ເຣື້ອງທີ່ເກັບບັນທຶກໄວ້
2011-09-13
ໃນຣະຍະ ຫລັງໆ ມານີ້ ເຫັນວ່າ ການຮ່ວມມື ຣະຫວ່າງ ລາວ-ວຽດ ນາມ ໄດ້ຮັບການ ຂຍາຍຕົວ ຫລາຍຂຶ້ນ ຊຶ່ງ ສ່ວນນຶ່ງ ຈະຮູ້ໄດ້ ໃນຣະຍະ ການ ຢ້ຽມຢາມ ສປປລາວ ຂອງ ນາຍົກ ວຽດນາມ ເມື່ອວັນທີ 9 ຫາ 10 ກັນຍາ 2011. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາ ສເນີທ່ານ...
2011-09-13
ຊາວເຊກອງ ໃນເຂດ ຫ່າງໄກ ແລະ ອາໄສ ຢູ່ໃນ ເຂດປ່າ ສ່ວນຫຼາຍ ມີ ຄວາມສ່ຽງ ຕໍ່ການ ເປັນໄຂ້ ມະເລເຣັຍ.
2011-09-12
ຣັຊສມັຍ ຂອງ ພຣະເຈົ້າ ວິຊຸລຣາຊ ນີ້ ນັບວ່າ ເປັນ ຍຸຄສມັຍ ທີ່ ລາວ ມີຄວາມຈເຣີນ ຮອບດ້ານ ໂດຍສະເພາະ ໃນດ້ານ ກາຣສຶກສາ, ວັດວາ ສາສນາ ເປັນສູນກາງ ຂອງກາຣ ສຶກສາ ໃນສມັຍ ນັ້ນ. ພາສາ ບາລິ ແລະ ສັນສກຣິຕ ຖືເປັນ ວິຊາ ທີ່ສຳຄັນ ໃນຫລັກ ສູຕຣ໌. ດ້ວຍເຫຕ ນັ້ນ ສອງພາສາ ນີ້ ຈຶ່ງມີກາຣ ນຳເອົາ ມາໃຊ້ ໃນພາສາ ລາວ ຫລາຍທີ່ສຸດ. ພາສາ ວັນນະຄະດີ ເຊັ່ນ ໜັງສື ລຳ ມະຫາຊາຕ, ສັງຂ໌ສິລປ໌ໄຊຍ໌ ທີ່ຖືວ່າ ເປັນ ວັນນະຄະດີ ຊິ້ນເອກ ຂອງ ລາວ ກໍມີ ພາສາ ບາລີ ຜະສົມ ເປັນ ສ່ວນໃຫຍ່ ຖ້າບໍ່ຮູ້ ພາສາ ບາລີ ກໍຈະ ບໍ່ສາມາຖ ຮູ້ຈັກ ຄວາມໝາຍ ອັນ ເລິກເຊິ່ງ ໃນເຣື່ອງ ທີ່ ບັຣຍາຍ ໄວ້ໃນ ໜັງສື ນັ້ນ.
2011-09-12
ປະຊາຊົນ ອະເມຣິກັນ ພາກັນ ຣະລຶກ ເຖິງດວງ ວິນຍານ ຂອງ ຜູ້ທີ່ ເສັຍຊີວິດ ໃນເຫດ ການ ໂຈມຕີ ຂອງ ພວກກໍ່ ການຮ້າຍ ອານເຄດະ ໃຊ້ເຄື່ອງບິນ ຖະລົ່ມ ນະຄອນ ນິວຢອກ ແລະ ນະຄອນຫລວງ ວໍຊິງຕັນ ເມື່ອ ວັນທີ 11 ເດືອນ ກັນຍາ ປີ 2001. ໃນວັນ ອາທິດນີ້ ກໍເຖິງວັນ ຄອບຮອບ 10 ປີ.
2011-09-12
ບໍຣິສັດ ກຸ່ມ ລົງທຶນ ພັທນາ ດ້ານ ອະສັງຫາ ຣິມມະຊັພ ຂນາດໃຫຍ່ ຈາກ ຈີນ ແລະ ສິງກະໂປ ເລີ້ມ ໂຄງການ ກໍ່ສ້າງ ສູນການ ຄ້າໃຫຍ່ ທາງ ຕອນເໜືອ ຂອງ ນະຄອນຫລວງ ວຽງຈັນ.
2011-09-12
ໂຮງໝໍ ແຂວງ ຈໍາປາສັກ ຕ້ອງການເລືອດ ທາງ ອົງການ ກາຊາດ ຈື່ງໄດ້ ຂົນຂວາຍ ຂໍ ບໍຣິຈາກ ເລືອດ ເພີ້ມຂຶ້ນ.
2011-09-12
ຣາຍການ ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ສັມມະນາກອນ ຫຼື ນັກໂທດ 1,139 ມື້“ ຊຶ່ງເປັນ ຊິວິດຈິງ ຂອງ ຍິງລາວ ຜູ້ນຶ່ງ ທີ່ຖືກຈັບ ແລະ ກາຍເປັນ ນັກໂທດ ສັມມະນາກອນ ພາຍຫລັງ ການ ປ່ຽນແປງ ຣະບອບ ການ ປົກຄອງ ໃນລາວ. ເຣື້ອງລາວ ເຫດການ ທີ່ຜູ້ຂຽນ ໄດ້ພົບພໍ້ ໃນສູນ ສັມມະນາ ຢູ່ພາກເໜືອ ຂອງລາວ ຕລອດ ຮອດດອນ ທີ່ອ່າງ ເກັບນ້ຳ ເຂື່ອນ ”ນ້ຳງື່ມ”. ມື້ນີ້,ແມ່ນ ບົດ ທີ 44 ຊື່ງຈະໄດ້ ກ່າວເຖິງ ດອນນັກໂທດ ຜູ້ຊາຍ ແລະ ການສອບສວນ ຕົນເອງ. ສເນີໂດຍ: ວົງ ສຸວັນນະວົງ
2011-09-12
ຣາຍການ ວັທນະທັມ ລາວ ຕອນ ທີ 43 ໃນມື້ນີ້ ຈະໄດ້ ເລົ່າເຖິງ ສະພາບການ ບ້ານເມືອງ ລາວ ລ້ານຊ້າງ ໃນ ຣາຊການ ຂອງ ສົມເດັດ ພຣະເຈົ້າ ”ໂພທິສາຣາດ”. ສເນີໂດຍ : ຈັນສຸກ
2011-09-12
ຣາຍການ ໝໍລໍາ ລາວ ປະຈໍາ ສັປດາ. ຈັດສເນີ ທ່ານ ໂດຍ: ໄມຊູລີ
2011-09-12
ການ ກໍ່ວິນາສກັມ ຂອງກຸ່ມ ກໍ່ການຮ້າຍ ອານເກດາ ທີ່ໂຈມຕີ ອາຄານ ສູນການ ຄ້າໂລກ ທີ່ ນະຄອນ ນີວຢອກ ແລະ ກະຊວງ ປ້ອງກັນ ປະເທດ The Pentagon ສະຫະຣັດ ອະເມຣິກາ ໃນວັນ ອັງຄານ ວັນທີ 11 ເດືອນ ກັນຍາ ປີ 2001. ເພື່ອ ຣະລຶກ ເຖິງວັນ ດັ່ງກ່າວ ທີ່ໄດ້ ວຽນມາ ຄົບຮອບ 10 ປີ ຊາວລາວ ອະເມຣິກັນ ຜູ້ນື່ງ ທີ່ເປັນ ເຈົ້າໜ້າທີ່ ດັບເພີງ ໃນນະຄອນ ນີວຢອກ ໄດ້ເລົ່າ ເຖີງ ປະສົພການ ໃນການ ກູ້ໄພ ຕລອດ 3 ເດືອນ ຂອງ ການ ປະຕິບັດ ງານ. ສະເໜີ ໂດຍ: ສົມເນ
2011-09-09
ໂຄງການ ອາຫານ ໂລກ ໄດ້ມີ ໂຄງການ ຊ່ວຍເຫຼືອ ອາຫານ ໃຫ້ ໂຮງຮຽນ ໃນລາວ ແລະ ໄດ້ຮັບ ຄວາມຮ່ວມມື ຈາກ ນັກເດີນ ທະເລດ່ຽວ ທີ່ມີ ຊື່ສຽງ.
2011-09-09
ເຈົ້າໜ້າທີ່ ທາງການ ລາວ ເປີດເຜີຍ ວ່າ ອາຄານ ຂອງ ໂຮງງານ ຜລິດ ເຄື່ອງອະໄຫຼ່ ເຮືອບິນ ແຫ່ງ ທໍາອິດ ຂອງລາວ ສ້າງໄປໄດ້ 90 ສ່ວນຮ້ອຍ ແລ້ວ ຫລັງຈາກ ທີ່ເລີ້ມມາ ໄດ້ 8 ເດືອນ.
2011-09-09
ບັນຫາ ການ ຄ້າມະນຸດ ເປັນ ບັນຫາ ທີ່ ຮ້າຍແຮງ ທີ່ສຸດ ໃນ ສປປລາວ ທຸກໆປີ ຈະມີ ຜູ້ຍິງລາວ ຫລາຍພັນ ຄົນ ຖືກຫລອກລວງ ໄປຄ້າ ປະເວນີ ທີ່ ປະເທດໄທ ບາງຄົນ ກໍສາມາດ ລອດ ອອກມາໄດ້ ແຕ່ຫລາຍຄົນ ກໍຫາຍ ສາບສູນ ໄປເລີຍ ຣັຖບານ ລາວ ຍັງບໍ່ມີ ມາຕການ ໃດໆ ໃນການ ກຳຈັດ ກຸ່ມ ຄ້າມະນຸດ ກຸ່ມນີ້. ສິດນີ ມີລາຍງານ ມາສເນີ ທ່ານ ໃນອັນດັບ ຕໍ່ໄປ.
2011-09-09
ບໍຣິສັທ ຈາກ ສະຫະຣັຖ ຫລາຍ ບໍຣິສັທ ໃຫ້ຄວາມ ສົນໃຈ ໃນກາຣ ຂຍາຍ ທຸຣະກິຈ ໃນລາວ.
2011-09-09
ທາງກາຣ ລາວ ຄວນ ແກ້ໄຂ ບັນຫາ ກາຣຄ້າ ມະນຸສ ດ້ວຍ ກາຣສຶກສາ.