ວີດີໂອ

ນໍ້າຂອງໃສຂາດຝຸ່ນຕົມ ຍ້ອນເຂື່ອນ

2021-03-23

ຊາວໄທຍ ຢູ່ພາກອີສານ ແລະ ນັກວິຊາການ ດ້ານສິ່ງແວດລ້ອມ ແລະ ອົງການສາກົນ ຮຽກຮ້ອງ ຣັຖບານປະເທດ ທີ່ ມີສ່ວນໄດ້ ສ່ວນເສັຽ ກັບໂຄງການເຂື່ອນ ຕ່າງໆ ໃນ ແມ່ນ້ຳຂອງ ໃຫ້ອອກມາສະແດງ ຄວາມຮັບຜິດຊອບ ແກ້ໄຂ ສາເຫດ ແມ່ນ້ຳຂອງສີຄາມ ຜິດທັມມະຊາດ ຍ້ອນວ່າ ນ້ຳຂອງ ບໍ່ມີຕະກອນ ຫຼື ຝຸ່ນຕົມ ຫຼັງຈາກ ທີ່ມີການສ້າງ ເຂື່ອນ ໃສ່ແມ່ນ້ຳຂອງ.