ວີດີໂອ
ສົ່ງຍິງສາວ ຊາວລາວ ເຫຍື່ອຜູ້ເຄາະຮ້າຍ ກັບສູ່ອ້ອມກວດ ຂອງຄອບຄົວ
2023-05-27
ນີ້ຄື ວິນາທີ ທີ່ແມ່ຍິງລາວ ອາຍຸ 32 ປີ ຊາວເມືອງເລົ່າງາມ ແຂວງສາລະວັນ ໄດ້ພົບພໍ້ກັບຄອບຄົວ ເປັນຄັ້ງທຳອິດ ໃນຮອບ 17 ປີ ຫຼັງຈາກທີ່ນາງ ຖືກຂະບວນການ ນາຍໜ້າຄ້າ ແຮງງານ ລາວ-ໄທຍ ຕົວະໄປເຮັດວຽກ ຢູ່ບາງກອກ ປະເທດໄທຍ ຕັ້ງແຕ່ອາຍຸບໍ່ທັນຮອດ 15 ປີ ຢູ່ທີ່ເຮືອນຫຼັງໜຶ່ງ ເຂດບາງບອນ ໃນຖານະຄົນໃຊ້ໃນເຮືອນ ໂດຍທີ່ນາຍຈ້າງບໍ່ໄດ້ໃຫ້ຄ່າຈ້າງ ເລີຍ, ນັບຕັ້ງແຕ່ ທີ່ນາງເຮັດວຽກມາເປັນໄລຍະເວລາ 17 ປີ.