ເຣື້ອງທີ່ເກັບບັນທຶກໄວ້
2021-10-07
ການເຊົ່າດິນ ຂອງນັກທຸຣະກິຈຈີນ ເພື່ອປູກໝາກໂມ ໄດ້ສົ່ງຜົລກະທົບ ຫຼາຍດ້ານ ໃຫ້ແກ່ ເຈົ້າຂອງດິນ, ເປັນຕົ້ນວ່າ ການສັບຊ່າວ ດິນໃໝ່ ສຳລັບ ປູກເຂົ້ານາປິ ເຮັດໃຫ້ ເຈົ້າຂອງດິນ ຈຳນວນນຶ່ງ ບໍ່ຕ້ອງການ ໃຫ້ເຊົ່າດິນອີກ ແຕ່ກໍຂັດບໍ່ໄດ້.
2021-10-06
ການພົວພັນຮ່ວມມື ລາວ-ວຽດນາມ ເພິ່ມຂຶ້ນນໍາ ເລື້ອຍໆ ເຖິງແມ່ນວ່າ ແຕ່ລະປະເທດ ປະເຊີນກັບ ຄວາມຫຍຸ້ງຍາກ ໃນການພັທນາ ເສຖກິຈ-ສັງຄົມ ຍ້ອນການຣະບາດ ຂອງໂຄວິດ-19 ຢູ່ນີ້ ກໍຕາມ.
2021-10-06
ພົບນັກໂທດ ຕິດເຊື້ອ ໂຄວິດ-19 ໃນຄ້າຍຄຸມຂັງ ເມືອງໄຊເສດຖາ, ເຈົ້າໜ້າທີ່ ໃຫ້ເຫດຜົລວ່າ ອາດຈະເປັນຍ້ອນ ນັກໂທດ ທີ່ຖືກນຳເຂົ້າ ມາໃໝ່ ໃນຄະດີຄ້າຢາ ເສບຕິດ ຊຶ່ງໃນຈຳນວນນັ້ນ ແມ່ນໄດ້ຕິດເຊື້ອ ມາກ່ອນແລ້ວ ຈຶ່ງໄດ້ແຜ່ເຊື້ອ ໃຫ້ນັກໂທດ ຄົນອື່ນໆ.
2021-10-06
ເພື່ອເຊື່ອມຕໍ່ ໂຄງການເສັ້ນທາງຣົດໄຟ ຄວາມໄວສູງ ລາວ-ຈີນ, ທາງການໄທຍ ຕຽມຫາລື ກັບທາງການລາວ ແລະ ທາງການຈີນ ເພື່ອເຈຣະຈາ ເຣື່ອງການສ້າງຂົວ ຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະເປີດໃຫ້ ບໍຣິການ ໃນທ້າຍປີນີ້.
2021-10-06
ເພື່ອສນອງ ມາຕການ ປ້ອງກັນ ພະຍາດ ໂຄວິດ-19, ໄທຍ ຂຍາຍເວລາໃຫ້ ແຮງງານຕ່າງຊາດ ທີ່ເຮັດວຽກຢູ່ໄທຍ ສາມາດ ລົງທະບຽນ ໃຫ້ຖືກຕ້ອງ ແລະ ເຮັດປະກັນສຸຂພາບ ທີ່ເປັນສ່ວນນຶ່ງຂອງ ຂໍ້ຕົກຣະຫວ່າງຣັຖບານ ໄທຍ ແລະ ຣັຖບານລາວ.
2021-10-05
ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນທຸກມື້ ນັ້ນກໍ ໝາຍຄວາມວ່າ ຖ້າຫາກ ສຖານະການ ຍັງເປັນແບບນີ້ ຕໍ່ໄປ ໂຮງໝໍ ອາດບໍ່ສາມາດ ຮອງຮັບ ຄົນເຈັບ ເຂົ້າປິ່ນປົວໄດ້ ຈິ່ງຈຳເປັນ ຕ້ອງໃຫ້ຄົນ ຜູ້ຕິດເຊື້ອ ພັກປິ່ນປົວ ຢູ່ເຮືອນເອງ.
2021-10-05
ກິນຊີ້ນຄວາຍຕາຍ ເຮັດໃຫ້ເກີດ ເປັນຖອກທ້ອງ ຢ່າງຮຸນແຮງ, ຫຼາຍຄົນຕ້ອງຖຶກ ນຳສົ່ງໂຮງໝໍ, ເຈົ້າໜ້າທີ່ເຕືອນ ຫ້າມນຳຊາກສັດທີ່ຕາຍໂດຍບໍ່ຮູ້ສາຍເຫດມາກິນເດັດຂາດ.
2021-10-05
ຖ້າຫາກວ່າ ສາມາດ ປະຕິບັດໂຕຈິງ ໄດ້ສຳເຣັດ, ດຳຣັຖສບັບນີ້ ກໍຈະແກ້ໄຂ ບັນຫາການ ນຳໃຊ້ຣົດຣັຖ ເຂົ້າໃນວຽກງານສ່ວນໂຕ ໂດຍສະເພາະ ເປັນການສິ້ນເປືອງ ງົບປະມານຣັຖ ກໍ່ຄືພາສີຂອງ ປະຊາຊົນ.
2021-10-04
ຄນະ ຜູ້ຕ່າງໜ້າລາວ ໃນກອງປະຊຸມ ວ່າດ້ວຍ ການຍຸຕິ ສົງຄາມ ອິນດູຈີນ ເຂົ້າເຝົ້າ ພຼະມະຫາກະສັຕ ສີສວ່າງວົງ ແລະ ເຈົ້າຟ້າ ສວ່າງວັທນາ ອົງມົງກຸດ ຣາຊກຸມານ ແລະ ພຼະອາການ ພິໂຣດ ຂອງເຈົ້າຟ້າສວ່າງວັທນາ.
2021-10-04
ຊາວຄຣິສຕຽນລາວ ຊົນເຜົ່າມົ້ງ 6 ຄອບຄົວ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຖືກຍາດຕິພີ່ນ້ອງ ຂົ່ມເຫງ ແລະ ລົບກວນ ຍ້ອນບໍ່ຍອມປະລະການເຊື່ອຖືສາສນາຄຣິສຕຽນ
2021-10-03
ການລົງທຶນ ປ້ອງກັນ ຄວາມສ່ຽງ ພັຍພິບັດ ໃນລາວ ຍັງບໍ່ມີ ປະສິດທິຜົລ ແລະ ການຣະບາດ ຂອງເຊື້ອ ໂຄວີດ-19 ໃນລາວ ຍັງສືບຕໍ່ ເປັນວົງກວ້າງ.
2021-10-03
ເສັ້ນທາງ ສາຍໄໝ ຫຼື The Belt and Road Initiative (BRI) ເປັນໂຄງທີ່ ສົ່ງຜົລກະທົບຫຼາຍດ້ານ ແທນຜົລດີ ທີ່ ປະຊາຊົນ ໃນປະເທດນັ້ນໆ ຈະໄດ້ຮັບ ແລະ ອີກຢ່າງນຶ່ງກໍ່ເປັນໂຄງການທີ່ ສ້າງໜີ້ ໃຫ້ແກ່ປະເທດຕ່າງໆ ທີ່ກູ້ເງີນຈາກປະເທດຈີນໃນໂຄງການ.
2021-10-03
ພວກຊາວບ້ານໃນເມືອງໂຂງ ທີ່ຈະສູນເສັຽທີ່ດິນ ໃຫ້ແກ່ໂຄງການເຂດເສຖກິຈພິເສດ ມະຫານະທີສີທັນດອນ ຍັງບໍ່ຮູ້ຈະໄປຢູ່ໃສ ແລະ ຄ່າຊົດເຊີຍ ກໍຍັງບໍ່ມີຄວາມຄືບໜ້າ
2021-10-03
ສັມພາດ ສິລປິນຍິງ, ທີ່ມີຜົລງານ ມາໄດ້ຫຼາຍສິບປີ ຕັ້ງແຕ່ຊຸມປີ 1960, ເຈົ້າຂອງສຽງເພງ ຢ່າມາອໍ້ແອ້, ຢາກຈະລອງຮັກ, ຜູ້ຊາຍຜີ ແລະ ອື່ນໆ.
2021-10-02
ທ່ານທອງຄູນ ພັດທະນາ, ນັກສຖາປັຕຍະກັມ, ທີ່ອອກແບບ ວັດຫຼາຍໆແຫ່ງ ໃນສະຫະຣັຖ ອະເມຣິກາ, ຊຶ່ງປັດຈຸບັນ ຕັ້ງຖິ່ນຖານ ຢູ່ ເມືອງຟອຣ໌ດ ສມິດທ໌, ຣັຖ ອາຣ໌ແຄນຊໍສ໌, ສະຫະຣັຖ ອາເມຣິກາ.