ເຣື້ອງທີ່ເກັບບັນທຶກໄວ້
2011-02-17
ນັກເຄື່ອນໄຫວ ຂອງໄທ ຮຽກຮ້ອງ ໃຫ້ຣັຖບານ ຈັດການ ອະພິປາຍ ຟັງຄວາມຄິດເຫັນ ກ່ຽວກັບ ການສ້າງເຂື່ອນ ໃນລາວ ໃຫ້ໄວຂຶ້ນ.
2011-02-16
ການປະທ້ວງ ແບບສັນຕິ ຂອງຊາວ Egypt ເພື່ອໂຄ້ນລົ້ມ ຣະບອບຜະເດັດການ ຂອງ ປະທານາທິບໍດີ Hosni Mubarak ທີ່ມີມາເປັນ ເວລາ 30 ປີແລ້ວນັ້ນ ຈົບລົງ ໃນມື້ທີ່ 18 ດ້ວຍໄຊຊະນະ ຂອງ ປະຊາຊົນ ທີ່ລຸກຂຶ້ນ ຕໍ່ຕ້ານ ການຂາດສິດ ເສຣີພາບ ປະຊາທິປະໄຕ. ແຕ່ໄຊຊະນະ ດັ່ງກ່າວ ເປັນພຽງການ ລິເລີ້ມ ສັກກະຣາດ ໃໝ່ ສໍາລັບຊາວ Egypt ຊຶ່ງເຮັດໃຫ້ ຫລາຍປະເທດ ທີ່ປົກຄອງ ດ້ວຍຣະບອບ ຜະເດັດການ ຕິດຕາມ ສິ້ງຊອມເບິ່ງ ດ້ວຍຄວາມ ບໍ່ສບາຍໃຈ.
2011-02-16
ງານຊາປະນະກິດ ສົພ ຊາວມົ້ງລາວ ຖືເປັນສິ່ງ ທີ່ສໍາຄັນ ຊຶ່ງຈະຕ້ອງ ໄດ້ປະຕິບັດ ໃຫ້ຖືກຕ້ອງ ຕາມຮີດຄອງ ປະເພນີ ເພື່ອດວງວີນຍານ ຂອງຜູ້ທີ່ ຕາຍໄປນັ້ນ ໄດ້ຂື້ນສູ່ ສວງສວັນ. ມະນີຈັນ ຈະນໍາມາ ສເນີທ່ານ ໂດຍອິງເອົາ ຕາມການໃຫ້ ສໍາພາດ ກັບທ່ານ ເຈີຍດົ້ວ ໃນງານປົງສົພ ຂອງທ່ານ ອະດິດ ນາຍພົລ ວັງປາວ ທີ່ເມືອງ Fresno ຣັຖ California ສະຫະຣັຖອາເມຣິກາ...
2011-02-16
ສະຫະປະຊາຊາດ ວ່າ ແມ້ແຕ່ ຊາວຕ່າງດ້າວ ໂຍກຍ້າຍ ທີ່ຢູ່ ກໍຈະຕ້ອງ ມີສິດທິ ພື້ນຖານ ມະນຸດ.
2011-02-16
ຊາວເມືອງ ຫລວງພຣະບາງ ເປັນຫ່ວງນໍາ ການເຂົ້າມາ ຂອງຊາວຕ່າງ ປະເທດ ແລະ ການຊື້ບ້ານເຮືອນ ໃນຕົວເມືອງ ຫລວງພຣະບາງ.
2011-02-16
ໂຮງງານຕົ້ມຢາງ ບ້ານໜອງພະຍາ ເຮັດໃຫ້ ສຸຂພາບ ຂອງຊາວບ້ານ ຊຸດໂຊມ.
2011-02-16
ກົມພາສີ ອາກອນ ສປປລາວ ຈະໃຊ້ຣະບົບ ເຄືອຂ່າຍ ອີນເຕີແນັດ ໃນການເກັບ ຂໍ້ມູນ ສີນຄ້າ ເຂົ້າ-ອອກ.
2011-02-16
ແຂວງຄໍາມ່ວນ ແກ້ໄຂ ວຽກງານ ການກະເສດ ທີ່ບໍ່ມີ ປະສິດທິພາບ ນັ້ນ ໃຫ້ດີຂຶ້ນ ໂດຍເລັ່ງໃສ່ ເຂດທີ່ຖືກ ນໍ້າຖ້ວມ.
2011-02-16
ກຸ່ມປົກປ້ອງ ສິ່ງແວດລ້ອມ ແລະ ປະຊາຊົນ ແຂວງນະຄອນ ພນົມ ຂອງໄທ ຕ້ານໂຄງການ ສ້າງເຂື່ອນ ໄຊຍະບູຣີ.
2011-02-15
ມາຮອດ ປັດຈຸບັນນີ້ ການກະກຽມ ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກ ປະຊາຊົນ ປະຕິວັດລາວ ດໍາເນີນໄປ ຢ່າງເຄັ່ງຕຶງ ຖ້າມກາງຄວາມ ຂັດແຍ່ງ ພາຍໃນວົງການ ຜູ້ນໍາ ຣະດັບສູງ ຂອງພັກ.
2011-02-15
ການສໍາພາດ ທ່ານ ຕູຊົວ ລີຟຸງ ຊຶ່ງເປັນຜູ້ນໍາ ອົງການຈັດຕັ້ງ ຂອງຊົນຂາດລາວ ອົງການນຶ່ງ ທີ່ປະເທດ ຝຣັ່ງເສດ ຊຶ່ງທ່ານກໍໄດ້ ເນັ້ນເຖິງ ຄວາມສໍາຄັນ ຂອງການ ຕໍ່ສູ້ທາງ ດ້ານກົດໝາຍ ເພື່ອໃຫ້ລາວ ເປັນປະເທດ ເສຣີ ປະຊາທິປະໄຕ ຮັບຮູ້ຫລາຍ ພັກການເມືອງ.
2011-02-15
ຜແນກລ້ຽງສັຕ ແລະ ການປຣະມົງ ແຂວງຈໍາປາສັກ ມີໂຄງກາຣ ເພາະພັນປາ ເພື່ອຊ່ວຍເຫລືອ ກະເສຕກອນ.
2011-02-15
ບໍຣິສັດ ວຽດນາມ ຈະສ້າງເຂື່ອນ ຢູ່ອັດຕະປື ເມື່ອສ້າງແລ້ວ ຈະສົ່ງ ກະແສໄຟ ໄປວຽດນາມ ເປັນສ່ວນໃຫຍ່.
2011-02-15
ເມືອງໂພນໂຮງ ແຂວງວຽງຈັນ ກໍາລັງສ້ອມແປງ ແລະສ້າງໂຮງຮຽນ ໃຫ້ມີທຸກບ້ານ ແຕ່ບັນຫາ ການຂາດເຂີນ ງົບປະມານ, ຄຣູສອນ ແລະ ອຸປກອນ ການຮຽນ ການສອນ ກໍຍັງເປັນ ອຸປສັກ ຢູ່ຕລອດມາ.
2011-02-15
ສູນອົພຍົບ ຂອງ ສະຫະປະຊາຊາດ ໃນກັມພູຊາ ທີ່ເປັນບ່ອນ ພັກເຊົາ ຂອງຊົນເຜົ່າ ມອນຕາຍາດ ຂອງວຽດນາມ ຖືກປິດລົງ ໃນວັນ ອັງຄານນີ້, ໂດຍເປັນການ ປ່ອຍປະ ໂຊກຊະຕາກັມ ຂອງກຸ່ມດັ່ງກ່າວ ທີ່ຂໍລີ້ພັຍ ການເມືອງ ໃນອະນາຄົດ ໃຫ້ຕົກຢູ່ໃນ ກໍາມື ຂອງຣັຖບານ.