ເຣື້ອງທີ່ເກັບບັນທຶກໄວ້
2024-09-12
ຫຼ້າສຸດນີ້, ສູນກາງຊາວໜຸ່ມລາວ ກໍໄດ້ເປີດຮັບບໍລິຈາກເຄື່ອງ ຢູ່ຈຸດບ້ານໂພນທັນ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອນຳໄປຊ່ອຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ ທີ່ຖືກນ້ຳຖ້ວມ. ອີກທັງ ມີລາຍງານຕື່ມວ່າ ກອງພັນໃຫຍ່ 703 ຂອງກອງບັນຊາການ ທະຫານອາກາດ ກໍໄດ້ນຳກຳລັງທະຫານ ແລະ ເຮືອບິນ ອີກ 4 ລຳ ພ້ອມດ້ວຍເຮືອ ອີກຈຳນວນໜຶ່ງ ເພື່ອໄປຊ່ອຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ. ສຳລັບເຫດການນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ຍັງບໍ່ທັນມີລາຍງານ ມູນຄ່າຄວາມເສັຽຫາຍເທື່ອ, ແຕ່ໃນເບື້ອງຕົ້ນ ມີຊາວບ້ານ ເສຍຊີວິດ 1 ຄົນ ຍ້ອນຖືກນ້ຳພັດໄຫຼ ຈາກການທີ່ພະຍາຍາມ ເຂົ້າໄປຊ່ອຍ ຜູ້ປະສົບໄພນຳກັນ. ອີກທັງ ເຂື່ອນໄຟຟ້ານ້ຳທາ 3 ກໍຖືກນ້ຳຖ້ວມ ຈົນລົ້ນ ແລະ ໄດ້ເກີດຄວາມເສຍຫາຍ ແກ່ເຮືອນຈັກ ບາງສ່ວນ.
2024-09-12
ນັບແຕ່ວັນທີ 9 ກັນຍາ 2024 ເປັນຕົ້ນມາ, ຊາວບ້ານຫຼາຍເຂດ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ແບບກະທັນຫັນ ເປັນຕົ້ນ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ, ບ້ານບໍ່ເຕັນ, ບ້ານນາເຕີຍ, ບ້ານໂພນໄຊ ແລະ ອີກຫຼາຍບ້ານ ຍ້ອນໄດ້ຮັບຜົນກະທົບ ຈາກພາຍຸຢາກິ ແລະ ມວນນ້ຳ ຈຳນວນມະຫາສານ ໄດ້ລົ້ນອອກຈາກ ເຂື່ອນໄຟຟ້ານ້ຳທາ 3 ແລ້ວໄຫຼຖ້ວມ ເທດສະບານ ເມືອງຫຼວງນ້ຳທາ, ເຊິ່ງມາຮອດປັດຈຸບັນ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຍັງລໍຖ້າການຊ່ອຍເຫຼືອຢູ່.
2024-09-11
ຍັງມີປະກົດການ ແມ່ຄ້າບາງຄົນ ຂາຍເຄື່ອງຕັກບາດເຂົ້າໜຽວ ຢູ່ແຂວງຫຼວງພຣະບາງ ແບບເອົາປຽບນັກທ່ອງທ່ຽວ ດ້ວຍການໃຫ້ຊື້ເຄື່ອງຕັກບາດ ແລ້ວໄລ່ລາຄາ ສູງກວ່າປົກກະຕິ, ເຖິງວ່າກ່ອນໜ້ານີ້ ພາກສ່ວນຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ຈະມີມາດຕະການອອກມາ ເພື່ອສະກັດກັ້ນບັນຫາດັ່ງກ່າວ ແລ້ວກໍຕາມ.
2024-09-11
ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັບກຸມ ແລະ ສຶກສາອົບຮົມກຸ່ມແກ້ງຄ້າຂາຍສິ່ງເສບຕິດ ແລະ ລັກລົດ ຈໍານວນ 31 ຄົນ ລວມທັງຍຶດພາຫະນະ ໄດ້ຈໍານວນ 32 ຄັນ.
2024-09-11
ທາງການລາວ ອະນຸຍາດໃຫ້ບໍລິສັດ ເອກະຊົນລາວ ສຶກສາ-ສຳຫຼວດ ການສ້າງເຂື່ອນໄຟຟ້າ ເຊລະນອງ 4 ໃນແຂວງສາລະວັນ, ແຕ່ຍ້ອນເປັນການສຳຫຼວດ ໂຄງການໃໝ່ ຈຶ່ງຍັງບໍ່ທັນມີຂໍ້ມູນຫຼາຍເທື່ອ.
2024-09-11
ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາ ຈັກລາວ ເຂົ້າຮ່ວມພິທີມອບຮັບສິ່ງບອກເລົ່າໃນສະໄໝສົງຄາມ ທີ່ຫໍສະໝຸດລັດຖະສະພາສະຫະລັດ ຈັດຂຶ້ນທີ່ນະຄອນຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍານີ້.
2024-09-11
ມະຫາວິທະຍາໄລ 4 ແຫ່ງຂອງລາວ ມີນັກສຶກສາສະໝັກເຂົ້າຮຽນຫຼຸດລົງເລື້ອຍໆ ຍ້ອນບັນຫາເສດຖະກິດ-ການເງິນ ພາຍໃນປະເທດ ແລະ ການເຄື່ອນຍ້າຍແຮງງານໄປຕ່າງປະເທດ ເຮັດມະຫາວິທະຍາໄລບາງແຫ່ງ ຕ້ອງເປີດຮັບສະໝັກຮອບສອງ.
2024-09-10
ຊາວລາວຈຳນວນຫຼາຍ ຍັງຫຼັ່ງໄຫຼໄປເຮັດວຽກ ຢູ່ນອກປະເທດ ຍ້ອນເສດຖະກິດພາຍໃນ ຝືດເຄືອງ ແລະ ສ່ວນໃຫຍ່ ຄົນງານລາວ ແມ່ນຕ້ອງການໂອກາດ ໃນການໄດ້ວຽກເຮັດງານທຳ ທີ່ລາຍໄດ້ສູງ ເມື່ອທຽບໃສ່ການເຮັດວຽກ ຢູ່ພາຍໃນປະເທດລາວ.
2024-09-10
ທາງການລາວ ມີແຜນປັບປຸງສະໜາມບິນສາກົນ ແຂວງຫລວງພຣະບາງ ໃຫ້ທັນສະໄໝ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ເມືອງມໍລະດົກໂລກ ເພາະວ່າກ່ອນຈະປັບປຸງ ຕ້ອງມີການປະເມີນຜົນຕາມກົດໝາຍ.
2024-09-10
ຊາວບ້ານ ໃນຫຼາຍເຂດ ຢູ່ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ກະທັນຫັນ ຍ້ອນພາຍຸນາກິ ແລະ ນ້ຳລົ້ນ ອອກຈາກເຂື່ອນໄຟຟ້ານ້ຳທາ 3, ເຮັດໃຫ້ຫຼາຍຄົນ ບໍ່ສາມາດ ໜີນ້ຳຖ້ວມໄດ້ທັນ ຈົນຕ້ອງຕິດຄ້າງ ຢູ່ເຮືອນ ແລະ ເທິງຫຼັງຄາເຮືອນ ຂະນທີ່ພາກສ່ວນ ທີ່ກ່ຽວຂ້ອງ ກໍເລັ່ງຊ່ອຍເຫຼືອ.
2024-09-10
ລັດຖະບານ ໃຫ້ທາງການ ແຂວງຈໍາປາສັກ ກວດຄືນໂຄງການ ລົງທຶນຕ່າງໆທີ່ອະນຸມັດໄປ ຫຼັງຈາກ 6 ເດືອນ ຕົ້ນປີ 2024 ໄດ້ມີການກວດພົບບາງໂຄງການ ບໍ່ມີປະສິດທິພາບ, ຂາດການພັດທະນາ, ມີການລະເມີດກົດໝາຍ.
2024-09-09
ຊາວຫວຽດນາມ 15 ຄົນ ທີ່ເຂົ້າມາເຊົ່າເຮືອນພັກ ໃນເຂດເທດສະບສນເມືອງແປກ ແຂວງຊຽງຂວາງ ຖືກຈັບໄປເຮັດບົດບັນທຶກ ໃນຂໍ້ຫາ ມົ້ວສຸມເສບຢາເສບຕິດ ແລະ ພົບຂອງກາງເປັນຢາບ້າ ແລະເຮໂຣອິນ ຈໍານວນນຶ່ງຢູ່ໃນເຮືອນພັກນັ້ນ ໃນມື້ວັນທີ 8 ສິງຫາ 2024.
2024-09-09
ຊາວສວນມັນຕົ້ນ ໃນຫຼາຍເຂດ ຂອງບັນດາແຂວງ ທາງພາກເໜືອ ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ເຮັດໃຫ້ຫົວມັນຕົ້ນ ເສຍຫາຍ ຈຳນວນຫຼາຍ ແລະ ຕ້ອງໄດ້ຖິ້ມ ເຖິງ 90%.
2024-09-09
ຊາວບ້ານເຂດ ເມືອງຊຽງເງິນ ແລະນະຄອນຫຼວງພະບາງ ທີ່ຢູ່ຕິດແຄມນ້ຳຄານ ເລີ່ມໄດ້ຮັບຜົນກະທົບ ພາຍຫລັງເຂື່ອນໄຟຟ້ານໍ້າຄານ 2 ແລະ 3 ປ່ອຍນໍ້າອອກຈາກເຂື່ອນ ຕັ້ງແຕ່ວັນທີ 8 ກັນຍານີ້ ເປັນຕົ້ນມາ ຊຶ່ງມີສ່ວນເຮັດໃຫ້ ນໍ້າໃນນໍ້າຄານ ເພີ່ມສູງຂຶ້ນ ຊຶ່ງອາດສົ່ງຜົນໃຫ້ເຮັດພື້ນທີ່ປູກຝັງ ຂອງຊາວຖືກຖ້ວມລວມທັງບ້ານເຮືອນ.
2024-09-09
ຄູສອນ ໃນແຂວງບໍລິຄຳໄຊ ພາກັນລາອອກ ຫຼາຍຂຶ້ນ ເຮັດໃຫ້ທົ່ວແຂວງ ຂາດແຄນຄູສອນ 400 ປາຍຄົນ ໃນສົກຮຽນນີ້, ສາເຫດຫຼັກ ກໍແມ່ນເງິນເດືອນບໍ່ກຸ້ມກິນ ແລະ ຄູອາສາ ກໍບໍ່ມີທ່າທີວ່າ ຈະຖືກບັນຈຸ ເປັນລັດຖະກອນ ຍ້ອນໂຄຕ້າ ຈາກພາກລັດ ມີໜ້ອຍລົງ.