ເຣື້ອງທີ່ເກັບບັນທຶກໄວ້
2011-02-15
ກອງທັບອີຢິບ ຮຽກຮ້ອງ ໃຫ້ປະຊາຊົນ ຢຸດການປະທ້ວງ ໄດ້ແລ້ວ ຍ້ອນວ່າ ຈະສ້າງຄວາມ ເສັຍຫາຍ ໃຫ້ປະເທດຊາດ ຕື່ມຂຶ້ນ.
2011-02-15
ເຂົ້ານາແຊງ ຂອງຊາວນາ ໃນເມືອງແມດ ແຂວງວຽງຈັນ ບໍ່ໄດ້ຕາມ ຄວາມຄາດໝາຍ ຍ້ອນລະບົບ ຊົລປະທານ ເພພັງ ຈາກພັຍ ທັມມະຊາດ ເຮັດໃຫ້ ຂາດເຂີນນໍ້າ ເຂົ້າສູ່ໄຮ່ນາ.
2011-02-14
ຣາຍການ ໝໍລໍາ ແຕ່ເໜືອ ຕລອດໃຕ້ ຈັດມາສເນີທ່ານ ໂດຍ ໄມຊູລີ...
2011-02-14
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາສັປດາ ຕອນທີ 79. ໃນມື້ນີ້ ຜູ້ຂຽນຈະໄດ້ ເວົ້າເຖິງ: ການບອກເລົ່າ ຂອງທ້າວ ”ຄຳບົນ” ຜູ້ຊຶ່ງເປັນນຶ່ງ ໃນຈໍານວນ ນັກລົບ ທີ່ເຄີຍເຂົ້າຮ່ວມ ໃນກອງກໍາລັງ ແນວລາວ ມາກ່ອນ ຊຶ່ງກໍໄດ້ ກາຍມາເປັນ ນັກໂທດເຊັ່ນກັນ ແລະ ກໍເປັນນັກໂທດ ພຽງຜູ້ດຽວ ທີ່ຍັງຄົງ ເຫລືອຢູ່ດົນ ກວ່ານັກໂທດ ຄົນອື່ນໆ ຊື່ງຍັງຖືກ ກັກຂັງຢູ່ໃນ ຫ້ອງຄຸມຂັງ ຂອງ ”ສູນດັດສ້າງ ບ້ານແກ້ງຄັນ” ເພື່ອລໍຖ້າການ ຕັດສີນ ຈາກ ທາງຂັ້ນເທິງຢູ່.
2011-02-14
ຣາຍການ ສາຣະຄະດີ ເຣື້ອງ ”ສັມມະນາກອນ ຫຼື ນັກໂທດ1,139 ມື້“ ບົດທີ 14 ໃນມື້ນີ້ ຈະໄດ້ກ່າວເຖິງ ຊິວິດນັກໂທດ ແມ່ຍິ່ງ ໃນສູນ ສັມມະນາ.
2011-02-14
ຣາຍການ ວັທນະທັມລາວ ຕອນທີ່ 13 ໃນມື້ນີ້ ຈະໄດ້ກ່າວ ເຖິງ ເຈົ້າຄອງ ນະຄອນຕ່າງໆ ໃນຣາຊອານາຈັກ ສີໂຄດຕະບູນ.
2011-02-14
ວົງສາຄະນາຍາຕ ເຊື້ອສາຍ ຣາຊວົງ ລາວ ແລະ ບັນດາ ບຸກຄົນສໍາຄັນ ທັງລາວ ແລະ ຕ່າງປະເທດ ເຂົ້າຮ່ວມພິທີ ປົງສົພ ພຍານໍຣະປະໂມກ ອະດີດ ພົນໂທ ວັງປາວ.
2011-02-14
ສະພາກາຊາຕ ແຂວງ ຈໍາປາສັກ ໃຫ້ຄວາມຮູ້ ປະຊາຊົນ ກ່ຽວກັບ ການປ້ອງກັນ ໂຣຄເອດສ.
2011-02-14
ບົດລາຍງານ ການສໍາຣວດ ຂອງອົງການຕ່າງຊາດ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການຄ້າ ປະເວນີເດັກນ້ອຍ ໃນລາວ.
2011-02-14
ຊາວລາວ ນະຄອນຫລວງ ວຽງຈັນ ມີຄວາມເຫັນວ່າ ສະຖານະການ ໃນປະເທດອີຢິບ ຄົງຈະດີຂຶ້ນ ຫລັງຈາກ ປະທານາທິບໍດີ ລາອອກຈາກ ຕໍາແໜ່ງ.
2011-02-11
ຕໍາຣວຈໄທ ຈັບເຈົ້າຂອງ ຮ້ານອາຫາຣ ແຫ່ງໜຶ່ງ ແຂວງສຸພັນບຸຣີ ທີ່ລັກລອບ ຄ້າປະເວນີ ເດັກນ້ອຍ ຜູ້ຍິງລາວ.
2011-02-11
ຊາວເມືອງຊຽງຄານ ແຂວງເລີຽ ບໍ່ເຫັນພ້ອມ ໃນໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ເພາະຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ຢ່າງຫລວງຫລາຍ.
2011-02-11
ຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາສັປດາ ໃນມື້ນີ້, ມະນີຈັນ ຈະນໍາເອົາ ຄໍາເຫັນຂອງ ທ່ານ ”ວິກເຕີ ວາງ” ນັກຮຽນຣູ້ ປັນຍາຊົນ ລາວ ທີ່ເມືອງ Fresno ຣັຖ California ສະຫະຣັຖ ອະເມຣິກາ ຊຶ່ງໄດ້ມາຮ່ວມ ພີທີ ຊາປະນະກິດສົພ ຂອງ ມື້ລາງ ພຍາ ນໍຣະປະໂມກ ພົນໂທ ວັງປາວ ທີໄດ້ເວົ້າເຖິງ ຄໍາຕັກເຕືອນ ອັນດີງາມ ຂອງທ່ານ ນາຍພົນ ຕໍ່ເຍົາວະຊົນ ຊາວລາວ.
2011-02-11
ກອງປະຊຸມ ໃຫຍ່ຄັ້ງ ທີ 9 ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ຈະໄຂຂຶ້ນ ໃນອີກ ບໍ່ດົນນີ້ ຈະມີການ ຣາຍງານ ການເມືອງຂອງ ຄນະບໍຣິຫານ ງານ ສູນກາງພັກ ສມັຍ ທີ 8 ແລະ ຣາຍງານ ກ່ຽວກັບ ທິດທາງ ໜ້າທີ່ຕົ້ນຕໍ ຂອງແຜນພັທນາ ເສຖກິດສັງຄົມ 5 ປີ ຄັ້ງທີ 7 ອັນໃດແດ່ ແລະ ສະພາບ ຄວາມເປັນຈິງ ເປັນຄືແນວໃດ?…
2011-02-11
ນາຍົກ ຣັຖມົນຕຣີໄທ ຮຽກຮ້ອງ ໃຫ້ອົງການ UNESCO ຊ່ວຍຍຸຕິ ຄວາມວູ້ນວາຍ ໃນເຂດ ເຂົາພຣະວິຫານ ຣະຫວ່າງ ໄທ ກໍາພູຊາ.