ບັນຫາ ຢາເສບຕິດ ຂ້າມຊາຍແດນ ລະຫວ່າງ ລາວ-ໄທຍ ຍາກທີ່ຈະແກ້ໄຂໄດ້

ເຖິງແມ່ນວ່າ ທາງການລາວ ແລະໄທຍ ຢູ່ແຂວງລຸ່ມແມ່ນ້ຳຂອງ ຈະໄດ້ຈັດກອງປະຊຸມຫາລື ແກ້ໄຂບັນຫາ ຢາເສບຕິດຮ່ວມກັນ ໃນເດືອນມິຖຸນາ ທີ່ຜ່ານມາ ແລະລາດຕະເວນ ຕາມລຳແມ່ນ້ຳຂອງ ເພື່ອສະກັດກັ້ນ ການລັກລອບຂົນຢາເສບຕິດ ລະຫວ່າງປະເທດ ຄັ້ງໃຫຍ່ຕລອດເດືອນກັນຍາ ທີ່ຜ່ານມາ ແຕ່ບັນຫາ ຢາເສບຕິດ ແລະການລັກລອບ ຂົນສິ່ງຜິດກົດໝາຍ ຂ້າມປະເທດລະຫວ່າງລາວ ແລະໄທຍ ກໍຍັງບໍ່ມີທ່າທີ ຈະຫລຸດລົງ.