ເຣື້ອງທີ່ເກັບບັນທຶກໄວ້
2021-10-02
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຊຍະບູຣີ ຍັງບໍ່ມີຊີວິດ ທີ່ດີຂຶ້ນ, ຊາວນະຄອນຫຼວງວຽງຈັນ ໄດ້ຮັບ ຄວາມລຳບາກຫຼາຍ ຈາກການ ປິດບ້ານ-ປິດເມືອງ ແລະ ລາວ ຍັງບໍ່ຫຼຸດພົ້ນ ຖານະ ດ້ອຍພັທນາ.
2021-10-02
ສັມພາດ ສິລປິນ ນັກຮ້ອງ ນັກປະພັນເອກ, ເຈົ້າຄຳຜາຍ ກຸນຣະວຸທ໌, ມີຜົລງານ ການປະພັນເພງ ປະມານ 350 ເພງ ທີ່ສິລປິນລາວ ໃນທົ່ວໂລກ ໄດ້ນໍາໄປຮ້ອງ.
2021-10-01
ເປັນເວລາເກືອບ 2 ປີ ແລ້ວ ທີ່ທາງໂຄງການ ຣົດໄຟ ລາວ-ຈີນ ຍັງບໍ່ໄດ້ຈ່າຍຄ່າຊົດເຊີຽ ໃຫ້ແກ່ ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ໂດຍສເພາະ ຢູ່ເຂດ ບ້ານດົງໂພສີ ແລະ ບ້ານ ດົງໂພນແຮ່.
2021-10-01
ເຈົ້າໜ້າທີ່ໄດ້ຈັບຄົນຈີນແລ້ວ 60 ຄົນ ທີ່ລັກລອບເຂົ້າແຂວງຫຼວງນ້ຳທາ ຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເພື່ອກັບຄືນປະເທດ ເຣິີ່ມແຕ່ເຊື້ອ ໂຄວິດ-19 ຣະບາດຮຸນແຮງ ແຕ່ເດືອນ ເມສາ ເປັນຕົ້ນມາ ຈົນເຖິງໄລຍະລ໊ອກດາວ.
2021-10-01
ເປົ້າໝາຍການພັທນາ ຄຸນພາບການສຶກສາ ທີ່ຍືນຍົງ ເພື່ອໃຫ້ ເດັກນ້ອຍ ໃນວັຍຮຽນ ໄດ້ຮັບການສຶກສາ ຢ່າງທົ່ວເຖິງ ຍັງມີອຸປສັກຫຼາຍຢ່າງ ທີ່ຈະບັນລຸຜົລຕາມ ທີ່ທາງການລາວ ຄາດໄວ້ ໃນປີ 2030 ນີ້.
2021-10-01
ບັນຫາຄ່າຊົດເຊີຽ ທີ່ດິນ ລະຫວ່າງ ປະຊາຊົນ 10 ຄອບຄົວ ໃນບ້ານ ອາສິງສະລີ ແລະ ບໍຣິສັດ ວຽດນາມສຸກຮຸ່ງເຮືອງ ຈຳກັດ ທີ່ສັມປທານດິນ ເພື່ອລົງທຶນ ດ້ານການກະເສດ ຢູ່ເມືອງນອງ ຍັງຕົກລົງບໍ່ໄດ້ ໃນຂັ້ນບ້ານ.
2021-10-01
ຣັຖບານ ຈັດພິທີເປີດ ໃຊ້ເຂື່ອນ ໄຟຟ້າ ນ້ຳອູ ທັງ 7 ແຫ່ງ, ເປັນການສລອງ ຄວາມສຳເຣັດ ໃນຂນະທີ່ ປະຊາຊົນ ຈຳນວນຫຼາຍ ໄດ້ຮັບ ຜົລກະທົບ ເຮັດໃຫ້ການ ທຳມາຫາກິນ ລຳບາກ ຫຼາຍກວ່າເກົ່າ.
2021-09-30
ຄົນງານພະມ້າ ທີ່ເຮັດວຽກ ຢູ່ເຂດ ເສຖກິິຈພິເສດ ສາມຫລ່ຽມຄໍາ ກັບຄືນປະເທດ ບໍ່ໄດ້ ຍ້ອນມີການຣະບາດ ຂອງໂຄວິດ-19 ຫຼາຍ ພາຍໃນ ປະເທດ ພະມ້າເອງ ເຮັດໃຫ້ ຄົນງານເກືອບ 200 ປາຍຄົນ ເຣິ່ມຂາດອາຫານ, ເຄື່ອງໃຊ້ທີ່ຈຳເປັນ.
2021-09-30
ຣົດຂົນສົ່ງສິ້ນຄ້າ ທີ່ຈອດພັກພ່ອນ ໃນເຂດ ດິນເປົ່າຫວ່າງ ແຕ່ຖືກ ຜູ້ທີ່ອ້າງໂຕວ່າ ເປັນຕຳຣວດ ເມືອງຫຼວງນ້ຳທາ ເກັບເງີນຄ່າຈອດ ແຕ່ບໍ່ມີ ໃບຮັບເງີນ ຫຼືເອກະສານ ຢັ້ງຢຶນ ຈຶ່ງເຮັດໃຫ້ເກີດຄຳຖາມຕໍ່ການເກັບເງີນດັ່ງກ່າວ.
2021-09-30
ຊາວບ້ານຜູ້ປະສົບພັຍນໍ້າຖ້ວມ 480 ຄອບຄົວ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກໍາລັງລໍຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົລກະທົບ ທາງດ້ານທີ່ດິນກະເສດ ໃນລະດູເກັບກ່ຽວທີ່ຈະມາເຖິງໄວໆ ນີ້.
2021-09-30
ນັກສັງເກດການ ໃຫ້ຄວາມເຫັນວ່າ ການບັນລຸເປົ້າໝາຍ ການພັທນາທີ່ຍືນຍົງ ໃນເປົ້າໝາຍການລຶບລ້າງຄວາມທຸກຍາກ ໃນປະເທດລາວ ໃຫ້ໝົດໄປ ຕາມວາຣະສາກົລ ປີ 2030 ນັ້ນ, ຄົງເປັນສິ່ງທີ່ເຊື່ອໄດ້ຍາກ ແລະ ເປັນສິ່ງທ້າທາຍທີ່ສຸດ ທີ່ຈະສາມາດບັນລຸໄດ້
2021-09-30
ມາເຖິງປັດຈຸບັນ ມີຊາວຄຣິສຕຽນລາວ ຈຳນວນນຶ່ງ ຖືກຄຸກຄາມ ແລະ ຖືກຂັບໄລ່ອອກຈາກເຮືອນ ໂດຍອຳນາດການປົກຄອງບ້ານ ຢູ່ຫຼາຍເມືອງ ໃນແຂວງຫຼວງນ້ຳທາ ເຮັດໃຫ້ ຊາວຄຣິສຕຽນ 10 ຄອບຄົວ ຕ້ອງກາຍເປັນຄົນ ບໍ່ມີທີ່ຢູ່ອາສັຍ.
2021-09-30
ເຊື້ອໂຄວິດ-19 ຣະບາດ ເຂົ້າໃນວັດ ແລະ ຄ້າຍທະຫານ ເຮັດໃຫ້ມີ ພຣະສົງ, ສາມເນນ ແລະ ທະຫານ ທີ່ຢູ່ ເມືອງນະຄອນໄກສອນ ພົມວິຫານ ແຂວງ ສວັນນະເຂດ ຕິດເຊື້ອ ໃນ ມື້ວັນທີ 28 ກັນຍາ ນີ້.
2021-09-29
ໃນຂນະທີ່ ການຫາປາ ເພື່ອລ້ຽງຊີບ ແບບດັ້ງເດີມ ຖືກແທນທີ່ ດ້ວຍວິທີໃໝ່, ຊາວບ້ານທີ່ ອາສັຍຢູ່ຕາມແຄມແມ່ນ້ຳຂອງ ໂດຍສະເພາະ ເມືອງໄຊຍະບູຣີ ໃຊ້ເຄື່ອງ ໄຟຟ້າຊ໊ອດປາ, ເຖິງແມ່ນວ່າ ມັນເປັນເຣື່ອງຜິດກົດໝາຍກໍຕາມ.
2021-09-29
ອຸໂມງເຂື່ອນ ເຊກະໝານ 3 ຍຸບລົງ ຍ້ອນສ້າງບໍ່ໄດ້ມາຕຖານ, ໃຊ້ວັດສະດຸ ຄຸນພາບຕ່ຳ ແລະ ຂຸດເຈາະ ອຸໂມງຕື້ນເກີນໄປ ສນັ້ນ ການສ້ອມແປງ ຈຶ່ງໃຊ້ເວລາຫຼາຍປີ ຊຶ່ງບໍຣິສັດຜູ້ລົງທຶນ ຈະຕ້ອງເຮັດໃໝ່ ໃຫ້ໄດ້ມາຕຖານ.