ເຣື້ອງທີ່ເກັບບັນທຶກໄວ້
2013-11-07
ໃນຂະນະທີ່ ໂຄງການ ສ້າງເຂື່ອນ ຜລິດກະແສ ໄຟຟ້າ ໃນລາວ ຂຍາຍອອກ ນໍາທຸກໆ ປີ ປະຊາຊົນ ນັບໝື່ນ ຄົນ ປະສົບ ກັບຊີວິດ ການເປັນຢູ່ ທີ່ ບໍ່ແນ່ນອນ.
2013-11-07
ກະຊວງ ສຶກສາທິການ ແລະ ກິລາ ຂອງລາວ ມີແຜນ ຈະເຮັດໃຫ້ ໂຮງຮຽນ ມັທຍົມ ທຸກແຫ່ງ ໃນນະຄອນຫລວງ ວຽງຈັນ ປອດ ຢາເສພຕິດ ພາຍໃນ ປີ 2015.
2013-11-07
ສະມາຊິກ ຣັຖສະພາ ໄທ ວ່າ ເຂດນິຄົມ ອຸດສາຫະກັມ ໃນພາກ ຕາເວັນອອກ ຂອງໄທ ໄດ້ກາຍເປັນ ແຫລ່ງຂາຍ ບໍຣິການ ທາງເພດ ຂອງ ເດັກນ້ອຍ ແມ່ຍິງລາວ ຫລາຍ ຂຶ້ນ ນັບມື້.
2013-11-07
ສອງພັກ ຄອມມຸຍນິສ ສປຈີນ ແລະ ສປປລາວ ຮ່ວມກັນ ຈັດ ສໍາມະນາ ຄັ້ງທີ 2 ໃນ ວັນອັງຄານ ຜ່ານມາ ເພື່ອ ແລກປ່ຽນ ຫລັກການ ກໍາຈັດ ລຶບລ້າງ ການສໍ້ຣາສ ບັງຫລວງ ປັບປຸງ ວິນັຍພັກ ແລະ ສ້າງຕັ້ງ ຣັຖບານ ທີ່ ຂາວ ສະອາດ.
2013-11-07
ສື່ມວນຊົນ ສື່ສັງຄົມ ອອນລາຍ ອິນເຕີເນັດ: ເຟັສບຸກ ຖວິຕເຕີ້ ເປັນເວທີ ສເນີຂ່າວ ທີ່ ສ່ວນບຸກຄົນ ຫຼື ອົງການ ຈັດຕັ້ງ ໄດ້ ປະຕິບັດ ມາແຕ່ ປີ 2008 ຕາມ ຣະບຽບ ກົດໝາຍ ຂອງ ສປປລາວ ຂະນະທີ່ ທາງການ ລາວ ວ່າ ກໍາລັງ ຮ່າງ ກົດຣະບຽບ ຄວບຄຸມ ການໃຊ້ ໃຫ້ ຮັດກຸມ ຕື່ມອີກ.
2013-11-06
ນັກວິເຄາະ ສະພາບ ການເມືອງ ຢູ່ລາວ ທ່ານນຶ່ງ ທີ່ ຂໍສງວນຊື່ ໃຫ້ ທັສນະ ວ່າ ປັດຈຸບັນ ຣັຖບານ ກຳລັງ ໄດ້ຮັບ ການກົດດັນ ຈາກ 3 ທາງ ຄື: ຈາກ ປະຊາຊົນ, ຈາກ ຄວາມສັມພັນ ແບບພິເສດ ກັບ ວຽດນາມ ແລະຈາກ ສາກົນ.
2013-11-06
ຂໍ້ຈໍາກັດ ໃນການ ບໍ່ເຮັດ ໃຫ້ ອຸນຫະພູມ ໂລກ ສູງຂຶ້ນ ອີກ 2 degree ນັ້ນ ອາດຈະ ເປັນໄປໄດ້ ຍາກ.
2013-11-06
ແຂວງອຸດົມໄຊ ຕ້ອງການ ທຶນ ຢ່າງໜ້ອຍ 1 ຕື້ກີບ ເພື່ອ ສ້າງບ້ານໃໝ່ ໃຫ້ ຊາວບ້ານ ທີ່ຈໍາເປັນ ຕ້ອງໂຍກຍ້າຍ ອອກຈາກ ບ້ານເກົ່າ ທີ່ ຖືກນໍ້າຖ້ວມ ເລື້ອຍໆ.
2013-11-06
ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ລາວ ຈະໃຊ້ ແບບແຜນ ປະຕູດຽວ ວຽງຈັນ MODEL ໃນການ ແກ້ໄຂ ບັນຫາ ແຮງງານ ຕ່າງດ້າວ.
2013-11-06
ນັກລົງທຶນ ຈີນ ຈະ ເລີ້ມສ້າງ ສູນການຄ້າ ແລະ ຕຶກອາຄານ ໃນເຂດ ເສຖກິດ ສະເພາະ ບຶງ ທາຕຫລວງ ແລ້ວ.
2013-11-05
ເດັກນ້ອຍ ແມ່ຍິງ ລາວ ຕົກເປັນເຫຍື່ອ ຂອງ ຂະບວນ ການ ຄ້າມະນຸດ ແລະ ຄ້າປະເວນີ ຫລາຍຂຶ້ນ ນໍາທຸກມື້ ຍ້ອນ ສະພາບ ເສຖກິດ ທ້ອງຖິ່ນ ຄວາມ ທຸກຍາກ ຄ່າຄອງ ຊີພແພງ ຂາດວຽກ ເຮັດ ງານທໍາ ໃນລາວ ປະກອບ ດ້ວຍ ແສງສີ ແລະ ຄວາມ ຈະເຣີນ ຢູ່ໄທ ຈຶ່ງ ຖືກຫລອກ ໄດ້ງ່າຍ.
2013-11-05
ຄນະຜູ້ແທນ ສະພາ ຢູໂຣບ ທີ່ ຢ້ຽມຢາມ ສປປລາວ ໃນວັນທີ 28 ຕຸລາ 2013 ໃຫ້ຄໍາໝັ້ນ ວ່າຈະ ບໍ່ລົດລະ ຕິດຕາມ ເຣື້ອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນ ຂອງລາວ ທີ່ ຫາຍສາບສູນ ແຕ່ວັນທີ 15 ທັນວາ 2012.
2013-11-05
ການສັນຈອນ ໃນນະຄອນຫລວງ ວຽງຈັນ ນັບມື້ ມີອັນຕຣາຍ ຫລາຍຂື້ນ ເພາະ ຜູ້ຂັບ ຂີ່ຣົດ ບໍ່ ປະຕິບັດ ຕາມກົດ ຈາຣະຈອນ ຢ່າງ ເຄັ່ງຄັດ.
2013-11-05
ສາຍການບິນ ລາວ ຢືນຢັນ ຈະໃຫ້ ຄ່າຊົດເຊີຍ ຕື່ມແກ່ ຄອບຄົວ ຜູ້ເສັຍ ຊີວີດ ຈາກ ອຸບັຕຕິເຫດ ເຮືອບິນ ຕົກ ຢູ່ປາກເຊ ໃຫ້ໄດ້ຕາມ ມາຕຖານ ສາກົນ.
2013-11-05
ປະເທດລາວ ຜລິດເຂົ້າ ໄດ້ຫລາຍ ເກີນ ຄວາມຕ້ອງການ ແຕ່ ບໍ່ສາມາດ ສົ່ງອອກ ເພາະເຂົ້າ ບໍ່ມີ ຄຸນນະພາບ ແລະ ສ່ວນຫລາຍ ກໍເປັນ ເຂົ້າໜຽວ ທີ່ ຕລາດ ໂລກ ບໍ່ຕ້ອງການ ຫລາຍ.