວ່າງ ລາວ-ໄທ ແລະວຽດນາມ ຕາມເສັ້ນທາງໝາຍ ເລຂເກົ້າ ຊຶ່ງ ວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-25
ຣາຍການໝໍລຳລາວ ປະຈຳສັປດາ. ຈັດສເນີທ່ານ ໂດຍ : ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-25
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 24 ໃນມື້ນີ້ ຈະໄດ້ສືບຕໍ່ ເລົ່າເຖິງພວກນັກໂທດ ສັມມະນາກອນ ພາກັນສຸມສ້າງ ຄ້າຍສູນສັມມະນາໃໝ່ ທີ່ບ້ານດົງຢ່າງຕໍ່ເນື່ອງ.. ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-25
ການເຊົ່າ ແລະ ສັມປະທານທີ່ດິນ ເພື່ອປູກຕົ້ນໄມ້ ອຸດສະຫະກັມ ເຮັດໃຫ້ການຜລິດ ກະສິກັມ ຫລຸດນ້ອຍລົງ.
2010-01-25
ປະຊາຊົນລາວ ເກືອບບໍ່ໄດ້ຮັບ ຜົລປໂຍດຫຍັງເລີຍ ຈາກໂຄງການຂະໜາດໃຫຍ່ ຂອງນັກລົງທຶນ ຕ່າງປະເທດ.
2010-01-25
ລາວ ແລະ ໄທ ຈະຮ່ວມມືກັນ ເສີມຂະຫຍາຍ ບົດບາດທາງດ້ານວັທນະທັມ ຂອງປະຊາຊົນ ທີ່ຢູ່ 2 ຟາກຝັ່ງແມ່ນ້ຳຂອງ ໂດຍໄດ້ຈັດຕັ້ງ ກອງປະຊຸມ ຣະຫວ່າງສອງປະເທດ ກ່ຽວກັບ ໂຄງການ ສືບຊາຕາແມ່ນ້ຳຂອງ.
2010-01-22
ເຖິງວ່າຊາວມົ້ງລາວ ສີ່ພັນກວ່າຄົນ ຈາກບ້ານຫ້ວຍນ້ຳຂາວ ແລະໜອງຄາຍ ຈະຖືກສົ່ງກັບຄືນ ປະເທດທັງໝົດ ແລ້ວກໍ່ຕາມ ແຕ່ບັນຫາກໍຍັງ ບໍ່ຈົບສິ້ນເທື່ອ ເນື່ອງຈາກປະຊາຄົມ ສາກົນຍັງໃຫ້ຄວາມສົນໃຈ ຢ່າງບໍ່ລົດລະ ແລະຄົງເປັນເຫດນີ້ເອງ ທາງການລາວຈຶ່ງໄດ້ ເຊີນສຳນັກຂ່າວທີ່ຕິດຕາມຣາຍງານ ກ່ຽວກັບບັນຫານີ້ ໃນບາງກອກ ແລະ Hanoi ໄປຮ່ວມປະຊຸມ ຖແລງຂ່າວໃນວັນຈັນ 25 ມົກຣາ ທີ່ນະຄອນວຽງຈັນ ໂດຍພົນຈັດຕະວາ ບົວສ້ຽງ ຈຳປາພັນ ປະທານອານຸກັມມາການການຮ່ວມມືຊາຍແດນລາວ-ໄທ… ອັນດັບຕໍ່ໄປ ວຽງໄຊ ຈະສເນີການວິຈັຍ ກ່ຽວກັບບັນຫາດັ່ງກ່າວ