ເຣື້ອງທີ່ເກັບບັນທຶກໄວ້
2011-08-23
ກຸ່ມ ນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ປະນາມ ຣັຖບານ ວຽດນາມ ທີ່ ໂຈມຕີ ເຄືອຂ່າຍ ອິນເຕິແນັດ ຂອງ ພວກ ຂະເຈົ້າ.
2011-08-23
ອົງການ ສະຫະ ປະຊາຊາດ ຮຽກຮ້ອງ ໃຫ້ ເອເຊັຽ ບັງຄັບ ໃຊ້ ກົດຫມາຍ ຕ້ານ ການ ຄ້າມະນຸດ ຢ່າງ ເຄັ່ງຄັດ ແລະ ຈິງຈັງ.
2011-08-23
ນັບແຕ່ ເດືອນ ມິນາ ຫາ ກໍຣະກະດາ ມານີ້ ມີຜູ້ເປັນ ໄຂ້ເລືອດອອກ ໃນແຂວງ ບໍ່ແກ້ວ ປະມານ 200 ກ່ວາ ຄົນ.
2011-08-23
ຈີນ ໃຫ້ເງິນກູ້ ແກ່ລາວ ຫລາຍ ສິບລ້ານ ໂດລາ ສໍາລັບ ຕຣຽມໃສ່ ກອງປະຊຸມ ຢູໂຣບ-ອາຊຽນ.
2011-08-23
ສປຈີນ ຈະເພິ້ມ ມາຕຖານ ການຮ່ວມມື ຮອບດ້ານ ກັບ ສປປລາວ ໃຫ້ຫລາຍ ຂຶ້ນ.
2011-08-22
ເຊີນທ່ານ ຮັບຟັງ ລາຍການ ສາຣະຄະດີ ເຣື້ອງ ສຸດສາຍທາງເລຂ 9 ປະຈຳ ສັປດາ ຕອນ ທີ 106, ໃນມື້ນີ້ ທ່ານ ຈະໄດ້ຟັງ ເຣື້ອງ ວິທີ ການຫຼອກ ສັງຫານ ນັກໂທດ ສັມມະນາກອນ ແບບໃຫມ່ ພາຍໃນ ຄຸກ ບ້ານ ແກ້ງຄັນ. ສເນີໂດຍ: ໂມທະນາ
2011-08-22
ຣາຍການ ສາຣະຄະດີ ເຣື້ອງ ”ສັມມະນາກອນ ຫຼື ນັກໂທດ1,139 ມື້“ ບົດທີ 41. ໃນມື້ນີ້ ຈະໄດ້ ກ່າວເຖິງ ການອອກ ແຮງງານ ຂອງພວກ ນັກໂທດ ສັມມະນາກອນ ຢູ່ພາຍໃນ ບໍຣິເວນ ດອນ ”ໃສສະອາດ” ນ້ຳເປາະໃຕ້. ສເນີໂດຍ: ວົງ ສຸວັນນະວົງ
2011-08-22
ຣາຍການ ວັທນະທັມ ລາວ ຕອນທີ່ 40 ໃນມື້ນີ້ ຈະໄດ້ກວ່າ ເລົ່າເຖິງ ພຣະຣາຊ ກາຣະນີຍະກິດ ຂອງ ສົມເດັດ ພຣະເຈົ້າ ”ໂພທິສາຣາດ” ທີ່ ພຣະອົງ ໄດ້ມີ ພຣະຣາຊ ອົງການ ໃຫ້ຍົກເລີກ ການນັບຖື ລັດທິ ”ຜີຟ້າ ຜີແຖນ” ບໍ່ໃຫ້ ທໍາການ ບ່ວງສວງ ບູຊາ ແບບ ຂ້າສັດ ສັງເວີຍ ຜີ. ສເນີ ໂດຍ: ຈັນສຸກ
2011-08-22
ຜູ້ຍິງລາວ ທີ່ຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ ໃນໄທ ມີຈໍານວນ ຫລາຍ ເປັນ ອັນດັບ 3 ຮອງຈາກ ພະມ້າ ແລະ ກັມພູຊາ.
2011-08-22
ຄົນຕິດເຊື້ອ HIV ໃນແຂວງ ບໍ່ແກ້ວ ເພີ້ມຂຶ້ນ ແລະ ສ່ວນຫລາຍ ເປັນຄົນງານ ທີ່ກັບ ຈາກ ປະເທດ ເພື່ອນບ້ານ.
2011-08-19
ການຄ້າມະນຸດ ບໍ່ວ່າຢູ່ ສປປລາວ ຫລື ໃນຕ່າງ ປະເທດ ຍັງເປັນ ບັນຫາ ທີ່ຫຍຸ້ງຍາກ ສັບສົນ. ກ່ຽວກັບ ເຣື້ອງນີ້ ມະນີຈັນ ມີລາຍງານ ມາສເນີ ທ່ານ.
2011-08-19
ຣົດໄຟ ຄວາມໄວສູງ ທີ່ຈີນ ຖືວ່າ ເປັນ ສັນຍາລັກ ຂອງ ຄວາມສໍາເຣັດ ແລະ ເປັນພື້ນຖານ ຂອງ ອຸດສາຫະກັມ ທີ່ໃຊ້ ເຕັກໂນໂລຢີ ສູງ ເພື່ອການ ສົ່ງອອກ ນັ້ນ ຈະມີ ອະນາຄົດ ທີ່ ສົດໃສ ຫລືບໍ່? ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ.
2011-08-19
ຫ້ອງການ ສາທາຣະນະສຸຂ ແຂວງ ໜອງຄາຍ ຮ່ວມກັບ ຝ່າຍລາວ ຈັດກອງ ປະຊຸມ ແລກປ່ຽນ ສຶກສາ ເຣື້ອງການ ປ້ອງກັນ ການແພ່ ລະບາດ ຂອງ ພຍາດ ຕິດຕໍ່ ຕາມເຂດ ຊາຍແດນ ໃນວັນ ພຣະຫັດ ນີ້.
2011-08-19
ພາຍໃນ ເມືອງໃຫຍ່ ໂດຍສະເພາະ ນະຄອນຫລວງ ວຽງຈັນ ຍັງມີ ຄົນ ຈໍາພວກ ທີ່ມັກ ກິນ ສັດປ່າ, ຈຶ່ງມີ ຄົນລັກ ນໍາເອົາ ສັດປ່າ ມາຂາຍ ຕາມຕລາດ. ເຊັ່ນ ໂຕຢ່າງ ໃນຕລາດ ດົງໝາກຄາຍ ນະຄອນຫລວງ ວຽງຈັນ.
2011-08-19
ມີຄົນຮ້າຍ ທີ່ບໍ່ຮູ້ ວ່າ ມາຈາກ ກຸ່ມໃດ ໄດ້ລັກລອບ ເຜົາ ສາງອາວຸດ ຂອງ ທະຫານ ທີ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.